ບຸນຊ້າງ 2024 ທີ່ແຂວງໄຊຍະບູລີ ຄຸມເຂັ້ມຫ້າມການສວຍໂອກາດຂຶ້ນລາຄາສິນຄ້າ

136

ງານມະຫະກໍາບຸນຊ້າງ ຄັ້ງທີ 17 ຕິດພັນກັບປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 12-18 ກຸມພາ 2024 ທາງຝ່າຍຮັບຜິດຊອບຮັບປະກັນຈະບໍ່ມີການສວຍໂອກາດຂຶ້ນລາຄາສິນຄ້າຕ່າງໆ.

ທ່ານ ຈັນເພັງ ພັນທຸອາມາດ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ທາງແຂວງໄດ້ແຕ່ງຕັ້ງຄະນະກໍາມະ ການຮັບຜິດຊອບຕິດຕາມ ແລະ ຄຸ້ມຄອງການຈໍາໜ່າຍສິນຄ້າພາຍໃນງານບຸນຊ້າງ ເຊັ່ນ: ການຕິດລາຄາສິນຄ້າເປັນເງິນກີບ, ກວດກາສິນຄ້າໝົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້າອື່ນໆ. ນອກຈາກນີ້ ຍັງຈະເອົາໃຈໃສ່ຄຸ້ມຄອງລາຄາຄ່າບໍລິການບັນດາສະ ຖານທີ່ພັກແຮມ, ຮ້ານອາຫານ ແລະ ຮ້ານກິນດື່ມ, ຄຽງຄູ່ກັບການຄຸ້ມຄອງເພື່ອຮັບປະກັນໃຫ້ສາມາດສະໜອງສະບຽງອາຫານພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກພາຍໃນງານ.

ທ່ານໃຫ້ຮູ້ຕື່ມວ່າ: ໃນແຕ່ລະໜ້າວຽກ ມີຄະນະຮັບຜິດຊອບຢ່າງລະອຽດແລ້ວ ຊຶ່ງທຸກຄົນຈະເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າຢ່າງເຂັ້ມງວດທີ່ສຸດ, ໃນນີ້ ຖ້າຫາກພົບເຫັນການລະເມີດ ຫລື ສວຍໂອກາດຂຶ້ນລາຄາສິນຄ້າຕາມ ລໍາພັງໃຈ, ການໂລບຕາຊີງ, ສິນຄ້າບໍ່ໄດ້ມາດຕະຖານ, ສິນຄ້າໝົດອາຍຸ ແລະ ອື່ນໆ ຈະມີການສຶກສາອົບຮົມ, ກ່າວເຕືອນ ແລະ ປັບໄໝຕາມລະບຽບ ການຢ່າງເໝາະສົມຕາມແຕ່ລະກໍລະນີໜັກເບົາຢ່າງເໝາະສົມ.

ສໍາລັບງານມະຫະກໍາບຸນຊ້າງ ຄັ້ງທີ 17 ຕິດພັນກັບປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ຈະຈັດຂຶ້ນໃນລະຫວ່າງວັນທີ 12-18 ກຸມພາ 2024 ພາຍໃນງານຈະມີຫລາຍກິດຈະກໍາສໍາຄັນທີ່ຕິດພັນກັບຊ້າງ ເຊັ່ນ: ການເດີນຂະບວນຂອງຊ້າງ, ການສູ່ຂວັນຊ້າງ, ການສະແດງຂອງຊ້າງຄໍາຮູ້, ການບໍລິການຂີ່ຊ້າງຊົມຕົວເມືອງ ແລະ ອື່ນໆ.
Cr: ຂ່າວອອນລາຍ, ວສລ