ກອງປະຊຸມ ( ATC ) ມື້ນີ້ສົ່ງທ້າຍ ສຶກສາຮຽນຮູ້ທ່າອ່ຽງໃນອະນາຄົດກ່ຽວກັບການທ່ອງທ່ຽວໃນພາກພື້ນ

84

ກອງປະຊຸມສໍາມະນາການທ່ອງທ່ຽວອາຊຽນ ( ASEAN Tourism Conference ຫຼື ATC ) ລະຫວ່າງວັນທີ 25-26 ມັງກອນ 2024 ທີ່ຫ້ອງປະຊຸມ ສູນການຄ້າລາວໄອເຕັກ ມື້ນີ້ວັນທີ 26 ມັງກອນ 2024 ຈະໄດ້ມຶ້ສຸດທ້າຍ ໂດຍມື້ນີ້ມີວິຊາການ ແລະ ຊຽວຊານໃຫ້ຄວາມຮູ້ ລວມເຖິງແລກປ່ຽນໃນຫົວຂໍ້ ສຶກສາຮຽນຮູ້ທ່າອ່ຽງໃນອະນາຄົດກ່ຽວກັບການທ່ອງທ່ຽວໃນພາກພື້ນ ໂດຍສະເພາະພາຍຫຼັງການລະບາດຂອງ ໂຄວິດ-19.
ກ່ອນໜ້ານີ້ໃນວັນທີ 25 ມັງກອນ 2024 ໄດ້ມີການຍົກມາ 2 ຫົວຂໍ້ຫຼັກໆຄື:

-ບັນຫາຄວາມຍືນຍົງຂອງການພັດທະນາການທ່ອງທ່ຽວ, ການນໍາໃຊ້ສື່ສັງຄົມອອນລາຍ ເພື່ອໂຄສະນາການທ່ອງທ່ຽວ.
-ການນໍາໃຊ້ທ່າແຮງຂອງການທ່ອງທ່ຽວແບບຜະຈົນໄພ ເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ.

ເຊິ່ງກໍມີນັກທຸລະກິດ, ວິຊານການ ແລະ ຊຽວຊານຈາກຫຼາຍໆປະເທດມາແຊປະສົບການ ແລະ ແລກປ່ຽນ ເຊິ່ງກັນລະກັນ.

ຫຼ້າສຸດມື້ນີ້ກໍສືບຕໍ່ໃນຫົວຂໍ້ ສຶກສາຮຽນຮູ້ທ່າອ່ຽງໃນອະນາຄົດກ່ຽວກັບການທ່ອງທ່ຽວໃນພາກພື້ນ ໂດຍສະເພາະພາຍຫຼັງການລະບາດຂອງ ໂຄວິດ-19.
ສໍາລັບ ກອງປະຊຸມສໍາມະນາຄັ້ງນີ້ ພວກເຮົາຈະໄດ້ແລກປ່ຽນບົດຮຽນກ່ຽວກັບ ການສ້າງປະສົບການທີ່ເປັນເອກະລັກຂອງບັນດາຈຸດໝາຍປາຍທາງການທ່ອງທ່ຽວໃນຂົງເຂດອາຊີຕາເວັນອອກສຽງໃຕ້ ຈາກຜູ້ປະກອບການທີ່ປະສົບຜົນສໍາເລັດການທ່ອງທ່ຽວ ທັງພາຍໃນ ແລະ ພາກພື້ນ, ໄດ້ຮຽນຮູ້ກ່ຽວກັບຄວາມຕ້ອງການຂອງຕະຫຼາດທ່ອງທ່ຽວຈີນ ເຊິ່ງເປັນຕະຫຼາດສໍາຄັນຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ພ້ອມທັງຍັງຈະໄດ້ແລກປ່ຽນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ສົນທະນາກ່ຽວກັບ ວິທີການບອກເລົ່າເລື່ອງລາວກ່ຽວກັບຈຸດໝາຍປາຍທາງການທ່ອງທ່ຽວ ເຊັ່ນການເຊື່ອມໂຍງສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ບອກເລົ່າເລື່ອງລາວ ແລະ ຄວາມເຊື່ອ ເຊິ່ງຈະເປັນການເພີ່ມມູນຄ່າໃຫ້ກັບຈຸດໝາຍປາຍທາງການທ່ອງທ່ຽວນັ້ນຜ່ານເລື່ອງລາວປະຫວັດຄວາມເປັນມາ.

ນອກນັ້ນ, ແຂກທີ່ເຂົ້າຮ່ວມງານດັ່ງກ່າວຍັງໄດ້ຮ່ວມຊົມ ງານວາງສະແດງສິນຄ້າ ການທ່ອງທ່ຽວອາຊຽນ ທີ່ສູນການຄ້າລາວໄອເຕັກ ເປີດຂຶ້ນຢ່າງເປັນທາງການ ໂດຍງານຄັ້ງນີ້ຈັດຂຶ້ນເນື່ອງໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມການທ່ອງທ່ຽວອາຊຽນ 2024 ລະຫວ່າງວັນທີ 22 ຫາ 27 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ.