ບໍລິຄຳໄຊເລີ່ມແລ້ວເດີ້ ປູກເຂົ້າດ້ວຍເຄື່ອງຈັກການກະເສດ

60

ການນຳໃຊ້ເຄື່ອງຈັກ ເພື່ອທົດແທນແຮງງານ ເປັນການລົງທຶນທີ່ຂ້ອນຂ້າງສູງ ແຕ່ໄລຍະຍາວເປັນຜົນດີຫຼາຍຢ່າງ ແລະຊ່ວຍປະຢັດຕົ້ນທຶນ ທັງເວລາໄດ້ຫຼາຍ ຖ້າຫາກມີເງື່ອນໄຂໃນການຈັດຊື້ເຄື່ອງຈັກ ຊາວກະສິກອນກໍ່ຈະສະດວກສະບາຍຂຶ້ນ ເຮັດການຜະລິດໄດ້ຫຼາຍກວ່າທີ່ອາໄສພຽງສອງມື ແລະກຳລັງແຮງຂອງຄົນ.

May be an image of 3 people and text
ເພື່ອສົ່ງເສີມການເຮັດກະເສດດ້ວຍເຄື່ອງຈັກທັນສະໄໝ ໃນລະດູນາແຊງປີນີ້ຢູ່ແຂວງບໍລິຄຳໄຊໄດ້ຈັດ ພິທີການສາທິດການນຳໃຊ້ ເຄື່ອງກົນຈັກການກະເສດເຂົ້າໃນການປູກເຂົ້ານາແຊງ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2024 ນີ້ຢູ່ເຂດຄອງຊົນລະປະທານ ບ້ານ ໂພນສະອາດ ເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ, ມີຕ່າງໜ້າພະແນກການທີ່ກ່ຽວຂ້ອງ ຫົວໜ້າກຸມການຜະລິດ ຕະຫລອດຮອດພໍ່ແມ່ປະຊາຊົນເຂດບ້ານໃກ້ຄຽງເຂົ້າຮ່ວມ.

May be an image of 1 person, dais and text
ພິທີສາທິດການນຳໃຊ້ ເຄື່ອງກົນຈັກການກະເສດເຂົ້າໃນການປູກເຂົ້ານາແຊງໃນຄັ້ງນີ້ ເປັນການສ້າງຄວາມຮັບຮູ້ເພີມຕື່ມໃຫ້ຊາວກະສິກອນ ກໍຄືກຸ່ມການຜະລິດໃນດ້ານຕ່າງໆ ໃນການນໍາໃຊ້ເຄືອງກົນຈັກທີ່ທັນສະໄໝ່ ເຂົ້າໃນການຜະລິດກະສິກໍາ ເປັນຕົ້ນແມ່ນການປູກເຂົ້ານາແຊງແບບໃໝ່ ທົດແທ່ນການນໍາໃຊ້ແຮງງານ, ເຕັກນິກການນໍາໃຊ້ຝຸ່ນ- ປຸ້ຍ ກ່ຽວກັບພຶດແຕ່ລະຊະນິດ, ການຜະລິດແນວພັນທີມີຄຸນນະພາບ, ການກຽມດິນປູກເຂົ້ານາແຊງ, ການເພາະກ້າໃສ່ຖາດ, ການປັກກໍາດ້ວຍເຄື່ອງຈັກ ແລະ ອື່ນໆ.

May be an image of 5 people and text

ໃນພິທີ ທາງຄະນະຮັບຜິດຊອບວຽກງານຍັງໄດ້ລົງມືສາທິດ ການຈັດຕັ້ງປະຕິບັດຕົວຈິງ ຢູ່ສະຖານທີດັງກ່າວ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມຕື່ມອີກ ເປັນຕົ້ນແມ່ນ ການດຳນາດ້ວຍລົດ, ການໃສ່ປຸຍດ້ວຍໂດຣນ ແລະ ການແນະນຳວິທີນຳໃຊ້ຝຸ່ນໃຊ້ປຸຍເຂົ້າໃນການຜະລິດຕົວຈິງ.

May be an image of 16 people, grass and text
ຂ່າວ-ພາບ: ວຽງສະຫວັນ