ເມືອງແອດ ຈັດງານບຸນປະເພນີບັນດາເຜົ່່າຕິດພັນ ປີທ່ອງທ່ຽວລາວ ຄາດໝາຍປີນີ້

35

ເມືອງແອດ ແຂວງຫົວພັນ ຈັດງານບຸນປະເພນີບັນດາເຜົ່່າ ແລະງານສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ.

ທ່ານ ວັນເພັດ ສີບຸນແສງ ເຈົ້າເມືອງເມືອງແອດ ກ່າວວ່າ: ພິທີຈັດງານບຸນປະເພນີບັນດາເຜົ່າຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ພ້ອມທັງຈັດກິດຈະກຳທາງສາສະໜາຂອງບັນດາເຜົ່າເປັນຕົ້ນແມ່ນ ບຸນກິນຈຽງ ເຜົ່າມົ້ງ,ອີວມຽນ, ໄຕດຳ, ໄຕວາດ, ບຸນເຂົ້າແຮກເຜົ່າໄຕແດງ, ບຸນກະເຣີເຜົ່າກຶມມຸ ແລະທາມຂວັນເຂົ້າຂອງເຜົ່າລາວ. ນອກຈາກນີ້, ກໍ່ຍັງມີຫຼາຍກິດຈະກຳໃນແຕ່ລະເດືອນ ເພື່ອສົ່ງເສີມການທ່ອງທ່ຽວຕະຫຼອດປີ 2024 ຕື່ມອີກ, ເປັນຕົ້ນແມ່ນບຸນປີໃໝ່ລາວ, ບຸນເຂົ້າປະດັບດິນ, ບຸນຫໍ່ເຂົ້າສະຫຼາກ, ບຸນອອກພັນສາ ແລະອື່ນໆ. ເມືອງແອດລວມມີ 77 ບ້ານ, ມີພົນລະເມືອງທັງໝົດ 28.537 ຄົນ, ຍິງ 13.826 ຄົນ, ໃນນັ້ນມີ 5 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າມົ້ງລວມມີ 14 ບ້ານ, ມີພົນລະເມືອງ 5.528 ຄົນ, ຍິງ 2.648ຄົນ.

ປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວເມືອງແອດຈຳນວນ 68.990 ຄົນ, ທຽບໃສ່ແຜນການປີ 2023 ເກີນແຜນ 53.900 ເທື່ອຄົນ.ໃນນັ້ນມີນັກທ່ອງທ່ຽວຕ່າງປະເທດ 23.150 ຄົນ, ສາມາດສ້າງຮັບໄດ້ໃຫ້ແກ່ຜູ້ ປະກອບການ ແລະປະຊາຊົນໄດ້ 3.449 ລ້ານກີບ, ຄາດວ່າປີ 2024 ນີ້ ຈະມີນັກທ່ອງທ່ຽວມາ ທ່ຽວຊົມເມືອງແອດຫຼາຍກ່ວາ 25.000 ຄົນ. ເມືອງແອດລວມມີ 77 ບ້ານ, ມີພົນລະເມືອງທັງໝົດ 28.537 ຄົນ, ຍິງ 13.826 ຄົນ, ໃນນັ້ນມີ 5 ເຜົ່າຢູ່ຮ່ວມກັນ ຄື: ເຜົ່າມົ້ງລວມມີ 14 ບ້ານ, ມີພົນລະເມືອງ 5.528 ຄົນ, ຍິງ 2.648ຄົນ.
ຂ່າວ: ມີເດຍລາວ