ສປປ ລາວ ເປີດກອງປະຊຸມ NTO Media Briefing ເປັນເວທີສໍາຄັນຊ່ວຍໂຄສະນາການທ່ອງທ່ຽວອາຊຽນ

32

ເນື່ອງໃນທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມການທ່ອງທ່ຽວອາຊຽນ 2024 ລະຫວ່າງວັນທີ 22 ຫາ 27 ມັງກອນ 2024 ທີ່ນະຄອນຫຼວງວຽງຈັນ ເຊິ່ງໃນໂອກາດດັ່ງກ່າວ ກໍຍັງມີການເປີດກອງປະຊຸມ NTO Media Briefing ເພື່ອເປັນເວທີໃຫ້ກັບບັນດາປະເທດໃນອາຊຽນ ໄດ້ມີໂອກາດໂຄສະນາ ແລະ ນໍາສະເໜີແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງປະເທດຕົວເອງ ໃຫ້ບັນດາປະເທດທີ່ເຂົ້າມາຮ່ວມໄປໂຄສະນາຊ່ວຍ.

ກອງປະຊຸມ NTO Media Briefing ເປີດສາກຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 23 ມັງກອງ 2024 ທີ່ສູນການ ລາວ ຄ້າໄອເຕັກ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີຕົວແທນມີເດຍຈາກ 26 ພາກສ່ວນເຂົ້າຮ່ວມ ບໍ່ສະເພາະແຕ່ບັນປະເທດອາຊຽນເທົ່ານັ້ນ ຍັງມີມີເດຍຈາກພາກພື້ນເອີຣົບ ໂດຍສະເພາະ ສະຫະລັດອາເມຣິກາ ກໍເຂົ້າມາຮ່ວມງານຄັ້ງນີ້ເຊັ່ນກັນ.

ໂອກາດດັ່ງກ່າວ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງ ຖວທ ໄດ້ຂຶ້ນກ່າວເປີດ ແລະ ນໍາສະເໜີເປັນການທ່ຽວລາວ ເປັນປະເທດທໍາອິດ ໂດຍທ່ານໄດ້ກ່າວຕ້ອນຮັບສູ່ປີທ່ອງທ່ຽວລາວ 2024 ແລະ ລາຍການສະພາບໂດຍລວມໃນການທ່ອງທ່ຽວລາວ ເປັນຕັ້ນແມ່ນ:
-ການເດີນທາງດ້ວຍລົດໄຟ, ຍົນ ແລະ ທາງໂດຍສານອື່ນໆ.
-ສະຖານທີ່ທ່ອງທ່ຽວທີ່ສໍາຄັນຂອງແຕ່ລະແຂວງ ໂດຍສະເພາະພາກເໜືອ ຫຼວງພະບາງ ແມ່ນຕາດກວາງຊີ ແລະ ວັດວາອາຮາຕ່າງໆ; ພາກກາງ ນະຄອນຫຼວງວຽງຈັນ ທາດຫຼວງ, ປະຕູໄຊ ແລະ ວັດສີສະເກດ; ພາກໃຕ້ ແມ່ນວັດພູຈໍາປາສັກ ເປັນສະຖານທີ່ດືງດູດນັກທ່ອງທ່ຽວມາຫຼາຍໃນປີທີ່ຜ່ານມາ.
-2 ບຸນໃຫຍ່ທີ່ໄດ້ຮັບຄວາມນິຍົມທີ່ສຸດ: ບຸນທາດຫຼວງ ຢູ່ນະຄອນຫຼວງວຽງຈັນ ແລະ ວັດພູຈໍາປາສັກ ຢູ່ແຂວງຈໍາປາສັກ

ທັງນີ້ ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຍັງໃຫ້ສໍາພາດວ່າ: ການຈັດງານຄັ້ງນີ້ຈັດຂຶ້ນເພື່ອເປັນເວທີໃຫ້ກັບບັນດາປະເທດໃນອາຊຽນ ໄດ້ມີໂອກາດໂຄສະນາ ແລະ ນໍາສະເໜີແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງປະເທດຕົວເອງ ໃຫ້ບັນດາປະເທດທີ່ເຂົ້າມາຮ່ວມໄປໂຄສະນາຊ່ວຍ ເຊິ່ງນັກຂ່າວທີ່ເຂົ້າມາຮ່ວມມື້ນີ້ມີ 26 ພາກສ່ວນ ບໍ່ວ່າຈະເປັນທັງອາຊຽນ ແລະ ເອີຣົບ ໂດຍສະເພາະແມ່ນ ສະຫະລັດອາຣິກາ ໂດຍສະເພາະ ສປປ ລາວ ແມ່ນໄດ້ຮັບຄວາມສົນໃຈຫຼາຍໆດ້ານເປັນຕົ້ນແມ່ນ ການເດີນທາງເຂົ້າມາ ສປປ ລາວ ສາມາດມາໄດ້ແບບໃດ ແລະ ເສັ້ນທາງລົດໄຟແມ່ນໄດ້ຮັບຄວາມສົນໃຈຫຼາຍ.
ຂະນະດຽວກັນ ໃນວັນດັ່ງກ່າວຍັງມີ ປະເທດຫວຽດນາມ ໄດ້ຂຶ້ນນໍາສະເໜີການທ່ອງທ່ຽວຂອງຫວຽດນາມ ເປັນປະເທດທີ 2, ຕໍ່ດ້ວຍ ມຽນມາ ແລະ ມາເລເຊຍ ຕາມລໍາດັບ.