ລັດຖະມົນຕີການຕ່າງປະເທດ ອາເມຣິກາ ໄປ ຕາເວັນອອກກາງ ໃນສະພາບຄວາມເຄັ່ງຕຶງເພີ່ມຂຶ້ນ

31

ວັນທີ 5 ກຸມພາ, ຢູ່ ອາຣັບບີ ຊາອຸດິ ເຊິ່ງເປັນປະເທດທຳອິດໃນການໄປປະຕິບັດງານ ທ່ານ ແອນໂທນີ ບລິງເຄນ ໄດ້ພົບປະກັບ ມົງກຸດຣາຊະກຸມານໂມຮຳເມັດ ບິນຊາລ ເພື່ອປຶກສາຫາລືກ່ຽວກັບສະພາບການເຄັ່ງຕຶງຢູ່ພາກພື້ນ.

ສອງຝ່າຍໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການແກ້ໄຂບັນດາຄວາມຮຽກຮ້ອງຕ້ອງການດ້ານມະນຸດສະທຳຢູ່ ກາຊາ ແລະ ສະກັດກັ້ນການປະທະກັນແຜ່ລາມອອກເປັນວົງກວ້າງຕື່ມອີກ.

ພາຍຫຼັງຢ້ຽມຢາມ ອາຣັບບີ ຊາອຸດິ, ທ່ານ ບລິງເຄນ ຈະໄປຢ້ຽມຢາມ ອີຢິບ, ກາຕາ, ອິດສະຣາແອນ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເພື່ອແນໃສ່ຊຸກຍູ້ບັນດາການນຳ ຮາມາດ ເຈລະຈາ ໂດຍ ອີຢິບ ແລະ ກາຕາ ເປັນຄົນກາງ.