ກ້າວໄປອີກຂັ້ນ ຫວຽດນາມ ຊ່ວຍຍົກລະດັບທາງດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ

28

ພິທີມອບ-ຮັບໂຄງການປ່ຽນຖ່າຍອຸປະກອນ ແລະ ຍົກລະດັບທາງດ້ານເຕັກນິກໃຫ້ແກ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ວິທະ ຍຸກະຈາຍສຽງ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 30 ມັງກອນ 2024, ທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າບັນນາ ທິການໜັງສືພິມປະຊາຊົນ, ທ່ານ ເຈີ່ນ ມິງ ຮຸ່ງ, ຮອງຜູ້ອຳນວຍ ການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV), ພ້ອມດ້ວຍແຂກຮັບເຊີນ, ຕາງໜ້າສະຖານທູດຫວຽດນາມ ປະຈໍາລາວ ແລະ ພະນັກງານພາຍໃນວິທະຍຸກະຈາຍສຽງແຫ່ງຊາດລາວ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ສຸວັນ ວີໄລແສງ, ຜູ້ອຳນວຍການໃຫຍ່ ວສລ ໄດ້ລາຍງານວ່າ: ໂຄງການປ່ຽນຖ່າຍອຸປະ ກອນ ແລະ ຍົກ ລະດັບດ້ານເຕັກນິກໃຫ້ແກ່ ວສລ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຫວຽດນາມໃນຄັ້ງນີ້ ມີມູນຄ່າທັງໝົດ 198.000.000.000 ດົງ, ເປັນໂຄງການໃຫ່ຍ ແລະ ມີມູນຄ່າສູງສໍາລັບຂົງເຂດ ຖວທ, ໂດຍສະເພາະແມ່ນໃຫ້ ວສລ, ຊື່ງເປັນການຍົກລະດັບອຸປະກອນເຕັກນິກ, ຄວາມອາດສາມາດໃນການກະຈາຍສຽງທັງຮູບແບບເກົ່າ ແລະ ຮູບແບບໃໝ່ທຽບທັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ເປັນການປະກອບສ່ວນສໍາຄັນໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ໃຫ້ກວ້າງຂວາງທົ່ວເຖີງທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນນີ້ ການລົງທຶນທັງໝົດປະກອບມີຫລາຍດ້ານ ເປັນຕົ້ນແມ່ນ: ລົງທຶນໃໝ່ລະບົບເຄື່ອງສົ່ງ FM ເພື່ອຍົກສູງຄຸນນະພາບ ແລະ ເປີດກວ້າງຂອບເຂດການກະຈາຍສຽງໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງ, ລົງທຶນໃໝ່ລະບົບ ເຄື່ອງສົ່ງດ້ວຍການນໍາໃຊ້ລະບົບທັນສະໄໝໃນລະບົບອິນເຕີເນັດເພຶ່ອກະຈາຍສຽງອອກອາກາດລາຍການວິທະຍຸ ທັງພາຍໃນ ແລະ ຕ່າງປະເທດ, ລະບົບອຸປະກອນສໍາຮອງເພຶ່ອຮັບປະກັນໃຫ້ບັນດາເຄື່ອງຈັກ,ອຸປະກອນເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປອດໄພ, ຍົກລະດັບ,ປ່ຽນຖ່າຍດ້ານເຕັກໂນໂລຊີບັນດາລະບົບເຄື່ອງຈັກ, ແລະ ອຸປະກອນ ແລະ ອື່ນໆ.

ສຳລັບການປະກອບ ແລະ ຕິດຕັ້ງອຸປະກອນ ພາຍໃຕ້ໂຄງການດັ່ງກ່າວ ລວມມີ: ການປັບປຸງຫ້ອງອອກອາກາດ On Air 01 ຫ້ອງ, ຫ້ອງອັດສຽງ 05 ຫ້ອງ, ຫ້ອງຄວບຄຸມໃຫຍ່ ( Main Control Room) 01 ຫ້ອງ, ຫ້ອງ ເຊີເວີ 01 ຫ້ອງ, ຫ້ອງກະກຽມລາຍການສໍາລັບອອກອາກາດ 01 ຫ້ອງ, ຫ້ອງອັດໃຫ່ຍ (Studio) 1 ຫ້ອງ, ຈັກໄຟຟ້າຂະໜາດ 350 KVA 01 ໜ່ວຍ, ເຄື່ອງສົ່ງ FM 20 KW 01 ຊຸດ, ອຸປະກອນສໍາລັບການສ້ອມ ແປງເຄື່ອງສົ່ງ FM ສະຖານີເຄືອຂ່າຍສົ່ງຕໍ່ ຢູ່ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ 2 ຊຸດ ແລະ ໄດ້ສໍາເລັດການສ້ອມແປງ, ປ່ຽນຖ່າຍອຸປະກອນສະຖານີເຄືອຂ່າຍທີ່ແຂວງຫຼວງພະບາງ.

ສ່ວນ ທ່ານ ເຈິ່ນ ມິງ ຮຸ່ງ, ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໄດ້ມີຄໍາເຫັນສະແດງຄວາມເຊື່ອໝັ້ນວ່າ: ໂຄງການດັ່ງກ່າວນີ້ ຈະປະກອບສ່ວນສໍາຄັນເຮັດໃຫ້ວຽກງານວຽກງານສື່ສານຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຫ່ງຂອງລາວ ເວົ້າລວມ, ເວົ້າສະເພາະແມ່ນວິທະຍຸກະຈາຍສຽງແຫ່ງຊາດລາວໃນການໂຄສະນາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະ ບານລາວ ແລະ ຂໍ້ມູນຂ່າວສານຕ່າງໆ ໃຫ້ນັບມື້ກ້າວສູ່ຄວາມທັນ ສະໄໝ, ວ່ອງໄວ, ກ້ວາງຂວາງ ແລະ ມີປະສິດທິຜົນກວ່າເກົ່າ.
ທີ່ມາ: Lao National Radio