ນາຍົກ ເນັ້ນ 5 ເນື້ອໃນ ໃຫ້ກະຊວງ ຕສ ເອົາໃຈໃສ່ຕື່ມ

77

ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ເອົາໃຈໃສ່ 5 ເນື້ອໃນສຳຄັນຕື່ມ ເພື່ອຊຸກຍູ້ການຫັນເປັນດີຈີຕອນຂອງປະເທດ ບົນ 3 ເສົາຄ້ຳ ຄື: ການພັດທະນາລັດຖະບານດິຈິຕ໋ອນ, ພັດທະນາເສດຖະກິດດີຈີຕ໋ອນ ແລະ ພັດທະນາສັງຄົມດີຈີຕ໋ອນ ໃຫ້ມີທ່າກ້າວກະໂດດຂັ້ນຂຶ້ນເພີ່ມອີກ.

อาจเป็นรูปภาพของ 1 คน, แท่นบรรยาย, ห้องข่าว และ ข้อความพูดว่า "untel kokkok F"

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວໃນງານສັບປະດາດິຈິຕອນລາວ 2024 ວ່າ: ຂໍສະແດງຄວາມຊົມເຊີຍ ການນໍາ ແລະ ພະນັກງານລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ທີ່ໄດ້ພ້ອມກັນເອົາໃຈໃສ່ ຫ້າງຫາກະກຽມງານສັບປະດາດິຈິຕອນ ແລະ ປະກາດວັນທີ 10 ມັງກອນເປັນ ວັນດິຈິຕອນແຫ່ງຊາດໃນຄັ້ງນີ້.

ພ້ອມກັນນີ້ ກໍຂໍຊົມເຊີຍ ການນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດໃຫ້ບໍລິການໂທລະຄົມມະນາຄົມ ທີ່ເປັນເຈົ້າການ ຄຸ້ມຄອງ ແລະ ພັດທະນາ ການສື່ສານຜ່ານລະບົບ 5G ໃຫ້ສາມາດເປີດບໍລິການຢ່າງເປັນທາງການ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ ແລະ ຕອບສະໜອງຂະບວນການຫັນເປັນດີຈີຕ໋ອນ ຂອງ ປະເທດ.

ໃນໂອກາດນີ້ຂ້າພະເຈົ້າຂໍສະເໜີໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາໃຈໃສ່ບາງບັນຫາ ດັ່ງນີ້:

อาจเป็นรูปภาพของ 8 คน

1). ໃຫ້ທົ່ວສັງຄົມພວກເຮົາຈົ່ງບຸກທະລຸທາງດ້ານຈິນຕະນາການ ເພື່ອສ້າງຄວາມສຳນຶກເປັນເອກະພາບກັນໃນການຫັນເປັນດີຈີຕອນຂອງປະເທດເຮົາ, ເສີມຂະຫຍາຍບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ປູກຈິດສຳນຶກໃຫ້ແກ່ ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນໃຫ້ເຫັນໄດ້ ຄວາມສຳຄັນອັນຮີບດ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການຫັນເປັນດີຈີຕອນ, ໂດຍຖືເອົາວຽກງານດັ່ງກ່າວ ເປັນວຽກງານຈຸດສຸມເຊື່ອມໂຍງກັບບັນດາເປົ້າໝາຍ ຂອງການພັດທະນາເສດຖະກິດ-ສັງຄົມ;

2). ສ້າງແຜນພັດທະນາ ແລະ ນິຕິກຳ ເພື່ອຊຸກຍູ້ການຫັນເປັນດີຈີຕອນ ໂດຍໃຫ້ທຸກຂະແໜງການ ແລະ ການປົກຄອງທ້ອງຖິ່ນ ຕ້ອງມີແຜນພັດທະນາ ການຫັນເປັນດີຈີຕອນຂອງຕົນ ທັງໄລຍະສັ້ນ ແລະ ໄລຍະຍາວ ໂດຍສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ສະພາແຫ່ງຊາດຮັບຮອງ, ເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີດິຈີຕອນ ເພື່ອອຳນວຍຄວາມສະດວກໃນການບໍລິຫານ ແລະ ການບໍລິການຂອງລັດ ໃຫ້ແກ່ພາກທຸລະກິດ ແລະ ປະຊາຊົນ. ຈັດຕັ້ງຜັນຂະຫຍາຍບັນດານິຕິກຳທີ່ຊຸກຍູ້ສົ່ງເສີມການຫັນເປັນດີຈີຕອນໃຫ້ເປັນເອກະພາບ ແລະ ເຂັ້ມງວດ. ສ້າງຕົວຊີ້ວັດການພັດທະນາດີຈີຕອນໃຫ້ເປັນເອກະພາບໃນທົ່ວປະເທດ ແລະ ຍົກສູງຄວາມເປັນເຈົ້າການຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນໃນການຫັນເປັນດີຈີຕອນ.

3). ສຸມໃສ່ການພັດທະນາ ແລະ ຍົກລະດັບ ບຸກຄະລາກອນ ໃຫ້ມີຄວາມສາມາດຮອງຮັບການຫັນເປັນດີຈີຕອນ ໂດຍເລີ່ມຈາກພະນັກງານການນຳ ທຸກຂັ້ນ, ສ້າງກົນໄກ ແລະ ເງື່ອນໄຂໃຫ້ແກ່ພະນັກງານ ໃນການປະຕິບັດວຽກງານຫັນເປັນດີຈີຕອນ ໂດຍບໍ່ຈຳກັດຂອບເຂດສະຖານທີ່ເຮັດວຽກ ແຕ່ໃຫ້ຮັບປະກັນຄຸນນະພາບຂອງວຽກງານ ແນ່ໃສ່ຫຼຸດຜ່ອນຄ່າໃຊ້ຈ່າຍບໍລິຫານຟຸມເຟືອຍ, ຫຼຸດຜ່ອນການໃຊ້ເຈ້ຍແບບດັ້ງເດີມ ແລະ ຫັນປ່ຽນໄປສູ່ການດຳເນີນງານຮູບແບບລັດຖະບານດີຈີຕອນ.

4). ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງ ເພື່ອຮອງຮັບການຫັນເປັນດີຈີຕອນໃນຂອບເຂດທົ່ວປະເທດ. ພັດທະນາຖານຂໍ້ມູນໃຫຍ່, ກຸ່ມຂໍ້ມູນຜູກພັນ ແລະ ລະບົບຖານພລັດຟອມ ແລະ ແອັບພລິເຄຊັນຕ່າງໆ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງເປັນເຈົ້າການ, ຮັບປະກັນຄວາມປອດໄພໄຊເບີ ເພື່ອໃຫ້ຜູ້ຊົມໃຊ້ມີຄວາມໝັ້ນໃຈໃນການຫັນເປັນດີຈີຕອນບົນພື້ນຖານ 3 ເສົາຄ້ຳຄື: ສ້າງການບໍລິຫານລັດດີຈີຕອນ, ສ້າງເສດຖະກິດດີຈີຕອນ ແລະ ພັດທະນາສັງຄົມດີຈີຕອນຢ່າງໜັກແໜ້ນ;

5). ເປີດກວ້າງໃນການຮ່ວມມື ແລະ ເຊື່ອນໂຍງທັງພາຍໃນ ແລະ ຕ່າງປະເທດເອົາໃຈໃສ່ສົ່ງເສີມ ແລະ ຂະຫຍາຍການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດ ASEAN ເພື່ອຊຸກຍູ້ການຫັນເປັນດີຈີຕອນ ຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງການຫັນເປັນດີຈີຕອນ ໂດຍຄັດຈ້ອນເອົາຄູ່ຮ່ວມມືທີ່ມີປະສົບການ, ມີສັກກະຍາພາບ ແລະ ຮັບປະກັນຄວາມປອດໄພໄຊເບີ ແລະ ຄວາມໝັ້ນຄົງຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຕິດຕາມ, ກວດກາ, ປະເມີນຜົນບັນດາໂຄງການ ໃຫ້ມີຄວາມປະຢັດ, ມີປະສິດທິພາບ ປະສິດທິຜົນ ແລະ ຫຼີກລ່ຽງການລົງທຶນຊ້ຳຊ້ອນ. ຍາດແຍ່ງເອົາບົດຮຽນ, ຄວາມຮູ້ ແລະ ການລົງທຶນ ມາພັດທະນາການຫັນເປັນດີຈີຕອນ ຂອງ ສປປ ລາວ. ດຶງດູດ ແລະ ຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນ ຈາກຕ່າງປະເທດຢ່າງມີປະສິດທິພາບ ເພື່ອສະໜັບສະໜູນການຄົ້ນຄວ້າ ເຕັກໂນໂລຊີ-ນະວັດຕະກຳອັນໃໝ່ແກ່ ສປປ ລາວ.