ຄວາມທ້າທາຍຂອງຜູ້ນຳ

179

ເຮົາຄົງຈະເຫັນກັນຢູ່ວ່າການເປັນຜູ້ນຳນັ້ນອາດຈະບໍ່ຍາກ ແຕ່ການເປັນຜູ້ນຳທີ່ດີນັ້ນມັນບໍ່ໄດ້ເປັນງ່າຍໆ ໂດຍສະເພາະຢ່າງຍິ່ງການທີ່ຈະເປັນຜູ້ນຳທີ່ດີໃນສະພາວະທີ່ການປ່ຽນແປງຂອງປັດໄຈແວດລ້ອມຕ່າງໆຢູ່ຕະຫຼອດເວລາ, ຜູ້ນໍາໃນທຸກລະດັບ ແລະ ອົງກອນທຸກປະເພດຕ້ອງປະເຊີນກັບຄວາມທ້າທາຍຕ່າງໆຕະຫຼອດເວລາ.

ຈາກຜົນວິໄຈຂອງ Center For Creative Leadership ເຊິ່ງເປັນໜ່ວຍງານອິດສະຫຼະທີ່ສຶກສາ ແລະ ເຜີຍແຜ່ກ່ຽວກັບການພັດທະນາຜູ້ນຳໂດຍທາງ CCL ໄດ້ສຶກສາວິໄຈເຖິງ ຄວາມທ້າທາຍທີ່ຜູ້ນຳໃນລະດັບຕ່າງໆຕ້ອງປະເຊີນ ຕັ້ງແຕ່ ສປ ຈີນ, ອິນເດຍ, ສິງກະໂປ, ຕາເວັນອອກກາງ, ເຖິງ ຢູໂຣບ, ອາເມຣິກາ ເຊິ່ງສາມາດຮວບຮວມເອົາຄວາມທ້າທາຍທີ່ຜູ້ນຳດັ່ງກ່າວກຳລັງປະເຊີນຢູ່ນັ້ນ ໄດ້ອອກເປັນ 6 ປະເດັນ ເຊັ່ນ:

▶ ການພັດທະນາຕົນເອງຂອງຜູ້ນຳ: ໂດຍສະເພາະຢ່າງຍິ່ງການພັດທະນາຄວາມສາມາດໃນການບໍລິຫານຈັດການຕົນເອງ, ທັງໃນດ້ານການບໍລິຫານເວລາ, ການຈັດລຳດັບ ຄວາມສຳຄັນ, ການຄິດເຊີງກົນລະຍຸດ, ການຕັດສິນໃຈ ແລະ ການພັດທະນາຕົນເອງໃຫ້ທັນຕໍ່ການປ່ຽນແປງຂອງພາຍນອກ, ຈະສັງເກດໄດ້ວ່າສິ່ງທີ່ຜູ້ນຳໃນແງ່ຂອງການພັດທະນາຕົນເອງນັ້ນ ບໍ່ແມ່ນປະເດັນໃນເລື່ອງຂອງທັກສະ ຫຼື ຄວາມຮູ້ໃນສ່ວນທີ່ກ່ຽວຂ້ອງກັບວຽກ ແຕ່ຈະເປັນທັກສະທີ່ເຮົາອາດຈະເອີ້ນວ່າ Soft – Skilled ເຊິ່ງໃນອະດີດທັກສະເຫຼົ່ານີ້ກໍເປັນສິ່ງສໍາຄັນ ແຕ່ເບິ່ງຈາກການປ່ຽນແປງຂອງປັດໄຈຕ່າງໆທີ່ເພີ່ມຫຼາຍຂຶ້ນ ແລະ ໄວຂຶ້ນເຮັດໃຫ້ທັກສະຕ່າງໆຂ້າງເທິງເປັນສິ່ງທີ່ມີຄວາມສຳຄັນຫຼາຍຂຶ້ນ.

▶ ການຈະຈູງໃຈ ແລະ ກະຕຸ້ນຜູ້ອື່ນ: ບໍ່ແມ່ນເລື່ອງຂອງການຈູງໃຈໃຫ້ເຮັດວຽກແບບທຳມະດາ ແຕ່ຕ້ອງການທາງກະຕຸ້ນ ແລະ ຈູງໃຈພະນັກງານທີ່ດີມີຄວາມສາມາດ, ມີຄວາມຮັກ ແລະ ຄວາມພໍໃຈໃນວຽກທີ່ເຮັດຮ່ວມກັນເຖິງການເຮັດໃຫ້ພະນັກງານໄດ້ດີຫຼາຍຂຶ້ນ ເຊິ່ງໜ້າທີ່ສຳຄັນຂອງຜູ້ນຳ ຄື: “ ບໍລິຫານຄົນ ” ແຕ່ຢາກໃຫ້ເບິ່ງອີກມຸມ ຄື: ແທນທີ່ຈະເປັນເລື່ອງຂອງການ “ ບໍລິຫານຄົນ ” ແຕ່ເປັນການສ້າງຄວາມສໍາພັນທີ່ດີກັບຄົນອ້ອມຂ້າງຂອງຜູ້ນໍາ ແລະ ການໃຊ້ປະໂຫຍດຈາກຄວາມສໍາພັນດັ່ງກ່າວໃນການຈູງໃຈກະຕຸ້ນ ແລະ ຜັກດັນບຸກຄະລາກອນໃນອົງກອນ.

▶ ການພັດທະນາບຸກຄະລາກອນ: ໃນປັດຈຸບັນບໍ່ແມ່ນການບໍລິຫານຮູບແບບເກົ່າໆ ຂອງການເຂົ້າຫ້ອງຮຽນ, ນັ່ງຟັງອາຈານສອນໜັງສືແລ້ວກໍຈົບໄປ ແຕ່ຈະເນັ້ນເລື່ອງຂອງການ Mentoring/Coaching ຫຼາຍຂຶ້ນ ເຮັດໃຫ້ບົດບາດບຸກຄະລາກອນນັ້ນມີບົດບາດໃໝ່ໆ ໂດຍບໍ່ແມ່ນການຢືນໜ້າຫ້ອງແລ້ວສອນໜັງສື ແຕ່ເປັນການເຮັດໜ້າທີ່ເປັນ Mentor/Coach ແທນ.

▶ ການເປັນຜູ້ນຳທີມ: ໂດຍສະເພາະຢ່າງຍິ່ງການນໍາທີມ ນັບຕັ້ງແຕ່ການສ້າງທີມ, ການພັດທະນາທີມ, ການບໍລິຫານທີມ, ການສ້າງແຮງຈູງໃຈ, ແຮງຜັກດັນໃຫ້ກັບທີມ ເນື່ອງຈາກຮູບແບບການເຮັດວຽກໃນປັດຈຸບັນຈະເນັ້ນການເຮັດວຽກໃນຮູບແບບຂອງທີມຫຼາຍຂຶ້ນ; ດັ່ງນັ້ນ ເລື່ອງການບໍລິຫານທີມຈຶ່ງກາຍເປັນຄວາມທ້າທາຍທີ່ສຳຄັນອີກປະການໜຶ່ງຂອງຜູ້ນຳ.

▶ ການປ່ຽນແປງ: ຖືວ່າບໍ່ແປກໃຈ ເພາະພາຍໃຕ້ສະພາບແວດລ້ອມການເຮັດວຽກໃນປັດຈຸບັນ ຜູ້ນຳໃນທຸກລະດັບຈະບໍ່ສາມາດຫຼີກລ່ຽງຈາກການປ່ຽນແປງໄດ້; ດັ່ງນັ້ນ ຄວາມທ້າທາຍທີ່ສຳຄັນທີ່ມີຜູ້ນຳທຸກຄົນຈະຕ້ອງປະເຊີນຈະເປັນເລື່ອງຂອງການສ້າງ ຄວາມເຂົ້າໃຈ ແລະ ນຳການປ່ຽນແປງ ລວມເຖິງການບໍລິຫານຈັດການທີ່ເໝາະສົມ ເມື່ອປະເຊີນກັບການຕໍ່ຕ້ານການປ່ຽນແປງ.

▶ ການບໍລິຫານຄວາມສຳພັນກັບທຸກພາກສ່ວນທັງພາຍນອກ ແລະ ພາຍໃນອົງກອນ: ເນື່ອງຈາກປັດຈຸບັນຄວາມຄາດຫວັງ ແລະ ຄວາມຕ້ອງການຂອງທຸກພາກສ່ວນທີ່ມີຕໍ່ອົງກອນຕ່າງໆເພີ່ມຂຶ້ນ ຈາກໃນອະດີດ ບໍ່ວ່າຈະເປັນຜູ້ຖືຫຸ້ນ, ສັງຄົມ, ຊຸມຊົນ ຫຼື ທັງພະນັກງານເອງ. ດັ່ງນັ້ນ ຜູ້ນຳຈະຕ້ອງມີຄວາມສາມາດໃນການສ້າງ ແລະ ບໍລິຫານຄວາມສຳພັນກັບບຸກຄະລາກອນ ແລະ ກຸ່ມບຸກຄົນຕ່າງໆ ທັງພາຍໃນແລະ ພາຍນອກອົງກອນ.

ຈາກ:bangkokbiznews