ອີກ 1 ຕົວແທນນະຄອນຫຼວງວຽງຈັນ ກຽມອອກເດີນທາງໄປແຂ່ງທີ່ຈີນ ຄັ້ງທໍາອິດ ຈາກການຮ່ວມມືຂອງ 3 ສະໂມສອນ

164

3 ສະໂມສອນເຍົາວະຊົນລາວ ໄດ້ແກ່ ທ່າຊ້າງ ຢູໄນເຕັດ, ໄຊເສດຖາ ອະຄາເດມີ ແລະ ສິງປະເສີດ ອະຄາເດມີ ຮ່ວມມືກັນສ້າງທີມເຍົາວະຊົນລາວກາຍເປັນທີມຕົວແທນ ນະຄອນຫຼວງວຽງຈັນ ໃນຮຸ່ນອາຍຸບໍ່ເກີນ 12 ປີຈະເດີນທາງເຂົ້າຮ່ວມການແຂ່ງຂັນລາຍການ “ Qingdao West Coast International ” ທີ່ຊິງເຕົາ ສປ ຈີນ ລະຫວ່າງວັນທີ 27 ມັງກອນ – 3 ກຸມພາ 2024.

ຫຼ້າສຸດເມື່ອວັນທີ 24 ມັງກອນ 2023 ທີ່ສະໜາມບານເຕະຫຍ້າທຽມ ເບ ສະຫວັນ ເອັຟຊີ, ການນໍາ ສະຫະພັນບານເຕະນະຄອນຫຼວງວຽງຈັນ ໄດ້ລົງຕິດຕາມການຝຶກຊ້ອມ ແລະ ໃຫ້ກໍາລັງໃຈກ່ອນອອກເດີນທາງ ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້ໂດຍ ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ນາງ ດາລາມອນ ພັນຄູນນີວົງສາ ຫົວໜ້າກອງເລຂາ ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະທີມຊຸດນີ້ ແລະ ທ່ານ ໄຊເສດຖາ ຄໍາວຽງງາມ ປະທານສະໂມສອນ ໄຊເສດຖາ ທັງເປັນຫົວໜ້າຄູຝຶກ ມີພໍ່ແມ່ຜູ້ປົກຄອງ ແລະ ນັກກີລາ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ກ່າວວ່າ: ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ໄດ້ເລືອກສະໂມສອນ ທ່າຊ້າງ ຢູໄນເຕັດ, ໄຊເສດຖາ ອະຄາເດມີ ແລະ ສິງປະເສີດ ອະຄາເດມີ ຮ່ວມກັນເປັນ 1 ທີມໃນຮຸ່ນອາຍຸບໍ່ເກີນ 12 ປີ ເພື່ອເປັນສະໂມສອນຕົ້ນແບບໃນການຝຶກສອບ, ຮູບແບບການສ້້າງສະໂມສອນ ແລະ ອື່ນໆ ເຊິ່ງຫຼ້າສຸດໄດ້ກຽມທີມ ແລະ ກຽມອອກເດີນທາງເຂົ້າຮ່ວມລາຍການທີ່ ສປ ຈີນ ເພື່ອແລກປ່ຽນ, ແຂ່ງຂັນ ແລະ ພັດທະນາຄຽງຄູ່ກັນໄປ.

“ ເຊິ່ງແນ່ນອນພວກເຮົາເປັນທີມໃໝ່ ແລະ ເວລາກຽມຕົວໜ້ອຍໜ້ອຍ ແຕ່ມາຮອດປັດຈຸບັນແມ່ນທຸກຄົນພັດທະນາ ແລະ ພ້ອມແລ້ວ ທີ່ຈະເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເຊິ່ງຈະເປັນປະສົບການໃໝ່ຄັ້ງສໍາຄັນໃນການເກັບກ່ຽວປະສົບການ ກັບທີມໃຫຍ່ໆໃນ ສປ ຈີນ ເພາະລາຍການນີ້ມີເຖິງ 400 ກວ່າທີມຈາກຫຼາຍໆປະເທດໃນອາຊີເຂົ້າຮ່ວມການແຂ່່ງ. ດັ່ງນັ້ນ ຈິ່ງຮຽກຮ້ອງໃຫ້ທຸກຄົນເຮັດເຕັມທີ່ ແລະ ເກັບກ່ຽວປະສົບການໃຫ້ໄດ້ຫຼາຍທີ່ສຸດ ບໍ່ວ່າຈະເປັນທາງຄະນະ ແລະ ຄູຝຶກ ລວມເຖິງນັກກີລາ ຈະເປັນການຮຽນຮູ້ ແລະ ພັດທະນາຄັ້ງສໍາຄັນ ໃນການໄປແຂ່ງຂັນລາຍການນີ້ ເພື່ອຕໍ່ຍອດໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆຕໍໄປ ” ຮອງປະທານສະຫະພັນບານເຕະນະຄອນຫຼວງວຽງຈັນ.

ສໍາລັບ ການເດີນທາງຄັ້ງນີ້ແມ່ນທັງໝົດ 21 ທ່ານແບ່ງເປັນ ຄະນະນໍາ ແລະ ຄະນະຄູຝຶກ ຈໍານວນ 7 ທ່ານ, ສ່ວນນັກກີລາມີທັງໝົດ 16 ຄົນ ມາຈາກສະໂມສອນ ໄຊເສດຖາ ອະຄາເດມີ, ທ່າຊ້າງ ຢູໄນເຕັດ ແລະ ສິງປະເສີດ ອະຄາເດມີ ລວມທີມຂຶ້ນມາເພື່ອໄປຫາປະສົບການຄັ້ງທໍາອິດໃນຕ່າງປະເທດ ໂດຍກໍານົດອອກເດີນທາງໄປ ສປ ຈີນ ໃນຄໍ່າຄືນຂອງວັນສຸກທີ 26 ມັງກອນ 2024.