ອັດຕະປື ກໍານົດ 7 ກິດຈະກໍາ ເປີດປີທ່ອງທ່ຽວລາວ 2024

27

ປີທ່ອງທ່ຽວລາວ 2024 ແຂວງອັດຕະປື ໄດ້ກໍານົດເອົາ 7 ກິດຈະກໍາສໍາຄັນໃນການເປີດປີທ່ອງທ່ຽວ ພາຍໃນແຂວງ. ໃນນັ້ນ, ກິດຈະກໍາລະດັບແຂວງ ມີ 2 ກິດຈະກໍາ ຄື: ກິດຈະກໍາຕັ້ງແຄ້ມຢູ່ໜອງຟ້າ-ທົ່ງໄກ່ໂອ້ ໃນເດືອນມີນາ 2024, ງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ເດືອນທັນວາ 2024 ແລະ ອີກ 5 ກິດຈະກໍາແມ່ນລະດັບເມືອງ ປະກອບມີ: ບຸນໄຂປະຕູເລົ້າເຜົ່າໂອ້ຍ ບ້ານອິນທີ ເມືອງສະໜາມໄຊ, ບຸນບຣະວຽງ ເຜົ່າເບຣົາ ບ້ານວັງຍາງ ເມືອງພູວົງ, ງານສະເຫລີມສະຫລອງຫໍຫລັກເມືອງ ຕິດພັນກັບງານປະກວດນາງສັງຂານ ເດືອນເມສາ ຂອງເມືອງສາມັກຄີໄຊ, ບຸນຊ່ວງເຮືອປະເພນີ ບ້ານເຊກອງ ເມືອງສາມັກຄີໄຊ, ບຸນຄູນເຂົ້າໃໝ່ຂອງເຜົ່າ ເດືອນຕຸລາ ເມືອງຊານໄຊ. ສ່ວນມື້ເປີດປີທ່ອງທ່ຽວຢ່າງເປັນທາງການແມ່ນ ໃນໂອກາດງານລະນຶກບຸນຄຸນພະເຈົ້າໄຊຍະເຊດຖາທິຣາດ ທີ່ວັດບ້ານ ທາດພະໄຊ ເມືອງໄຊເສດຖາ.

ທ່ານ ຄໍາພັນ ບຸນຍະວົງສີ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ລາຍງານຢູ່ໃນກອງປະຊຸມສະຫລຸບປະຈໍາປີ ເມື່ອບໍ່ດົນນີ້ວ່າ: ປັດຈຸ ບັນ ແຂວງອັດຕະປື ກໍຄື ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ສໍາເລັດການກະກຽມຄວາມພ້ອມຂອງການເປີດປີທ່ອງທ່ຽວລາວ 2024. ໃນນັ້ນ, ດ້ານເນື້ອໃນໄດ້ສໍາເລັດການຂໍອະນຸມັດຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຂັ້ນແຂວງໃນການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງອັດຕະປື, ພ້ອມທັງໄດ້ຈັດກອງປະຊຸມ ເພື່ອກໍານົດເອົາບັນດາກິດຈະກໍາທີ່ຈະຈັດຕັ້ງປະຕິບັດພາຍໃນແຂວງ, ໄດ້ອອກແຈ້ງການຂອງຫ້ອງວ່າການເຖິງພະແນກການອ້ອມຂ້າງ ແລະ 5 ເມືອງກ່ຽວກັບການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງອັດຕະປື ເພື່ອແບ່ງຄວາມຮັບຜິດ ຊອບໃນການເປັນເຈົ້າພາບຮ່ວມກັນ. ພ້ອມດຽວກັນ ກໍໄດ້ຊຸກຍູ້ ແລະ ປັບປຸງ ພັດທະນາແຫລ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງໃນແຕ່ລະເມືອງ, ລົງກວດກາ ແລະ ຊຸກຍູ້ທຸລະກິດຜູ້ປະກອບການດ້ານການທ່ອງທ່ຽວທົ່ວແຂວງ ເພື່ອປັບປຸງ ແລະ ຫັນເຂົ້າສູ້ມາດຕະຖານ ໄປພ້ອມກັບການຈັດຝຶກອົບຮົມວິຊາຊີບໃຫ້ຜູ້ປະກອບການດ້ານການທ່ອງທ່ຽວ.

ທ່ານ ຄໍາພັນ ບຸນຍະວົງສີ ຍັງໃຫ້ຮູ້ອີກວ່າ: ໄປຄຽງຄູ່ກັນນີ້, ແຂວງອັດຕະປື ຍັງມີຄວາມພ້ອມໃນດ້ານທີ່ພັກແຮມ ປັດຈຸບັນ ທົ່ວແຂວງ ມີໂຮງແຮມທັງໝົດ 23 ແຫ່ງ, ຣີສອດ 1 ແຫ່ງ ແລະ ເຮືອນພັກ 28 ຫລັງ. ໃນນັ້ນ, ມີຫ້ອງພັກແຮມທັງໝົດ 963 ຫ້ອງ, ຫ້ອງຕຽງດ່ຽວ 513 ຫ້ອງ ແລະ ຫ້ອງຕຽງຄູ່ 450 ຫ້ອງ ຖືວ່າໃນຄືນໜຶ່ງສາມາດຮອງຮັບທີ່ພັກແຮມຂອງແຂກໄດ້ 1.413 ຄົນຕໍ່ຄືນ, ສະ ເພາະໃນເທສະບານແຂວງ ຮອງຮັບທີ່ພັກແຮມຂອງແຂກໄດ້ 1.278 ຄົນຕໍ່ຄືນ ແລະ ປີ 2024 ນີ້ ແຂວງ ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 133.169 ເທື່ອຄົນ ແລະ ຄາດວ່າຈະສາມາດກະຈາຍລາຍຮັບໃຫ້ໄດ້ຫລາຍກວ່າ 48 ຕື້ກີບ.
ຂ່າວ: ພອນປະເສີດ