ຈະສຶກສາການສ້າງທ່າບົກ ແຂວງບໍ່ແກ້ວ ແລະ ສະຖານີຄ່ຽນຖ່າຍສິນຄ້າຢູ່ຄຳມ່ວນ

97

ໃນວັນທີ 12 ມັງກອນ 2024 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາທ່າບົກ ຫ້ວຍຊາຍ ຢູ່ບ້ານວຽງໃໝ່ ແລະ ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ (MOU) 2 ແມ່ນເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເພື່ອຍົກລະດັບ ລັດວິສາຫະກິດ ລາວສາກົນໂລຈິດສະຕິກ ໜ່ວຍບໍລິການນາເພົ້າ ຂຶ້ນເປັນສະຖານີຄ່ຽນຖ່າຍສັນຄ້າ (Inland Containner Depot ICD) ເມືອງບົວລະພາ ແຂວງຄຳມ່ວນ.

No description available.
ໃນບົດບັນທຶກຄວາມເຂົ້າໃຈ MOU ທີ 1 ເພື່ອສຶກສາຄວາມເປັນໄປໄດ້ໃນໂຄງການພັດທະນາທ່າບົກ ຫ້ວຍຊາຍ ຢູ່ບ້ານວຽງໃໝ່ ແລະ ບ້ານດອນ ເມືອງຫວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ກັບ ລັດວິສາຫະກິດລາວສາກົນໂລຈິດສະຕິກ ຮ່ວມກັບ ບໍລິສັດ ລາວສາກົນໄອຊີດີ ຈຳກັດ. ເຊິ່ງຝ່າຍກະຊວງແຜນການ ແລະ ການລົງທຶນ ໂດຍການລົງນາມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຈອມແພງ ວິໄລສານ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງບໍ່ແກ້ວ, ຝ່າຍບໍລິສັດຕາງໜ້າໂດຍ ທ່ານ ພູດົງ ສຸຂະວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ລາວສາກົນໂລຈິດສະຕິກ, ທ່ານ ບຸນຍະເວດ ນວນແສງສີ ຜູ້ອຳນວຍການບໍລິສັດ ລາວສາກົນໄອຊີດີ ຈຳກັດ, ທ່ານ Junsheing Chen ຮອງປະທານກຸ່ມບໍລິສັດພັດທະນາເຂດ ເສດຖະກິດ ບໍ່ເຕັນແດນງາມ ພ້ອມມີຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

No description available.

ສ່ວນບົດບັນທຶກຄວາມເຂົ້າໃຈ (MOU) ທີ 2 ແມ່ນເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ເພື່ອຍົກລະດັບ ລັດວິສາຫະກິດ ລາວສາກົນໂລຈິດສະຕິກ ໜ່ວຍບໍລິການນາເພົ້າ ຂຶ້ນເປັນສະຖານີຄ່ຽນຖ່າຍສັນຄ້າ (Inland Containner Depot ICD) ເມືອງບົວລະພາ ແຂວງຄຳມ່ວນ ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ. ເຊິ່ງຝ່າຍກະຊວງແຜນການ ແລະ ການລົງທຶນ ໂດຍການລົງນາມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລພັນ ໄຊຍະວົງ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ. ສ່ວນຝ່າຍບໍລິສັດຕາງໜ້າລົງນາມໂດຍ ທ່ານ ພູດົງ ສຸຂະວົງ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວສາກົນໂລຈິດສະຕິກ, ທ່ານ ນາງ ເດືອນດາລາ ວໍລະຈິດ ປະທານບໍລິສັດ ຂົນສົ່ງ ຈຳກັດ ພ້ອມດ້ວຍຄະນະ ພ້ອມການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ປະສົມເພັດ ຄຳຕັນ ຮອງຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ.