ແຂວງຊຽງຂວາງ ເປີດປີທ່ອງທ່ຽວ 2024, ກໍານົດ 11 ກິດຈະກໍາ ( 1 ກິດຈະກໍາລະດັບຊາດ)

42

ແຂວງຊຽງຂວາງ ຈັດພິທີເປີດປີທ່ອງທ່ຽວ 2024 ຂຶ້ນຢ່າງເປັນທາງການໃນຕອນແລງ ວັນທີ 26 ມັງກອນ 2024 ຢູ່ເຂດພັດທະນາຂອງກຸ່ມບໍລິສັດລາວສຳພັນຈຳກັດ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ.

ໂອກາດດັ່ງກ່າວ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ປະທານຄະນະກຳມະການຈັດງານເປີດປີທ່ອງທ່ຽວຂັ້ນແຂວງ ໄດ້ໃຫ້ກຽດຂຶ້ນລາຍງານກ່ຽວກັບການພັດທະນາ ແລະແຜນການສົ່ງເສີມກິດຈະກຳຕ່າງໆ ທີ່ຕິດພັນກັບການທ່ອງທ່ຽວໃນລະດັບຕ່າງໆ ໃນທົ່ວແຂວງ ໂດຍເນື້ອໃນສຳຄັນບາງຕອນທ່ານໄດ້ກ່າວວ່າ: ເພື່ອເຮັດໃຫ້ປີທ່ອງທ່ຽວ 2024 ຢູ່ແຂວງຊວງຂວາງ ມີບັນຍາກາດຟົດຟື້ນມີຄວາມປະທັບໃຈ ຊຽງຂວາງໄດ້ກຳນົດເອົາ 11 ກິດຈະ ກຳ ໃນນັ້ນລະດັບຊາດ 1 ກິດຈະກຳ ຂັ້ນແຂວງ 3 ກິດຈະກຳ ແລະຂັ້ນເມືອງ 7 ກິດຈະກຳ ເຊັ່ນ: ບຸນເຂົ້າໄກ່ນ້ອຍ ບຸນປີໃໝ່ລາວ ບຸນຖ້ຳປິວ ບຸນກິນຈຽງ ເທດສະການດອກຄາຍບານເມືອງໜອງແຮດ ເທດສະການປະກວດງົວງາມເມືອງໝອກ ບຸນພະທາດແປດຫລ່ຽມມິ່ງຂວັນເມືອງພວນເມືອງຄູນ ບຸນແຂ່ງມ້າເມືອງຜາໄຊ ງານສະເຫລີມສະຫລອງໄຫຫີນເຂົ້າເປັນມໍລະດົກໂລກ ແລະ ອື່ນໆ ໂດຍຈະໄດ້ຜັດປ່ຽນກັນຈັດຢູ່ແຕ່ລະເມືອງ ຕາມວາລະທີ່ໄດ້ກຳນົດໄວ້ໃນປະຕິທິນທ່ອງທ່ຽວຂອງແຂວງ.