ໄດ້ແລ້ວ 4 ທີມສຸດທ້າຍ ເຂົ້າຮອບບານເຕະ ຊີງຂັນປີທ່ອງທ່ຽວລາວ 2024 ເຂດພາກໃຕ້

47

ທີມບານເຕະແຂວງຈໍາປາສັກ ທີມ A ທີມເຕັງ ແລະ ເຈົ້າພາບ ກັບ ທີມຈໍາປາສັກ B, ສາລະວັນ ແລະ ສະຫວັນນະເຂດ ກາຍເປັນ 4 ທີມທີ່ຜ່ານເຂົ້າຮອບ 4 ທີມ ໃນການແຂ່ງຂັນບານເຕະຊີງຂັນປີທ່ອງທ່ຽວລາວ 2024 ເຂດພາກໃຕ້ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ແຂວງຈໍາປາສັກ ລະຫວ່າງວັນທີ 6-12 ກຸມພາ 2024.

ການແຂ່ງຂັນກີລາບານເຕະ ຊີງຂັນປີທ່ອງທ່ຽວລາວ 2024 ເຂດພາກໃຕ້ ທີ່ແຂວງຈໍາປາສັກ ຈັດທີ່ສະໜາມກີລາບານເຕະຫຼັກ 2, ນະຄອນປາກເຊ, ແຂວງຈໍາປາສັກ ໂດຍປະກອບມີທີມເຂົ້າຮ່ວມການແຂ່ງຂັນຈໍານວນ 6 ທິມ ເຊິ່ງເປັນຕົວແທນໃຫ້ແກ່ບັນດາແຂວງພາກໃຕ້ຄື:
+ກຸ່ມ A:
– ແຂວງຈໍາປາສັກ A
– ແຂວງອັດຕາປື
– ແຂວງສາລະວັນ

+ກຸ່ມ B:
– ແຂວງຈໍາປາສັກ B
– ແຂວງສະຫວັນນາເຂດ
– ແຂວງເຊກອງ

ຜ່ານການແຂ່ງຂັນ 2 ມື້ທໍາອິດປາກົດວ່າ:
ກຸ່ມ A ແຂວງຈໍາປາສັກ A ລົງສະໜາມນັດທໍາອິດ ຊະນະ ອັດຕະປື 4-2 ແລະ ນັດທີ 2 ຊະນະ ສາລະວັນ 5-0 ຜ່ານເຂົ້າຮອບໃນຖານະອັນດັບ 1 ຂອງກຸ່ມ A, ສ່ວນອັນດັບ 2 ກຸ່ມເປັນຂອງ ສາລະວັນ ນັດທໍາອິດຊະນະ ອັດຕະປື 2-1 ແລະ ນັດທີ 2 ເສຍໃຫ້ ຈໍາປາສັກ A ມີ 3 ຄະແນນຜ່ານເຂົ້າຮອບໄປ. ຂະນະທີ່ ອັດຕະປື ເສຍສອງນັດຕົກຮອບ.

ສ່ວນກຸ່ມມ B: ແຂວງສະຫວັນນະເຂດ ລົງສະໜາມ 2 ນັດຊະນະ 2 ນັດມີ 6 ຄະແນນຄື: ຊະນະ ແຂວງຈໍາປາສັກ B 2-0 ແລະ ຊະນະ ແຂວງເຊກອງ 3-0 ເຮັດໃຫ້ ສະຫວັນນະເຂດ ຄວ້າໄຊ 2 ນັດລວດ ເຂົ້າຮອບຮອງຊະນະເລີດເປັນທີໜຶ່ງຂອງກຸ່ມ, ສ່ວນອັນດັບ 2 ເປັນຂອງ ຈໍາປາສັກ B ລົົງສະໜ!ມນັດທີ 2 ຊະນະ ແຂວງເຊກອງ 8-1 ຜ່ານເຂົ້າຮອບຕໍ່ໄປ. ຊະນະທີ່ ເຊກອງ ຕົກຮອບຈາກຜົນງານເສຍ 2 ນັດ.
ສໍາລັບຮອບ 4 ທີມສຸດທ້າຍ ຈໍາປາສັກ A ພົບກັບ ຈໍາປາສັກ B ແລະ ສະຫວັນນະເຂດ ພົບ ສາລະວັນ ຈະແຂ່ງຂັນໃນວັນທີ 10 ກຸມພາ 2024.
ຂ່າວ: Larh Creators; ຮູບຈາກ: F.C.Champasak