ກົມສົ່ງເສີມກະສິກຳ ແລະ ສິຫະກອນ ຮ່ວມມື ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ຊ່ວຍເຫຼືອຊາວກະສິກອນ

200

ໃນວັນທີ 2 ກຸມພາ 2024 ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮ່ວມກັບ ສະມາຄົມສົ່ງເສີມກະສິກຳ ຈັດກອງປະຊຸມສຳມະນາລະດົມແນວຄວາມຄິດໂຄງການສົ່ງເສີມການລ້ຽງສັດນໍ້າ, ພືດຜັກແບບມີຕະຫຼາດຮອງຮັບທຶນສົ່ງເສີມ ແລະ ເຕັກນິກວິຊາການ ‘‘ສະໜັບສະໜູນ ພາຍໃຕ້ໂຄງການຂອງສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ’’ ຂຶ້ນ, ທີ່ສູນຝຶກອົບຮົມກະສິກຳ ແລະ ພັດທະນາຊົນນະບົດ ລາວ-ເກົາຫຼີ. ໂດຍການເປັນປະທານຂອງທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ, ທັງເປັນປະທານບໍລິສັດ ບໍລິສັດ ເມືອງລາວຟູດ ຈຳກັດ, ພ້ອມດ້ວຍບັນດາຊາວກະສິກອນ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກ່າວບາງຕອນວ່າ: ກອງປະຊຸມສຳມະນາໃນມື້ນີ້ແມ່ນມີຄວາມສຳຄັນຫຼາຍ ເນື່ອງຈາກໄດ້ລວມເອົາຜູ້ສົ່ງເສີມການຜະລິດ, ກຸ່ມຜູ້ຜະລິດ, ສະມາຄົມ ໄດ້ມາປຶກສາຫາລືກັນກ່ຽວກັບວຽກງານສົ່ງເສີມກະສິກຳ ເພື່ອເຮັດແນວໃດໃຫ້ວຽກງານດັ່ງກ່າວມີການພັດທະນາດີຂຶ້ນ. ໃນໄລຍະຜ່ານມາທັງລັດຖະບານລວມເຖິງທ້ອງຖິ່ນໄດ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມ ເວົ້າລວມເວົ້າສະເພາະແມ່ນການສົ່ງເສີມການຜະລິດກະສິກຳ, ການສະໜອງແນວພັນພືດ, ຊົນລະປາທານ, ເຕັກນິກວິຊາການ, ການສ້າງເງື່ອນໄຂໃນການສົ່ງເສີມໃຫ້ມີການປຸງແຕ່ງ ເພື່ອນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳແມ່ນມີຄົບ ແຕ່ການຈັດຕັ້ງປະຕິບັດຍັງມີບາງອັນທີ່ພວກເຮົາຈະຕ້ອງໄດ້ປຶກສາຫາລືຮ່ວມກັນ. ເຊິ່ງບັນຫາທີ່ເຮົາຍົກຂຶ້ນມາຫາລືມື້ນີ້ແມ່ນຕິດພັນກັບການຜະລິດກະສິກຳ ລະຫວ່າງກຸ່ມຜູ້ປູກ-ຜູ້ລ້ຽງ, ກຸ່ມປຸງແຕ່ງ-ຕະຫຼາດ. ຜ່ານມາການຜະລິດກະສິກຳຍັງເປັນແບບກະຈາຍ ບໍ່ທັນເປັນກຸ່ມ ຫຼື ສະຫະກອນຫຼາຍເທົ່າທີຄວນ, ການປູກກໍຍັງບໍ່ມີຄວາມແນ່ນອນ ບໍ່ສາມາດຕອບສະໜອງໃຫ້ກັບຄວາມຕ້ອງການຂອງຕະຫຼາດ ແລະ ອີກຢ່າງການປູກພືດຜັກຂອງຊາວກະສິກຳ ແມ່ນມັກປູກເປັນຂະບວນການເຫັນພືດຜັກຊະນິດໃດໄດ້ກໍ່ພາກັນຫັນໄປປູກຜັກຊະນິດນັ້ນ. ດັ່ງນັ້ນໃນກອງປະຊຸມມື້ນີ້ເຮົາຈະພາກັນມາຫາລືເພື່ອເຮັດແນວໃດຈະຊ່ວຍໃຫ້ຊາວກະສິກຳປູກພືດຜັກໃຫ້ໄດ້ຄຸນນະພາບ, ຜະລິດມາແລ້ວ ແລະ ມີຕະຫຼາດຈຳໜ່າຍ, ຕົ້ນທຶນໃນການຜະລິດ, ພ້ອມຫາວິທີເພື່ອເອົາຜົນຜະລິດກະສິກຳມາປຸງແຕ່ງເປັນສິນຄ້າເຄິ່ງສຳເລັດຮູບ ຫຼື ກ້າວໄປເຖິງປຸງແຕ່ສຳເລັດຮູບ ເພື່ອໃຫ້ສາມາດຈຳໄດ້ທັງພາຍໃນ ແລະ ສົ່ງອອກຕ່າງປະເທດໄດ້.

ທ່ານ ບຸນທ່ຽງ ລັດຕະນະວົງ ປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ກ່າວບາງຕອນວ່າ: ເພື່ອປະຕິບັດ ແລະ ຜັນຂະຫຍາຍຕາມວາລະແຫ່ງຊາດ ໃນການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ. ດັ່ງນັ້ນສະມາຄົມປະທານສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວ ກໍ່ໄດ້ນຳເອົາເນື້ອໃນຈິດໃຈດັ່ງກ່າວມາຫາລືກັບບັນດາກົມ ແລະ ບັນດາສະມາຊິກຜູ້ຜະລິດ ໄດ້ມາສ້າງແຜນສົ່ງເສີມໃຫ້ຊາວກະສິກອນຍົກສະມັດຕະພາບຂອງການຜະລິດໃຫ້ດີຂຶ້ນ, ດັ່ງນັ້ນໃນມື້ນີ້ເຮົາຈະໄດ້ຮັບຟັງການນຳສະເໜີໂຄງການບູລິມະສິດເປັນຕົ້ນການແມ່ນການຜະລິດສິນຄ້າປະມົງ, ການຜະລິດພືດຜັກເພື່ອທົດແທນການນຳເຂົ້າ, ພ້ອມຮັບຟັງການສາທິດການນຳໃຊ້ເຕັກນິກ ເພື່ອຫຼຸດຜ່ອນຕົ້ນທຶນໃນການຜະລິດກະສິກຳເຊັ່ນ: ການນຳໃຊ້ລະບົບນໍ້າ, ກົນຈັກ, ການນໍ້ໃຊ້ຝຸ່ນ-ປຸ໋ຍ ເຊິ່ງເປັນອົງປະກອບປິ່ນອ້ອມໃນການສົ່ງເສີມການຜະລິດເປັນສິນຄ້າ ການຜະລິດສິນຄ້າກະສິກຳໃຫ້ມີຄວາມຍືນຍົງມັນບໍ່ແມ່ນພາກສ່ວນໃດໜຶ່ງ ມັນແມ່ນຄວາມຈຳເປັນທີ່ທຸກພາກສ່ວນທັງຜູ້ປະກອບການ, ຜູ້ສະໜອງອຸປະກອນ, ຜູ້ສະໜອງທຶນຕ້ອງຮ່ວມມື, ຮ່ວມໃຈກັນປະຕິບັດ.