ພົບຫຼັກຖານໃໝ່ໃນໄຫຫີນຊຽງຂວາງ

267

ຕາມຂ່າວລາຍງານວ່າໃນວັນ 16 ມັງກອນ 2024 ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຄໍາ ແຂວງ ຊຽງຂວາງ ຮ່ວມກັບທີມ ງານເກັບກໍາຂໍ້ມູນທາງດ້ານບູຮານວິທະຍາ ຂັ້ນແຂວງ ແລະ ກະຊວງ ລົງກວດກາເກັບກໍາຂໍ້ມູນດ້ານບູຮານວິທະຍາ ໄຫຫີນ ແຫຼ່ງ 75 ບ້ານ ຜາທ້າງ ຢ່າງເປັນທາງການ.

No photo description available.
ພາຍໃຕ້ການຊີ້ນໍາ-ນໍາພາຂອງ ທ່ານ ສົມຈິດ ສີດາລາຫົວໜ້າຫ້ອງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຄໍາ ແຂວງຊຽງຂວາງ, ມີ ທ່ານ ສຸລິຍາ ບຸນໄຊທິບ ຮອງຫົວໜ້າພະແນກຄຸ້ມຄອງບູຮານວິທະຍາກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີທ່ານ ນິໂຄຣາດ ສະໂກພາລ ນັກສຶກສາປະລິຍາເອກ ຈາກມະຫາວິທະຍາໄລຊິດນີຮ່ວມກັບມະຫາວິທະຍາໄລແຫ່ງຊາດອົດສະຕາລີ ພ້ອມດ້ວຍທີມງານຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຄໍາ, ທີມງານເກັບກໍາຂໍ້ມູນທາງດ້ານບູຮານວິທະຍາ ຂັ້ນແຂວງ, ກະຊວງ ແລະ ຊ່ຽວຊານມະຫາວິທະຍາໄລແຫ່ງຊາດອົດສະຕາລີເຂົ້າຮ່ວມ.

May be an image of 8 people and tree
ການລົງເກັບກໍາຂໍ້ມູນໃນຄັ້ງນີ້ ໄດ້ລິເລີ່ມມາແຕ່ວັນທີ 13 ມັງກອນ 2024 ເປັນຕົ້ນມາ ມາຮອດປະຈຸບັນ ການເກັບກໍາຂໍ້ມູນເຫັນວ່າ ການຂຸດຄົ້ນພາຍໃນໄຫຫີນພົບເຫັນສິ້ນສ່ວນ ໂຄງຮ່າງມະນຸດບູຮານເປັນຕົ້ນແມ່ນ: ກະໂຫຼກຫົວມະນຸດ, ຄ້າງ, ແຂ້ວ ແລະ ວັດຖຸນໍາໃຊ້ອື່ນໆ ສັນນິຖານວ່າຈະມີອາຍຸປະມານ 900-1200 ກວ່າປີ.
ຈຸດປະສົງກໍ່ເພື່ອເປັນການຄົ້ນຄວ້າຊອກແຫຼ່ງທີ່ຢູ່ອາໄສຂອງຄົນບູຮານ ພ້ອມນັ້ນ, ກໍ່ໄດ້ຄົ້ນຄວ້າເຖິງການນໍາໃຊ້ໄຫຫີນແຫ່ງທີ່ 75 ທີ່ຕິດພັນກັບມະນຸດສະໄໝບູຮານ ຕື່ມອີກ.

May be an image of 5 people and tree