ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ

25

ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຄຊປປລ ) ໄດ້ເປີດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ ຊາວໜຸ່ມລາວ ຮ່ວມແຮງຮ່ວມໃຈ ໃນການຫັນເປັນດິຈິຕອນ ” ຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 12 ມັງກອນໃນງານສັບປະດາດິຈິຕອນລາວ 2024.

อาจเป็นรูปภาพของ 14 คน และ ข้อความ

ເຂົ້າຮ່ວມເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.

ທ່ານ ບໍ່ວຽງຄໍາ ວົງດາລາ ກ່າວວ່າ: ຊາວໜຸ່ມຄືອະນາຄົດຂອງປະເທດຊາດ, ຊາວໜຸ່ມເປັນກຳລັງແຮງໃນການພັດທະນາເສດຖະກິດ – ສັງຄົມຂອງທຸກໆປະເທດ, ຊາວໜຸ່ມລາວໃນເມື່ອກ່ອນໄດ້ເປັນກຳລັງປະກອບອາວຸດ ເສຍສະຫຼຸູະເລືອດເນື້ອ ແລະ ຊີວິດເພື່ອປົດປ່ອຍປະເທດຊາດເຮົາອອກຈາກຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ຈົນສາມາດສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.

ສະນັ້ນ, ຊາວໜຸ່ມລາວໃນຍຸກປັດຈຸບັນຈະຕ້ອງສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດເຮົາໃຫ້ຈະເລີນຮຸ່ງເຮືອງ. ທ່ານ ປະທານ ໄກສອນ ໄດ້ສັ່ງສອນໄວ້ວ່າ: “ ຊາວໜຸ່ມຈົ່ງເປັນດັ່ງນັກຮົບອິນຊີທີ່ບໍ່ຫວາດຫວັ່ນຕໍ່ພາຍຸລົມແດງ, ຊາວໜຸ່ມຈົ່ງເປັນສິນໄຊຂອງຍຸກສະໄໝ ” ນີ້ເປັນຄຳເວົ້າອັນສັກກາລະບູຊາ ເຊິ່ງຊາວໜຸ່ມລາວຈະຕ້ອງໄດ້ຈັດຕັ້ງປະຕິບັດ.

ໃນຍຸກປັດຈຸບັນນີ້ ແມ່ນຍຸກແຫ່ງການປະຕິວັດອຸດສາຫະກຳ ຄັ້ງທີ 4 ກຳລັງເປັນພາຍຸລົມແດງພັດຜ່ານໄປທົ່ວໂລກ, ຍຸກດັ່ງກ່າວແມ່ນຍຸກແຫ່ງການຫັນເປັນດິຈິຕອນ, ໝາຍຄວາມວ່າ ແມ່ນຍຸກແຫ່ງການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນທຸກຂົງເຂດວຽກງານຂອງສັງຄົມ ເພື່ອຫັນປ່ຽນຈິນຕະນາການ, ຫັນປ່ຽນແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນດີກວ່າເກົ່າ, ມີຄຸນນະພາບດີຂຶ້ນກວ່າເກົ່າ. ສະນັ້ນ, ຊາວໜຸ່ມລາວຈະຕ້ອງໄດ້ພ້ອມກັນຕັດສິນໃຈຮ່ຳຮຽນຄົ້ນຄວ້າ ເພື່ອສ້າງທັກສະດິຈິຕອນໃຫ້ສາມາດເປັນເຈົ້າເຕັກໂນໂລຊີດິຈິຕອນໃນທຸກຂົງເຂດວຽກງານ, ຕ້ອງຮຽນຮູ້ວິຊາຊີບໃໝ່ ເຊັ່ນ: ການຄຸ້ມຄອງ ແລະ ນຳໃຊ້ຖານຂໍ້ມູນມະຫາສານ ( Big Data ), ການພັດທະນາກຸ່ມຂໍ້ມູນຜູກພັນ ( Blockchaine ), ນໍາໃຊ້ປັນຍາປະດິດ ( AI ), ວິສະວະກໍາພັນທຸກໍາ, ນາໂນເຕັກໂນໂລຊີ ເຊິ່ງເປັນເຕັກໂນໂລຊີໃນຍຸກສະໄໝ 4.0 ເພື່ອຫັນເປັນດິຈິຕອນ ນີ້ແມ່ນວິຊາຄວາມຮູ້ຂອງ ສັງສິນໄຊ ໃນຍຸກສະໄໝໃໝ່.

ຍ້ອນແນວນັ້ນ, ມື້ນີ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຈັດເວທີສຳມະນານີ້ຂຶ້ນເປັນຄັ້ງທຳອິດ ເພື່ອເປັນສຽງແກຕະລຸມບອນປຸກລະດົມຊາວໜຸ່ມລາວໃນທົ່ວປະເທດຈົ່ງລຸກຂຶ້ນມາສຶກສາຮ່ຳຮຽນ ລົບລ້າງໄພກືກດິຈິຕອນ, ສ້າງທັກສະດິຈິຕອນໃຫ້ເຂັ້ມແຂງ ເພື່ອເປັນກຳລັງແຮງຕົ້ນຕໍໃນການຫັນເປັນດິຈິຕອນຂອງປະເທດເຮົາ. ນີ້ເປັນພາລະກິດປະຫວັດສາດທີ່ພັກ – ລັດ ມອບໝາຍໃຫ້ຊາວໜຸ່ມລາວ ໃນການສືບທອດພາລະກິດປະຕິວັດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນໂອກາດທີ່ຈະນຳເອົາປະເທດເຮົາຫຼຸດພົ້ນຈາກຄວາມດ້ອຍພັດທະນາ ແລະ ນີ້ແມ່ນພາລະໜ້າທີ່ອັນມີກຽດສູງສົ່ງຂອງຊາວໜຸ່ມໃນຍຸກສະໄໝນີ້.

อาจเป็นรูปภาพของ 1 คน, แท่นบรรยาย, ห้องข่าว และ ข้อความ

ທ່ານ ມອນໄຊ ລາວມົວຊົ່ງ ກໍໄດ້ມີຄໍາເຫັນຕໍ່ພິທີ ໂດຍໄດ້ຍົກໃຫ້ເຫັນເຖິງບົດບາດ ຄວາມສໍາຄັນຂອງການຫັນເປັນດິຈິຕອນ ແມ່ນມີຜົນດີຕໍ່ກັບຊາວໜຸ່ມ ເຊິ່ງໄດ້ອໍານວຍຄວາມສະດວກໃນການຕິດຕໍ່ສື່ສານແບບບໍ່ມີພົມແດນ, ບໍ່ວ່າຈະໄກກັນພຽງໃດກໍສາມາດຕິດຕໍ່ຫາກັນໄດ້ໄວທີ່ສຸດ. ນອນນັ້ນ, ຍັງນໍາໃຊ້ເຂົ້າໃນການພັດທະນາລະບົບບໍລິຫານ – ບໍລິການໃຫ້ເປັນທັນສະໄໝ.

ກອງປະຊຸມສໍາມະນາຄັ້ງນີ້ ປະກອບມີຫຼາຍຫົວຂໍ້ທີ່ສໍາຄັນ ເຊັ່ນ: ການຫັນເປັນດິຈິຕອນ ເພື່ອພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ, ບາງບົດຮຽນການຫັນເປັນດິຈິຕອນ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ, ອົງການ ແລະ ແຂວງ, ຄວາມປອດໄພທາງດ້ານໄຊເບີ, ວິຖີຊີວິດຂອງຊາວໜຸ່ມລາວໃນຍຸກດິຈິຕອນ, ການສ້າງຂະບວນການຊົມໃຊ້ຜະລິດຕະພັນພາຍໃນປະເທດ, ການສ້າງສື່ຍຸກໃໝ່ ພິຊິດໃຈສັງຄົມ.

ໃນໂອກາດຽວກັນ, ກໍໄດ້ມີພິທີເຊັນບົດບັນທຶກ ວ່າດ້ວຍ ການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານໃນຂົງເຂດວຽກງານຊາວໜຸ່ມ – ເຍົາວະຊົນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ສຊປລ ) ເພື່ອກໍານົດຂອບເຂດການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານຂອງທັງສອງຝ່າຍ ໃນການພັດທະນາຊາວໜຸ່ມ – ເຍົາວະຊົນລາວ ໃຫ້ກາຍເປັນນັກຄົ້ນ ຄວ້າ ແລະ ນັກພັດທະນາທີ່ມີ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຄວາມສຳຄັນຂອງວຽກງານເຕັກໂນໂລຊີ ແລະ ການສື່ສານກັບການພັດທະນາເສດຖະກິດຂອງຊາດ.

ໃຫ້ກຽດລົງນາມໃນບົດບັນທຶກລະຫວ່າງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.