ຄັ້ງທຳອິດວາງສະແດງສິລະປະລະດັບຊາດຮ່ວມ 3 ປະເທດລາວ-ໄທ, ຈີນ

34

ວັນທີ 16 ມັງກອນ 2024 ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນໄດ້ມີພິທີໄຂງານວາງສະແດງຜົນງານສິລະປະວິຈິດຕະກຳຂອງບັນດານັກສິລະປິນລະດັບຊາດ 3 ປະເທດ ລາວ-ຈີນ-ໄທ ໂດຍແມ່ນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດລາວພັດທະນາສິນ ຈຳກັດ ຮ່ວມກັນຈັດຂຶ້ນ. ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ນາງ ນາລີ ສີສຸລິດ, ພັນລະຍາ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ພ້ອມດ້ວຍບັນດາການນໍາພັກ-ລັດຂອງລາວ, ຕາງໜ້າສະຖານທູດຈີນ ແລະ ໄທ ແລະ ແຂກຮັບເຊີນ.

May be an image of 10 people and text
ຈຸດປະສົງຂອງການຈັດງານຄັ້ງນີ້ ແມ່ນເພື່ອເຜີຍແຜ່, ແລກປ່ຽນບົດຮຽນ, ປະສົບ ການ ຊຶ່ງກັນ ແລະ ກັນຂອງບັນດານັກສິລະປິນໃນການອະນຸລັກ, ຮັກສາ ແລະ ສົ່ງ ເສີມຜົນງານທາງດ້ານວິຈິດສິນໃຫ້ມີຄຸນຄ່າສູງຍິ່ງຂື້ນໄປຕາມການເວລາ, ຄຽງຄູ່ກັບການຈັດວາງສະແດງຜົນງານທາງດ້ານວິຈິດສິນໃນຄັ້ງນີ້ ຍັງມີການຈັດການປະມູນຜົນງານຂອງບັນດານັກສິລະປິນລະດັບຊາດທີ່ມີຊື່ສຽງອີກດ້ວຍ.

May be an image of one or more people, crowd and text
ໃນໂອກາດນີ້, ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີຄໍາເຫັນວ່າ: ງານວາງສະແດງແລກປ່ຽນວັດທະນະທຳດ້ວຍຜົນງານສິລະປະວິຈິດຕະກຳຂອງນັກສິລະປິນລະດັບຊາດຂອງ 3 ປະເທດຄັ້ງນີ້ ແມ່ນເປັນຄັ້ງທໍາອິດທີ່ໄດ້ຈັດຂື້ນຢູ່ ສປປ ລາວ ຊຶ່ງແມ່ນຂີດໝາຍທີ່ສຳຄັນຕໍ່ການອະນຸລັກ ແລະ ພັດທະນາມູນມໍຣະດົກທາງດ້ານວິຈິດຕະກຳຂອງນັກສິລະປິນຂອງລາວ, ທັງເປັນການແລກປ່ຽນບົດຮຽນອັນລ້ຳຄ່າກ່ຽວກັບການສ້າງສັນຜົນງານ, ວິທີການຮັກສາ ແລະ ພັດທະນາຮູບແຕ້ມວິຈິດຕະກຳຈາກບັນຕານັກສິລະປິນລະດັບຊາດຂອງ ຈີນ ແລະ ໄທ.

May be art

ພ້ອມນີ້, ຍັງເປັນການກະຕຸກຊຸກຍູ້ອຸດສະຫະກຳການທ່ອງ ທ່ຽວທາງວັດທະນະທໍາທີ່ມີຄຸນຄ່າຍອດຍິ່ງ ເພື່ອດຶງດູດການລົງທຶນ, ການຮ່ວມມືສາກົນ ເຂົ້າໃນການພັດທະນາສີມືຂອງນັກສິ ລະປິນລາວ ແລະ ເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນໃຫ້ນັບມື້ນັບດີຂຶ້ນຕາມນະໂຍບາຍຂອງພັກ ແລະ ລັດຖະບານລາວ.

May be an image of 6 people, people dancing and text
ງານວາງສະແດງແລກປ່ຽນສິລະປະຄັ້ງນີ້ ແມ່ນດໍາເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 15-17 ມັງກອນ 2024 ໂດຍມີນັກສິລະປິນຈາກ ສປປ ລາວ 24 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈຳນວນ 61 ຮູບ, ນັກສິລະປິນຈາກ ສປ. ຈີນ 9 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈຳນວນ 117 ຮູບ ແລະ ນັກສິລະບິນຈາກ ຣາຊະອານາຈັກໄທ 13 ທ່ານ ສົ່ງຜົນງານຮູບແຕ້ມເຂົ້າຮ່ວມຈໍານວນ 50 ຮູບ. ບັນດາຮູບພາບທີ່ນໍາມາວາງສະແດງ ແມ່ນສ່ອງແສງໃຫ້ເຫັນຄວາມສວຍສົດງົດງາມຂອງທຳມະຊາດ, ວິຖີການດຳລົງຊີວິດ, ສັດໃນຕຳນານ, ຮູບຄົນ ແລະ ແຫຼ່ງມໍຣະດົກສະຖານຕ່າງໆ.

May be an image of 10 people and text
ໃນພິທີເປີດງານວາງສະແດງຄັ້ງນີ້ ຍັງມີພິທີມອບໃບກຽດຕິຄຸນໃຫ້ກັບສິລະປິນເຂົ້າຮ່ວມງານສະແດງ, ການສະແດງການແຕ້ມຮູບວິຈິດສິນພ້ອມກັນເທິງເວທີຈາກສິລະປິນແຫ່ງຊາດ ລາວ-ຈີນ-ໄທ ແລະ ການປະ ມູນພາບວິຈິດສິນ ຕື່ມອີກ.

May be an illustration of 1 person

ພາບ-ຂ່າວຈາກ: ມີເດຍລາວ