ຈະເລີ່ມກໍ່ສ້າງໂຄງການພັດທະນາ ລະບົບສະໜອງນໍ້າປະປາພາກໃຕ້

113

ພິທີເຊັນສັນຍາຮັບເໝົາກໍ່ສ້າງໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ຢູ່ແຂວງຈໍາປາສັກ ແລະ ແຂວງສາລະວັນ ມີຂຶ້ນໃນວັນທີ 10 ມັງກອນ 2024 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງຈໍາປາສັກ ເຂົ້າຮ່ວມຂອງ ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງຈໍາປາສັກ, ທ່ານ ສົມຄິດ ວົງສາລີ ຮອງຫົວໜ້າພະແນກ ຍທຂ ແຂວງສາລະວັນ, ທ່ານ ຄິມ ຢົງຊົບ ປະທານບໍລິສັດ Hanshin Engineering & Construction ບໍລິສັດຮັບເໝົາກໍ່ສ້າງໂຄງການ ຈາກ ສ.ເກົາຫຼີ, ມີພະແນກການຂອງແຂວງ, ຜູ້ຮັບຜິດຊອບໂຄງການເຂົ້າຮ່ວມ.

ໂຄງການພັດທະນາລະບົບສະໜອງນໍ້າປະປາພາກໃຕ້ ມີຈຸດປະສົງເພື່ອຍົກລະດັບຊີວິດການເປັນຢູ່ປະຊາຊົນໃນບັນດາເມືອງເປົ້າໝາຍ ດ້ວຍການສະໜອງນໍ້າ ສະອາດປາສະຈາກພະຍາດທີ່ເກີດຈາກນໍ້າ ແລະ ມີສຸຂະອະນາໄມທີ່ດີ ໂດຍການປັບປຸງ ແລະ ກໍ່ສ້າງລະບົບສະໜອງນໍ້າປະປາ ຢູ່ບັນດາເມືອງຂອງແຂວງຈຳປາສັກ ທີ່ຍັງບໍ່ທັນມີຄື: ເມືອງມຸນລະປາໂມກ, ເມືອງສຸຂຸມາ, ເມືອງປະທຸມພອນ, ເມືອງປາກຊ່ອງ, ເມືອງບາຈຽງຈະເລີນສຸກ, ເມືອງຊະນະສົມບູນ, ເມືອງຈຳປາສັກ, ນະຄອນປາກເຊ (ເພີ່ມກໍາລັງຜະລິດ) ແລະ ອີກໜຶ່ງ ເມືອງ ຂອງແຂວງສາລະວັນ ຄື: ເມືອງສາລະວັນ (ເພີ່ມກຳລັງຜະລິດ).

ໂຄງການດັ່ງກ່າວແມ່ນໄດ້ເລີ່ມສຶກສາຄວາມເປັນໄປໄດ້ມາແຕ່ກາງປີ 2019 ມາຮອດວັນທີ 2 ພະຈິກ 2020 ກະຊວງການເງິນ ຜູ້ຕາງໜ້າ ລັດຖະບານ ສປປລາວ ໄດ້ເຊັນສັນຍາກູ້ຢືມ ກັບ ກອງທຶນ EDCF ປະເທດ ສ.ເກົາຫຼີ ໃນມູນຄ່າຂອງການກູ້ ຢືມ 43.987.000 ໂດລາສະຫະລັດ. ນອກຈາກນີ້ກໍຍັງມີທຶນສົມທົບຂອງລັດຖະບານ 5.236.000 ໂດລາສະຫະລັດ ລວມມູນຄ່າໂຄງການ 49.223.000 ໂດລາສະຫະລັດ. ໂດຍແມ່ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາສັກ ເປັນຜູ້ຈັດຕັ້ງປະຕິບັດ.

ຈາກນັ້ນກໍມີການເຊັນສັນຍາຮັບເໝົາກໍ່ສ້າງ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ໃນນາມເຈົ້າຂອງໂຄງການ ກັບ ບໍລິສັດ Hanshin Engineering & Construction ໃນນາມຜູ້ຮັບເໝົາກໍ່ສ້າງ ຈາກ ປະເທດ ສ ເກົາຫຼີ ໂດຍການລົງນາມຂອງທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງຈໍາປາສັກ ກັບ ທ່ານ ຄິມ ຢົງຊົບ ປະທານບໍລິສັດHanshin Engineering & Construction, ໂດຍມີທ່ານ ສົມຄິດ ວົງສາລີ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງສາລະວັນ, ພະແນກການອ້ອມຂ້າງແຂວງຈໍາປາສັກຈໍານວນໜຶ່ງ, ຫົວໜ້າໂຄງການ, ຮອງຫົວໜ້າໂຄງການ, ບໍລິສັດທີ່ປຶກສາ, ບໍລິສັດຮັບເໝົາກໍ່ສ້າງໂຄງການ ຈາກ ສ.ເກົາຫລີ ເຂົ້າຮ່ວມ.