ທ່ານນາຍົກລົງເຄື່ອນໄຫວເຮັດວຽກຢູ່ເຂດຈຸດສຸມພັດທະນາທອງມີໄຊ

38

ຂ່າວລາຍງານວ່າເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຜະລິດຂອງປະຊາຊົນ ຢູ່ເຂດຈຸດສຸມພັດທະນາທອງມີໄຊ ເມືອງວຽງທອງ ແຂວງບໍລິຄໍາໄຊ ໂດຍໃຫ້ການຕ້ອນຮັບ ແລະ ເຮັດວຽກຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ການຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 7 people
ທ່ານ ພັອ ຄຳແຜ່ນ ວີລືທຳ ເຈົ້າເມືອງວຽງທອງ ໄດ້ລາຍງານກ່ຽວກັບສະພາບລວມການພັດທະ ນາຢູ່ເຂດພັດທະນາຈຸດສຸມທອງມີໄຊ ເຊິ່ງເຂດດັ່ງກ່າວ ຕັ້ງຢູ່ທິດເໜືອຂອງເມືອງ, ຫ່າງຈາກຕົວເມືອງ 92 ກິໂລແມັດ, ປະຈຸບັນມີ 4 ບ້ານທີ່ຂຶ້ນກັບ, ມີ 267 ຄອບຄົວ, ມີປະຊາກອນ 1.700 ຄົນ, ຍິງ 841 ຄົນ, ອາຊີບຫລັກ ແມ່ນເຮັດນາປູກເຂົ້າ, ລ້ຽງສັດ, ປູກມັນຕົ້ນ, ມັນສະຄູ ແລະ ຄ້າຂາຍ, ໃນເຂດດັ່ງກ່າວມີບ້ານພົ້ນທຸກ 3 ບ້ານ, 187 ຄອບຄົວ.

May be an image of 4 people

ສ່ວນດ້ານໂຄງລ່າງພື້ນຖານ ມີໂຮງຮຽນປະຖົມ 4 ແຫ່ງ, ມັດທະຍົມຕົ້ນ 1 ແຫ່ງ, ມີຊົນລະປະທານ 4 ແຫ່ງ, ມີໂຮງງານຜະລິດແປ້ງມັນສະຄູ 1 ແຫ່ງ. ພ້ອມນີ້, ທ່ານຍັງໄດ້ສະເໜີ ຕໍ່ລັດຖະບານ ກໍ່ສ້າງປັບປຸງເສັ້ນທາງໃຫ້ປະຊາຊົນສາມາດທຽວໄດ້ 2 ລະດູ ເຊິ່ງມີຄວາມຍາວປະມານ 98 ກິໂລແມັດ; ສະເໜີຂໍງົບປະມານ ເພື່ອຈັດຊື້ອຸປະກອນລະບົບຕໍ່ນ້ຳເຂົ້າ ນາ ແລະ ງົບປະມານສ້ອມແປງຊົນລະປະທານຈໍານວນ 3 ແຫ່ງ.

May be an image of 7 people and text
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະ ນະນຳແຂວງ ແລະ ເມືອງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ການນຳພາ-ຊີ້ນຳວຽກງານການເມືອງແນວຄິດສະມາຊິກພັກ-ພະນັກງານ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ທັງມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ; ໃຫ້ຂະແໜງການກ່ຽວຂ້ອງຢູ່ສູນກາງ ປະ ສານສົມທົບກັບອົງການປົກຄອງທ້ອງຖິ່ນ ຊຸກຍູ້, ສົ່ງເສີມ ເຮັດໃຫ້ລູກຫລານຂອງປະຊາຊົນ ສາມາດເຂົ້າເຖິງລະບົບການສຶກສາໄດ້ຢ່າງທົ່ວເຖິງ; ສືບຕໍ່ຂະຫຍາຍຕາໜ່າງການບໍລິການດ້ານສາທາລະນະສຸກ ໃຫ້ທົ່ວເຖິງແຕ່ລະບ້ານ; ຊຸກຍູ້, ສົ່ງເສີມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ເພື່ອສ້າງຄວາມເປັນເອກະພາບຂອງປະຊາຊົນບັນດາເຜົ່າ.

May be an image of 1 person and text

ສືບຕໍ່ຊຸກຍູ້, ສົ່ງເສີມການສ້າງທ່າແຮງຢູ່ແຕ່ລະທ້ອງຖິ່ນ ໂດຍສະເພາະ ການພັດທະນາແຫລ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະ ທຳ ອັນດີງາມຂອງຊາດ ໃຫ້ຫລາຍຂຶ້ນ ແລະ ຍືນຍົງ, ຊຸກຍູ້ສົ່ງເສີມການຜະລິດກະສິກຳສະອາດ ເພື່ອສົ່ງອອກ ລວມທັງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ຕໍ່ກັບບັນດາຂໍ້ສະເໜີຂອງເມືອງ ແມ່ນມອບໃຫ້ຂະແໜງການກ່ຽວຂ້ອງສູນກາງ ສົມທົບກັບແຂວງ ແລະ ເມືອງ ເພື່ອຄົ້ນຄວ້າພິຈາແກ້ໄຂຕາມສະພາບຄວາມເປັນຈິງ ແລະ ສອດຄ່ອງຕາມລະບຽບການ.

May be an image of 13 people
ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມອບອຸປະກອນ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ໃຫ້ເຂດພັດທະນາຈຸດສຸມທອງມີໄຊ ເພື່ອປະກອບ ສ່ວນ ເຂົ້າໃນການດໍາລົງຊີວິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.