ວິລະບູລີ ທໍາລາຍສິນຄ້າເສື່ອມຄຸນ, ໝົດອາຍຸ 10 ກວ່າລາຍການ

30

ເພື່ອເປັນການປົກປ້ອງຜູ້ບໍລິໂພກ ເຈົ້າໜ໊າທີ່ກ່ຽວຂ້ອງຂອງເມືອງວິລະບູລີແຂວງສະຫວັນນະເຂດໄດ້ລົງກວດກາບັນດາຮ້ານຂາຍເຄື່ອງຍ່ອຍພາຍໃນເມືອງ ແລະພົບເຫັນ 10 ກວ່າລາຍການເປັນສິນຄ້າທີ່ຫ້າມຂາຍ, ເສື່ອມຄຸນນະພາບ ແລະໝົດອາຍຸແລ້ວຈຶ່ງນຳມາທຳລາຍຖີ້ມ.

May be an image of 12 people, hospital and text

ຂ່າວຈາກທ້ອງຖິ່ນລາຍງານວ່າ: ໃນຕອນເຊົ້້າວັນທີ 18 ມັງກອນ 2024 ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍສິນຄ້າເສື່ອມຄຸນນະພາບ (ສິນຄ້າໝົດອາຍຸ) ຂຶ້ນຢູ່ທີ່ຫ້ອງການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງວິລະບູລີ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ມີບັນດາທ່ານຫົວໜ້າ-ຄະນະຫ້ອງການ, ຄະນະຮັບຜິດຊອບສົ່ງເສີມການຜະລິດ, ການຊົມໃຊ້ຜະລິດຕະພັນທີ່ໄດ້ຜະລິດຢູ່ພາຍໃນ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 3 people

ທ່ານ ບົວລະຄອນ ພົມມະວົງ ຮອງຫົວໜ້າຫ້ອງການອຸດສາຫະກໍາ ແລະການຄ້າເມືອງ ໄດ້ລາຍງານໃຫ້ຮູ້ວ່າ : ອີງຕາມດ້ວຍກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້  ແລະ ດຳລັດວ່າດ້ວຍການກວດກາການຄ້າ ແລະ ປະຕິບັດຕາມແຜນການຈັດຕັ້ງເຄື່ອນໄຫວວຽກງານປະຈໍາປີ ຂອງຫ້ອງການອຸດສາຫະກໍາ ແລະ ການເມືອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືແຜນວຽກຂອງເຈົ້າໜ້າທີ່ກວດກາການຄ້າ, ເຊິ່ງຕະຫຼອດໄລຍະ 01 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງພວກເຮົາ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຕິດຕາມ, ກວດກາ ແລະ ການຈຳໜ່າຍ ສິນຄ້າຢູ່ໃນທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານ ຂອງຜູ້ປະກອບການຄ້າຂາຍ ນັບທັງຄົນລາວ ແລະ ຊາວຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວຄ້າຂາຍພາຍໃນເມືອງ ວິລະບູລີ ທັ້ງນີ້ກໍ່ເພື່ອເປັນການປົກປ້ອງ ຜົນປະໂຫຍດຂອງຜູ້ຊົມໃຊ້ໃນທົ່ວສັງຄົມ ພ້ອມທັງປຸກຈິດສຳນຶກ ແລະ ຍົກສູງສະຕິການເຄົາລົບກົດໝາຍ ຂອງນັກທຸລະກິດ ກໍ່ຄືຜູ້ປະກອບການຄ້າຂາຍ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ຢ່າງຖືກຕ້ອງ, ສອດຄ່ອງ, ຍົກສູງບົດບາດ ແລະ ສ້າງຄວາມເຂັ້ມແຂງທາງດ້ານວິຊາການ ສື່ໃຫ້ເຫັນເຖິງຄວາມເຂັ້ມງວດໃນການປະຕິບັດໝາດຕະການ ຕໍ່ຜູ້ທີ່ລະເມີດລະບຽບ, ກົດໝາຍບ້ານເມືອງ.

May be an image of 5 people and text

ໃນໄລຍະ 01 ປີ ທີ່ຜ່ານມາ ເຈົ້າໜ້າທີ່ກວດກາການຄ້າໄດ້ຈັດຕັ້ງເຄື່ອນໄຫວຕິດຕາມ, ກວດກາ ການຈໍາໜ່າຍສິນຄ້າເສື່ອມຄຸນນະພາບ, ໝົດອາຍຸ ສິນຄ້າເກືອດຫ້າມ-ລອກຮຽນແບບ ແລະ ອື່ນໆ ຢູ່ຕາມທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານຕ່າງໆ ກໍ່ຄືຄົນລາວ ແລະຊາວຕ່າງປະເທດທີ່ເຄື່ອນໄຫວທຸລະກິດ ທີ່ຄ້າຂາຍຢູ່ແຕ່ລະຈຸດສຸມ, ກຸ່ມບ້ານ ແລະ ບ້ານຕ່າງໆໃນຂອບເຂດທົ່ວເມືອງ ວິລະບູລີ ຂອງພວກເຮົາ ໄດ້ທັງໝົດ 05 ຄັ້ງ, ໄດ້ຮ່ວມກັບເຈົ້າໜ້າທີ່ກວດກາການຄ້າແຂວງ 02 ຄັ້ງ ມີຫ້າງຮ້ານທີ່ຖືກກວດກາທັງໝົດ 75 ຮ້ານ, ກວດພົບສິນຄ້າຈຳໜາຍທີ່ບໍ່ຖືກຕ້ອງ ມີ 13 ຮ້ານ ຊຶ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນ ແລະ ສຶກສາອົບຮົມເຈົ້າຂອງຮ້ານ ພ້ອມທັງຍຶດສິນຄ້າໄວ້ໄດ້ທັງໝົດ 14 ລາຍການ, ລວມມູນຄ່າທັງໝົດ 3.475.000 ກີບ ໃນນີ້ມີສິນຄ້າເສື່ອມຄຸນ-ໝົດອາຍຸ 13 ລາຍການ, ສິນຄ້າຫ້າມຈຳໜ່າຍມີ 01 ລາຍການ ຊຶ່ງມີ: ນົມດັສມິວ, ໂຟໂມດ, ງົວແດງ, ນົມຫວຽດນາມ, 20 ແພັກ; ເຂົ້າໜົມຫວຽດ-ເຂົ້າໜົມໄທ 100 ຖົງ; ຊາໄຂ່ມຸກ 07 ຖົງ. ນົມເຂັ້ມຂຸ້ນຄາເນຊັ້ນ 28 ກ່ອງ. ໝີ່ຫວຽດ-ໝີ່ໄທ-ໝີ່ຈີນ 03 ແກັດ ແລະ 66 ກ່ອງ ແລະ ສິນຄ້າອື່ນໆອີກຈຳນວນໜຶ່ງ.

May be an image of 3 people and text