ມອບ-ຮັບໜ້າທີ່ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ

129

ໂດຍອີງຕາມຂໍ້ຕົກລົງສະບັບເລກທີ 4083/ກງ, ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ: ທ່ານ ຄໍາພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ເປັນຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ຂໍ້ຕົກລົງ ສະບັບເລກທີ 4223/ກງ, ວ່າດ້ວຍການແຕ່ງຕັ້ງ: ທ່ານ ວິໃນ ທິບດາລາ ຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ເປັນຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ.

May be an image of 10 people, dais and text

ດັ່ງນັ້ນ, ໃນວັນທີ 16 ທັນວາ 2024 ນີ້, ທີ່ຫ້ອງປະຊຸມພະແນກການເງິນ ນະຄອນຫຼວງວຽງຈັນ, ໄດ້ຈັດມີພິທີມອບ-ຮັບໜ້າທີ່ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ, ລະຫວ່າງທ່ານ ຄໍາພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ (ຜູ້ເກົ່າ) ກັບ ທ່ານ ວິໃນ ທິບດາລາ ຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ (ຜູ້ໃໝ່), ໂດຍການເຂົ້າຮ່ວມປະທານຂອງທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນ ນະ ຄອນຫຼວງວຽງຈັນ, ຄະນະພະແນກການເງິນ, ຫົວໜ້າ-ຮອງຫົວໜ້າສາມສາຍຕັ້ງ (ພາສີ, ອາກອນ ແລະ ຄັງເງິນປະຈໍານະຄອນ ຫຼວງ), ຫົວໜ້າຂະແໜງອ້ອມຂ້າງພະແນກການເງິນ, ຫົວໜ້າ-ຮອງຫົວໜ້າສ່ວຍສາອາກອນປະຈຳ 09 ເມືອງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 10 people, people studying and text

ໃນວາລະກອງປະຊຸມທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ (ຜູ້ເກົ່າ) ໄດ້ຂຶ້ນມີຄຳເຫັນຕໍ່ພິທິວ່າ: ຕະຫຼອດໄລຍະຜ່ານມາວຽກງານສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ເປັນວຽກງງານໝາກຫົວໃຈສຳຄັນໜຶ່ງໃນການຈັດເກັບລາຍຮັບຂອງພະແນກການເງິນ ນະຄອນຫລວງວຽງຈັນ. ສະນັ້ນ, ເຊື່ອໝັ້ນວ່າດ້ວຍຄວາມຮູ້, ຄວາມສາມາດຂອງຜູ້ໃໝ່ບວກກັບຄວາມເອົາໃຈໃສ່ໃກ້ສິດຕິດແທດຂອງຂັ້ນເທິ່ງຈະສາມາດສືບຕໍ່ຈັດຕັ້ງປະຕິບັດແຜນງານຕ່າງໆໃຫ້ສາມາດບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ແລະ ຂໍຂອບໃຈ, ຮູ້ບຸນຄຸນຕໍ່ຄະນະພັກຄະນະພະແນກການເງິນຕະຫຼອດຮອດບັນດາພະນັກງານວິຊາການທຸກຂັ້ນທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອຕະຫຼອດໄລຍະຜ່ານມາ, ເຖິງແມ່ນວ່າຕົນເອງຈະໄດ້ໄປຮັບໜ້າທີ່ໃໝ່ກໍຕາມແຕ່ບັນດາສະຫາຍກໍສາມາດປະສານສົມທົບ ແລະ ແລກປ່ຽນບົດຮຽນປະສົບການດ້ວຍກັນໄດ້ຕະຫຼອດເວລາ, ເພື່ອພາລະກິດລວມອັນສູງສົ່ງທີ່ພັກ ແລະ ລັດມອບໝາຍໃຫ້ຈັດຕັ້ງປະຕິບັດ.

May be an image of 2 people and text

ພ້ອມດຽວກັນນີ້, ທ່ານ ວິໃນ ທິບດາລາ ຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ (ຜູ້ໃໝ່) ໄດ້ສະແດງຄວາມຂອບໃຈ ແລະ ມີຄໍາເຫັນບາງຕອນສຳສໍາຄັນວ່າ: ຈະສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສົມກຽດດັ່ງກ່າວນີ້ໃຫ້ເປັນຢ່າງດີໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງ, ຕະຫຼອດຮອດພະນັກງານທຸກຂັ້ນ ທີ່ໃຫ້ການສະໜັບສະ ໜູນ, ພ້ອມກັນຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນການຕາມທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີປະສິທິພາບປະສິດທິຜົນດີຂຶ້ນເປັນກ້າວໆ ແລະ ໃນກອງປະຊຸມດັ່ງຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ສະບັບເລກທີ 0005/ກງ, ລົງວັນທີ 02 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ສ່ວຍສາອາກອນ ປະຈໍາ ນະຄອນຫຼວງວຽງຈັນ; ລັດຖະມົນຕີກະຊວງການເງິນ ຕົກລົງແຕ່ງຕັ້ງ: ທ່ານ ວັນນະປະເສີດ ນະລືໂຄດ ພະນັກງານວິຊາການ ເປັນຮອງຫົວໜ້າຂະແໜງຈັດຕັ້ງ, ບໍລິຫານ ແລະ ການເງິນ ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ.

May be an image of 8 people, dais and text

 

 

ໂອກາດນີ້, ທ່ານ ສິລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ໄດ້ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຫົວໜ້າສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນຜູ້ເກົ່າ ແລະ ສະເໜີໃຫ້ຜູ້ຮັບຕຳແໜ່ງໃໝ່, ສືບຕໍ່ເພີ່ມຄວາມຮັບຜິດຊອບສູງຂຶ້ນຕື່ມ, ສືບຕໍ່ປະສານສົມທົບກັບທຸກຂັ້ນທຸກພາກສ່ວນ, ເພື່ອເຮັດໃຫ້ວຽກງານມີຄວາມຄ່ອງຕົວໃຫ້ສຳເລັດຕາມແຜນງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີປະສິທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

May be an image of 1 person, dais and text