ເຫຼົ່າຮົບຕີພິເສດ ນັບມື້ເຕີບໃຫຍ່ເຂັ້ມແຂງ

57

ເຫຼົ່າຮົບຕີພິເສດ ກໍແມ່ນເຫຼົ່າຮົບວິຊາສະເພາະໜຶ່ງທີ່ເຮັດໜ້າທີ່ສູ້ຮົບ ເອົາໜ້ອຍຕີຫຼາຍ, ເອົາຄຸນນະພາບ ຊະນະປະລິມານ, ປິດລັບຫຼອນຕີ ໂດຍປະຕິບັດຕາມຄຳຂວັນທີ່ວ່າ: ກາຍຍະອິນຊີທັງ 5 (ຕີນຮອດ, ມືເຖິງ, ຕາເຫັນ, ດັງດົມ ແລະ ປາກເຮັດໃນສິ່ງທີ່ຝ່າຍກົງກັນຂ້າມງຶດງໍ້).

อาจเป็นรูปภาพของ นกแร้ง

ໂດຍການປະສານສົມທົບກັບເຫຼົ່າຮົບອື່ນໆ ເຊິ່ງໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ພະນັກງານ-ນັກຮົບຕີພິເສດ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນຮົບຕ່າງໆ ສາມາດຕີເອົາຊະນະສັດຕູ ຈໍານວນຫຼາຍ. ແຕ່ໃນເວລານັ້ນ, ກໍາລັງເຫຼົ່າຮົບຕີພິເສດແມ່ນຍັງຢູ່ກະແຈກກະຈ່າຍ. ດັ່ງນັ້ນ, ໂດຍອີງໃສ່ ຄວາມຮຽກຮ້ອງຕ້ອງການ ແລະ ເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງກໍາລັງເຫຼົ່າຮົບຕີພິເສດ ຈຶ່ງໄດ້ປະກາດສ້າງຕັ້ງເຫຼົ່າຮົບຕີພິເສດຂຶ້ນໃນວັນທີ 25 ເມສາ 1974 ທີ່ເມືອງຊຽງຄໍ້ ແຂວງຫົວພັນ.

 

ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ເຫຼົ່າຮົບຕີພິເສດ ກໍໄດ້ຮັບໜ້າທີ່ອັນໜັກໜ່ວງ ຮ່ວມກັບເຫຼົ່າຮົບອື່ນ ຕໍ່ສູ້ປົດປ່ອຍປະເທດຊາດ. ມາເຖິງປັດຈຸບັນ ປະເທດຊາດໄດ້ຮັບການປົດປ່ອຍ ເຫຼົ່າຮົບຕີພິເສດ ກໍໄດ້ປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂດຍຜ່ານພຶດຕິກໍາຕົວຈິງ ກໍາລັງເຫຼົ່າຮົບຕີພິເສດ ນັບມື້ນັບເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆມາ.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ພັນເອກ ທອງດໍາ ດວງມາລາ ຮອງຫົວໜ້າກົມ 49 ກົມໃຫຍ່ເສນາທິການກອງທັບ, ຄະນະຮັບຜິດຊອບຊີ້ນໍາເຫຼົ່າຮົບຕີພິເສດ ໃນບັ້ນເຂົ້າຮ່ວມຊ້ອມຍິງສະແດງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາກົມ 49 ໄດ້ເປັນເຈົ້າການສ້າງແຜນການຢ່າງລະອຽດ ເພື່ອນຳພາປັບປຸງກໍ່ສ້າງເຫຼົ່າ ຮົບຕີພິເສດ ໃຫ້ມີ ຄວາມເຂັ້ມແຂງ, ໜັກແໜ້ນຮອບດ້ານ ໂດຍສະເພາະແມ່ນດ້ານ ການເມືອງ-ແນວຄິດ, ການຈັດຕັ້ງ, ລະບຽບວິໄນ ແລະ ແບບແຜນວິທີເຮັດວຽກທີ່ມີລັກສະນະນຳໜ້າ, ແທດເໝາະກັບໜ້າທີ່ການເມືອງ ແລະ ມີວິທະຍາສາດ.

ທົ່ວກົມກອງເຫຼົ່າຮົບ ເປັນເຈົ້າການນຳພາປະຕິບັດໜ້າທີ່ວິຊາສະເພາະມີຜົນສຳເລັດຫຼາຍດ້ານເຊິ່ງສະແດງອອກ ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ໄດ້ມີຫຼາຍກອງຮ້ອຍເຕີບໃຫຍ່ເປັນກອງພັນ, ມີໂຮງຮຽນເຫຼົ່າຮົບຂຶ້ນກັບ ເຊິ່ງໄດ້ຜ່ານແປວໄຟສົງຄາມການປະຕິວັດຕົວຈິງ. ໃນໄລຍະຕໍ່ສູ້ກູ້ຊາດ ກໍາລັງຕີພິເສດມີຫຼາຍສະຫາຍ ໄດ້ເປັນນັກຮົບແຂ່ງຂັນ ແລະ ວີລະຊົນແຫ່ງຊາດ.

ໃນໂອກາດນໍາພາເຫຼົ່າຮົບ ຕີພິເສດ ເຂົ້າຮ່ວມຍິງສະແດງ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີນີ້, ຄະນະພັກ-ຄະນະບັນຊາກົມ 49 ໄດ້ມອບໝາຍໃຫ້ກອງພັນໃຫຍ່ 497 ເປັນກົມກອງຫັດແອບຊ້ອມຮົບໃນຄັ້ງນີ້ ເຊິ່ງມີ 2 ໜ້າທີ່ໃຫຍ່ໂດຍນໍາໃຊ້ກອງຮ້ອຍຕີພິເສດ ປິດລັບຫຼອນຕີສູນບັນຊາຂອງກຸ່ມຄົນບໍ່ດີຢູ່ຈຸດສູງ 258, ນໍາໃຊ້ກໍາລັງຈໍານວນ 125 ສະຫາຍ ເຂົ້າຮ່ວມຫັດແອບສະແດງ ມວຍຫັດກາຍ ແລະ ມວຍສູ້ຮົບ ຮ່ວມກັບກົມ 213.

ເພື່ອເຮັດສໍາເລັດໜ້າທີ່ ດັ່ງກ່າວນັ້ນ, ຄະນະພັກ-ຄະນະບັນຊາຍັງໄດ້ເຮັດວຽກງານການເມືອງນໍາພາແນວຄິດໃຫ້ກໍາລັງຕີພິເສດ ກໍາໄດ້ຄວາມໝາຍສໍາຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຕື່ມອີກ.

ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີທີ່ຈະມາເຖິງນີ້, ສະຫາຍ ຮອງຫົວໜ້າກົມ 49 ຍັງໄດ້ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນະເທດ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນໍາ-ນໍາພາ ກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປເລື້ອຍໆ.