ຫຼາຍພາກສ່ວນໃຫ້ການສະໜັບສະໜູນ W.I.G NAGA ສະໂມສອນເຍົາວະຊົນລາວ ກ່ອນອອກເດີນທາງໄປລ້າງຕາລາຍການທີ່ ສປ ຈີນ

277

ຫຼາຍພາກສ່ວນສືບຕໍ່ໃຫ້ກັບສະໜັບສະໜູນ W.I.G NAGA ເພື່ອກຽມໄປແຂ່ງຂັນຕໍ່ລາຍການ Qinghai Guantang College Town-Flyin Cup ທີ່ນະຄອນສິງຫາຍ ແຂວງຫາຍໝານ ສປ ຈີນ ລະຫວ່າງວັນທີ 27 ມັງກອນ – 3 ກຸມພາ 2024 ເຊິ່ງເປັນການໄປແຂ່ງທີ່ ສປ ຈີນ ຄັ້ງທີ 2 ເພາະປີ 2023 ທີ່ຜ່ານມາແມ່ນໄປແຂ່ງຂັນລາຍການທີ່ຢຸນໜານ ແມ່ນຍາດໄດ້ອັນດັບທີ 2 ຫຼັງເສຍໃນຮອບຊີງຊະນະເລີດ. ນອກນັ້ນ, ລາຍການນີ້ຍັງເປັນການກຽມພ້ອມກ່ອນໄປແຂ່ງຂັນຕໍ່ໃນຮອບສຸດທ້າຍລາຍການ TAR ທີ່ປະເທດສະເປນ ໃນເດືອນເມສາ 2024 ອີກດ້ວຍ.

ຫຼ້າສຸດເມື່ອວັນທີ 25 ມັງກອນ 2024 ທີ່ສະໜາມລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບການສະໜັບສະໜູນໃຫ້ກັບ W.I.G NAGA ໃນຮຸ່ນອາຍຸບໍ່ເກີນ 10 ປີ ໃຫ້ກຽດມອບດັ່ງນີ້:
1. ທ່ານ ນາງ ສຸວັນນີ ອິນທະພົມ ພັນລະຍາຂອງທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດ ສະໜັບສະໜູນຊຸດຊ້ອມ ໃຫ້ນັກກກີລາ ແລະ ຄູຝຶກ ລວມມູນຄ່າ 4.000.000 ກີບ ລວມເຖິງມີນໍ້າດື່ມ 200 ແພັກໃຫ້ອີກ.
2. ທ່ານ ກະລຸນາ ສຸວັນນະເມທີ ຮອງປະທານບໍລິສັດ BP ບໍ່ແຮ່ ຈໍາກັດ ແລະ ທ່ານ ທະນຸພົນ ໄຊຖາວອນ ເລຂາ ບໍລິສັດ ເອວາ ທານສະປອດ ເທຣດດີ້ງ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ສະໜັບສະໜູນຊຸດແຂ່ງຂັນ ແລະ ຊຸດເດີນທາງລວມມູນຄ່າ 14.000.000 ກີບ
3.ທ່ານ chana nateapa managing director Ara laos co.,ltd ສະໜັບສະໜູນໝາກບານ, ຕາໜ່າງທີ່ຕິດຕັ້ງອ້ອມເດີ່ນຝຶກຊ້ອມ ແລະ ຕາໜ່າງປະຕູ
4.ທ່ານ ຄໍາໝັ້ນ ແສງອາລຸນ ຜູ້ບໍລິຫານບໍລິສັດ SNL ຂາເຂົ້າ-ຂາອອກ ສະໜັບສະໜູນຊຸດແຂ່ງຂັນ ແລະ ຊຸດເດີນທາງ ລວມມູນຄ່າ 7.000.000 ກີບ
5.ຮ້ານກຸລາບ ຮັບຈັດດານນອກສະຖານທີ່ ສະໜັບສະໜູນຊຸດແຂ່ງ ແລະ ຊຸດເດີນທາງງ ລວມມູນຄ່າ 7.000.000 ກີບ
ໂດຍກ່າວຮັບໂດຍທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ນັກກີລາ, ຄູຝຶກ, ພໍ່ແມ່ຜູ້ປົກຄອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ W.I.G NAGA ກ່າວວ່າ: ຂໍຂອບໃຈທຸກໆພາກສ່ວນທີ່ໃຫ້ການສະໜັບສະໜູນສະໂມສອນພວກເຮົາ ແນ່ນອນວ່າຈະເປັນແຮງສໍາຄັນໃນການສົ່ງເສີມນັກເຕະເຍົາວະຊົນລາວ ໄດ້ມີເວທີແຂ່ງຂັນລະດັບສາກົນ ແລະ ໄດ້ພັດທະນາຕົວເອງ ເພື່ອກ້າວໄປຕິດທີມຊາດລາວ ໃນອະນາຄົດ ເຊິ່ງກ່ອນໜ້ານີ້ພວກເຮົາສາມາດຍາດໄດ້ແຊັມຮອບຄັດເລືອກລາຍການ TAR ທີ່ປະເທດໄທ ຈົນສາມາດໄດ້ສິດໄປແຂ່ງຂັນໃນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນເດືອນເມສາ 2024 ເພື່ອສືບຕໍ່ ແລະ ສົ່ງເສີມນັກເຕະພວກເຮົາກຽມເດີນທາງໄປແຂ່ງຂັນທີ່ ສປ ຈີນ ໃນທ້າຍອາທິດນີ້ຕໍ່ ເພື່ອໃຫ້ນັກກີລາໄດ້ມີການເກັບກ່ຽວປະສົບການ ແລະ ແຂ່ງຂັນກັບທີມໃຫຍ່ໆຫຼາຍຂຶ້ນ.

ຂະນະດຽວກັນ ທ່ານ ສອນວິໄລ ສີຫາວົງ ຄູຝຶກ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີໃຫ້ສໍາພາດວ່າ: ຕ້ອງຂໍຂອບໃຈຜູ້ໃຫຍ່ໃຈດີເຊັ່ນດຽວທີ່ຊ່ວຍພວກເຮົາ ໂດຍພວກເຮົາມີພາລະກິດຈະໄປລ່າແຊັມລາຍການທີ່ ສປ ຈີນ ເພາະປີ 2023 ພວກເຮົາໄປແຂ່ງຂັນທີ່ຢຸນໜານ ອົກຫັກມາກໍຄືຍາດໄດ້ອັນດັບ 2 ຫຼັງເສຍໃນຮອບຊີງຊະນະເລີດ ແນ່ນອນຄັ້ງນີ້ພວກເຮົາຈະໄປລ້າງຕາອີກຄັ້ງ. ຢ່າງໃດກໍຕາມ ລາຍການນີ້ບໍ່ງ່າຍ ເພາະເຈົ້າພາບ ແລະ ປະເທດອື່ນກຽມຕົວມາດີ.
ເມື່ອບໍ່ດົນມານີ້ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ທີມບານເຕະເຍົາວະຊົນລາວ ສາມາດສ້າງຜົນງານຢ່າງໂດດເດັ່ນສາມາດຍາດໄດ້ແຊັມລາຍການ TAR Asia Qualifiers ຮອບຄັດເລືອກ ທີ່ປະເທດໄທ ໃນເດືອນທັນວາ 2023 ເຮັດໃຫ້ໄດ້ສິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ໃນເດືອນເມສາ 2024 ເຊິ່ງກ່ອນໜ້ານີ້ມີຫຼາຍພາກສ່ວນໃຫ້ການສະໜັບສະໜູນຄື:
1.ການຕ້ອນຮັບຢ່າງອົບອຸ່ນຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າມອບເງິນສະໜັບສະໜູນ 10 ລ້ານກີບຈາກທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
2.ຮ້ານອາຫານຊີ້ນດາດ ໂຕໝູ ຈັດພາເຂົ້າລ້ຽງອາຫານແລງ ດາດໂຕໝູ
3.ທະນາຄານ ພັດທະນາລາວ ຫຼື LDB BANK ສະໜັບສະໜູນ 150 ລ້ານກີບ
4.Miss ann kavanh ເປັນຄົນລາວໃນ ອາເມຣິກາ ( ຣັດຟໍຣິດ້າ FLORIDA ) ( ເມື່ອງ ຕຳປາເບ້ TAMPA BAY ) ຈາກສະຫະລັດອາເມລິກາ ມອບໃຫ້ 100 ໂດລາ.
5. Mr huang bo ຈຳນວນ 1 ລ້ານບາດ
6.ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ມອບນໍ້າດື່ມ 200 ແພັກ
7.ກະຊວງ ສສກ ມອບເງິນ 10 ລ້ານກີບ
8.ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ອາເມລິກາ ມອບໃຫ້ 1.000 ໂດລາ

#ຜົນງານທີ່ພົ້ນເດັ່ນຂອງ W.I.G NAGA ທີ່ຜ່ານມາມີດັ່ງນີ້:
-ໄປແຂ່ງຂັນລາຍການທີ 4 ເສົ້າທີ່ແຂວງສະຫວັນນະເຂດ ໃນເດືອນຕຸລາ 2022 ສາມາດຍາດໄດ້ແຊ້ມຮຸ່ນອາຍຸບໍ່ເກີນ 10 ປີ
-ຄວ້າອັນດັບ 3 ລາຍການລາຍການໃຫຍ່ລາຍການ ແຊ້ມຊົນແຊັມ ທີ່ຊຽງຣາຍປະເທດໄທ ເມື່ອປີ 2022 ໃນຮຸ່ນອາຍຸບໍໍ່ເກີນ 10 ປີທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ
-ຄວ້າແຊັມ ຢູ 8 ແລະ ຢູ 11 ໃນລາຍການລະດັບນາໆຊາດ ທີ່ພັດທະຍາ ປະເທດໄທ ໃນທ້າຍປີ 2022
-ປີ 2023 ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ ຢູ 10 ປີ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 202, ສ່ວນຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ.
-ສາມາດກວາດແຊັມໃນຮຸ່ນອາຍຸບໍ່ເກີນ 9 ປີ ແລະ 10 ປີ ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນຮຸ່ນອາຍຸບໍ່ເກີນ 11 ແລະ 12 ປີແມ່ນສາມາດຄວ້າຮອງແຊັມໄດ້ອີກດ້ວຍ.
-ຍາດໄດ້ແຊັມຊີງຂັນ ປະສານໃຈ ທີ່ ສປປ ລາວ ໃນປີ 2023
-ຍາດໄດ້ແຊັມ mazda challenge cup 2023 ໃນຮຸ່ນອາຍຸບໍ່ເກີນ 10 ປີ ແລະ 12 ປີ ຈາກທີມເຂົ້າຮ່ວມທັງໝົດ 40 ກວ່າທີມ ຈັດທີິ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ສປປ ລາວ
-ຍາດໄດ້ແຊັມ ບານເຕະມາສດ້າ ຢຸດລີກ 2023 ທີ່ສປປ ລາວ ໄດ້ທັງ ຢູ 10 ກັບ ຢູ 12
-ຍາດໄດ້ອັນດັບ 5 ລາຍການ JS CUP 2023 ທີ່ເກົາຫຼີ ຈາກ 32 ທີມ 8 ປະເທດເຂົ້າຮ່ວມຊີງໄຊ
-ຍາດໄດ້ອັນດັບ 2 ລາຍການທີ່ ສປ ຈີນ ຈາກທີມເຂົ້າຮ່ວມ 32 ທີມຈາກ 11 ປະເທດເຂົ້າຮ່ວມຊີງໄຊ
-ຄວ້າແຊັມຮອບຄັດເລືອກ TAR Asia Qualifiers ທີ່ປະເທດໄທ
-ໄປລຸ້ນຕໍ່ຮອບສຸດທ້າຍລາຍການ TAR ທີ່ປະເທດແອັດສະປາຍ
ຂ່າວ: Larh Creators; Neung Liverpool