ພັດທະນາ 8 ອຸດສາຫະກຳປຸງແຕ່ງ ໃຫ້ເຕີບໂຕມີຄຸນນະພາບ

71

ປີ 2024 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ພັດທະນາ 8 ອຸດສາຫະກຳປຸງແຕ່ງ ໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ ກ້າວສູ່ມາດຕະຖານສາກົນຫຼາຍ ຕາມທິດສົມດຸນສີຂຽວ ແລະ ຍືນຍົງ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ອີງໃສ່ແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປີ 2024 ຂອງກະຊວງແຜນການ ແລະ ການລົງທຶນ ທີ່ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມວຽກງານແຜນການ ແລະ ການລົງທຶນທົ່ວປະເທດ ປີ 2023 ໃຫ້ຮູ້ວ່າ: ສະເພາະທິດທາງແຜນການຂະແໜງອຸດສາຫະກຳ ໃນປີ 2024 ແມ່ນຈະສູ້ຊົນເຮັດໃຫ້ຈຳນວນໂຮງງານໃນ 8 ອຸດສາຫະກຳເປົ້າໝາຍທີ່ເປັນທ່າແຮງ ເພີ່ມຂຶ້ນສະເລ່ຍ 5% ຕໍ່ປີ ພ້ອມທັງຍົກລະດັບໂຮງງານໃຫ້ກ້າວສູ່ມາດຕະຖານສາກົນ; ຍົກລະດັບມາດຕະຖານ ແລະ ຄຸນນະພາບຜະລິດຕະພັນອຸດສາຫະກໍາ ( ມ ອ ກ ), ຄຸນນະພາບ ແລະ ມາດຕະຖານຜະລິດຕະພັນແຫ່ງຊາດ ( ມລ ) ໂດຍການສ້າງນະໂຍບາຍ ແລະ ກົນໄກໃນການສົ່ງເສີມການຜະລິດ, ການພັດທະນາຄຸນນະພາບ ແລະ ມາດຕະຖານ ເພື່ອປັບປຸງການຜະລິດໃຫ້ສາມາດຢັ້ງຢືນໄດ້ຕາມມາດຕະຖານການຜະລິດທີ່ດີ ( GMP ), ລະບົບວິເຄາະ ແລະ ຄວບຄຸມຈຸດວິກິດ ( HACCP ) ແລະ ການຢັ້ງຢືນອື່ນໆ.

อาจเป็นรูปภาพของ 2 คน, เตารีดผ้า, โรงพยาบาล และ ข้อความ

ພ້ອມສຸມໃສ່ຊຸກຍູ້, ສົ່ງເສີມ ແລະ ພັດທະນາອຸດສາຫະກຳປຸງແຕ່ງໃຫ້ເຕີບໂຕມີຄຸນນະພາບຕາມທິດສົມດຸນສີຂຽວ ແລະ ຍືນຍົງ ໂດຍສຸມໃສ່ 8 ອຸດສາຫະກຳເປົ້າໝາຍ ປະກອບມີ:

1). ອຸດສາຫະກໍາປຸງແຕ່ງອາຫານ ແລະ ເຄື່ອງດື່ມ;

2). ອຸດສາຫະກຳແຜ່ນແພ, ເຄື່ອງນຸ່ງຫົ່ມ ແລະ ເກີບ;

3). ອຸດສາຫະກຳວັດສະດຸກໍ່ສ້າງ;

4). ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກໍາ ແລະ ປ່າໄມ້ ( ທີ່ບໍ່ແມ່ນສະບຽງອາຫານ );

5). ອຸດສາຫະກຳປຸງແຕ່ງແຮ່ທາດໂລຫະ ແລະ ເຄມີອຸດສາຫະກໍາ ລວມທັງໂຮງກັ່ນນໍ້າມັນ;

6). ອຸດສາຫະກຳເຄື່ອງໃຊ້ໄຟຟ້າ ແລະ ຊິ້ນສ່ວນເອເລັກໂຕຣນິກ;

7). ອຸດສາຫະກຳພາຫະນະ ແລະ ກົນຈັກຮັບໃຊ້ກະສິກຳ

8). ອຸດສາຫະກຳສິ່ງພິມ ແລະ ເຄື່ອງຫຸ້ມຫໍ່ໃຫ້ມີການຜະລິດສິນຄ້າຮັບໃຊ້ພາຍໃນໃຫ້ພຽງພໍ ແລະ ສົ່ງອອກໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນໍາເຂົ້າທີ່ບໍ່ຈໍາເປັນຈາກຕ່າງປະເທດ.

ສ່ວນວຽກງານສົ່ງເສີມ, ພັດທະນາ ແລະ ອະນຸຮັກຫັດຖະກຳ: ສຸມໃສ່ສົ່ງເສີມ ແລະ ພັດທະນາຜະລິດຕະພັນຫັດຖະກຳທີ່ມີທ່າແຮງ ເປັນຕົ້ນ ຂະແໜງແຜ່ນແພພື້ນເມືອງ; ຂະແໜງໄມ້, ຫວາຍ ແລະ ໄມ້ປ່ອງ; ຂະແໜງເຈ້ຍພື້ນເມືອງ; ຂະແໜງສິລະປະໂລຫະ ແລະ ອະໂລຫະ; ຂະແໜງປັ້ນດິນເຜົາ; ຂະແໜງເຄື່ອງປະດັບ ແລະ ເຄື່ອງເອ້ຍ້ອງ; ຂະແໜງອາຫານ ແລະ ເຄື່ອງດື່ມພື້ນເມືອງ; ສືບຕໍ່ພັດທະນາລະບົບສະຖິຕິນຳເຂົ້າ – ສົ່ງອອກສິນຄ້າແບບເອເລັກໂຕຣນິກ ( e-statistics: e-stat ) ເພື່ອເຊື່ອມຕໍ່ກັບຖານຂໍ້ມູນຂອງລະບົບ ASYCUDA ຂອງກົມພາສີ.

ນອກນີ້, ຍັງຈະຄົ້ນຄວ້າສ້າງຍຸດທະສາດການສົ່ງອອກເຂົ້າກິນ, ສ້າງກາໝາຍຄຸນນະພາບສິນຄ້າກະສິກຳ ໂດຍສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ເຈລະຈາຕະຫຼາດໝາກໄມ້ ຈຳນວນ 16 ລາຍການ ເພື່ອຊຸກຍູ້ການສົ່ງອອກສິນຄ້າກະສິກຳລາວ ໄປ ສປ ຈີນ ແລະ ສືບຕໍ່ຊຸກຍູ້ສົ່ງເສີມວຽກງານການສົ່ງອອກ ເຂົ້າກິນໃນໂກຕາ 50.000 ໂຕນ ໄປ ສປ ຈີນ ໃຫ້ສຳເລັດ. ນອກຈາກສິນຄ້າເຂົ້າກິນ ແລ້ວ ກໍຊຸກຍູ້ສົ່ງເສີມບັນດາສິນຄ້າກະສິກຳອື່ນໆທີ່ມີທ່າແຮງເປັນຕົ້ນ ການສົ່ງອອກສັດ ແລະ ຜະລິດຕະພັນຊີ້ນແຊ່ແຂງ.

ສືບຕໍ່ຄົ້ນຄວ້າ ແລະ ຊອກຫາການເຂົ້າເຖິງຕະຫຼາດສົ່ງອອກສິນຄ້າ ( ຕະຫຼາດເກົ່າທີ່ມີຢູ່ແລ້ວ ແລະ ຊອກຫາຕະຫຼາດໃໝ່ ) ກັບ ສປ ຈີນ, ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ປະເທດຄູ່ຄ້າອື່ນໆ ໃນສິນຄ້າລາຍການປະເພດເຂົ້າ, ກາເຟ, ສາລີອາຫານສັດ, ນ້ຳຕານ, ມັນຕົ້ນ ( ຕາກແຫ້ງ ), ພືດຜັກ, ໝາກໄມ້, ຢາງພາລາ, ສັດລ້ຽງ ( ງົວ ແລະ ຄວາຍ ), ໄຟຟ້າ, ຢາສູບ ແລະ ສິນຄ້າປະເພດອື່ນໆ.