ມວນຊົນຮ່ວມຊົມຄັບຄັ່ງ, ສະເຫຼີມສະຫຼອງ 75 ປີວັນສ້າງກອງທັບປະຊາຊົນລາວທີ່ບຶງທາດຫຼວງ

38

ໃນຕອນເຊົ້າວັນທີ 18 ມັງກອນ 2024 ເປັນມື້ໜຶ່ງທີ່ຄືກຄື້ນພິເສດຢູ່ເຂດບຶງທາດຫຼວງ ນະຄອນຫຼວງວຽງຈັນ ໃນນັ້ນໄດ້ມີຂະບວນການຍ່າງ ເພື່ອສຸຂະພາບ ເພື່ອຄວາມສາມັກຄີເປັນປຶກແຜ່ນລະຫວ່າງກອງທັບ ແລະ ປະຊາຊົນລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ແລະມວນຊົນຈຳນວນໜຶ່ງກໍ່ເດີນທາງມາຊົມການສະແດງໂດຍສະເພາະໃນການສະແດງຂອງກອງທັບສອງປະເທດລາວ-ຈີນ
ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາທ່ານຄະນະຮັບຜິດຊອບລະດັບຊາດ, ບັນດາທ່ານການນໍາພັກ-ລັດ; ພະນັກງານປະຕິວັດອາວຸໂສບໍານານ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ມວນຊົນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

May be an image of 3 people
ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ທັງເປັນຄະນະຮັບຜິດຊອບລະດັບຊາດ ໄດ້ຂຶ້ນກ່າວຕໍ່ພິທີວ່າ: 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ເຊິ່ງເປັນວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບລາວ ທີ່ໝູນ ວຽນມາ ຄົບຮອບ 75 ປີ.

May be an image of aircraft
ທ່ານກ່າວວ່າ ບົນເສັ້ນທາງ ແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ, ກອງທັບໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະຫຼະນາໆ ປະການ ຕໍ່ສູ້ເພື່ອປະຊາຊົນ ຕີເອົາຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມແຂງກວ່າພວກເຮົາບໍ່ຈັກວ່າເທົ່າໃດທົບ, ປົດປ່ອຍປະເທດຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສົມຊື່ວ່າ “ ກອງທັບວິລະຊົນ, ຊາດລາວວິລະຊົນ, ຄົນລາວພິລະອາດຫານ “ ດ້ວຍຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ເຂັ້ມແຂງ, ສູ້ຮົບມີໄຊຂອງກອງທັບປະຊາຊົນລາວ.

May be an image of 2 people and text
ຕະຫຼອດໄລຍະ 75 ປີ ຜ່ານມາກອງທັບພວກເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ໃນໜ້າປະຫວັດສາດຢ່າງສົມກຽດ ສົມແລ້ວທີ່ເປັນກອງທັບວິລະຊົນ, ຊາດລາວວິລະຊົນ ຊຶ່ງໄດ້ຮັບການຍ້ອງຍໍສັນລະເສີນ ຈາກພັກ ແລະ ລັດ ວ່າ: “ກອງທັບຍາມໃດກໍນໍາໜ້າໃນທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ຕີເອົາຊະນະສັດຕູທຸກໂຕ, ເຮັດສຳເລັດໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ”.

May be an image of 1 person and text

ກອງທັບກັບປະຊາຊົນບັນດາເຜົ່ານັ້ນຄື “ປາກັບນໍ້າ” ເຊີ່ງເປັນປັດໄຈສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອິງໃສ່ປະຊາຊົນເປັນກໍາລັງໜູນຊ່ວຍຢ່າງໜັກແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄື ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ.
ໃນຂະບວນອັນມີຄວາມໝາຍສໍາຄັນນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາໄດ້ໃຫ້ກຽດຕາງໜ້າປະຊາຊົນລາວບັນດາເຜົ່າຂຶ້ນຕັດແຖບຜ້າ, ຈາກນັ້ນ ຂະບວນການກໍ່ໄດ້ເລີ່ມຕົ້ນດ້ວຍການຍ່າງ ແລະ ຮັບຊົມການສະແດງຝຸງເຄື່ອງບິນກິລາຈາກກອງທັບ ປະຊາຊົນລາວ ແລະ ສປ ຈີນ ຢ່າງຄືກຄື້ນມ່ວນຊື່ນ.

May be an image of blimp