ລາຄານໍ້າມັນ ສູງກວ່າໄລຍະດຽວກັນປີຜ່ານມາ

29

ເລີ່ມຕົ້ນປີ 2024 ລາຄານໍ້າມັນລື່ນໄລຍະດຽວກັນຂອງປີຜ່ານມາເລັກນ້ອຍ ເຊິ່ງຫຼ້າສຸດ ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການເລກທີ 0030/ກຄພນ ລົງວັນທີ 10 ມັງກອນ 2024 ປັບລາຄານໍ້າມັນຂຶ້ນອີກ.

ແຈ້ງການດັ່ງກ່າວໄດ້ມີການປັບລາຄາປະເພດນໍ້າມັນແອັດຊັງພິເສດ ຂຶ້ນ 50 ກີບຕໍ່ລິດ; ນໍ້າມັນແອັດຊັງທໍາມະດາ ຂຶ້ນ 10 ກີບຕໍ່ລິດ ແລະ ນໍ້າມັນກາຊວນ ຂຶ້ນ 170 ກີບຕໍ່ລິດ ເລີ່ມປະຕິບັດເວລາ 6:00 ໂມງ ວັນທີ 11 ມັງກອນ 2024. ການປັບລາຄາດັ່ງກ່າວ ເຖິງແມ່ນຈະປັບພຽງເລັກໜ້ອຍກໍຕາມ ແຕ່ດ້ວຍລາຄາທີ່ສູງຢູ່ແລ້ວກໍຍິ່ງເຮັດໃຫ້ເພີ່ມສູງກວ່າເກົ່າ ເມື່ອທຽບກັບໄລຍະດຽວກັນຂອງປີ 2023.

ໂດຍໃນວັນທີ 11 ມັງກອນ 2023 ລາຄາແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນແມ່ນ 24.960 ກີບຕໍ່ລິດ; ແອັດຊັງທໍາມະດາ 20.220 ກີບຕໍ່ລິດ ແລະ ນໍ້າມັນກາຊວນ 18.570 ກີບຕໍ່ລິດ.

ຈາກການປັບຂຶ້ນຄັ້ງນີ້ ເຮັດໃຫ້ລາຄານໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ຂຶ້ນມາຢູ່ທີ່28.410 ກີບຕໍ່ລິດ, ແອັດຊັງທຳມະດາ 22.000ກີບຕໍ່ລິດ ແລະ ກາຊວນ 19.710ກີບຕໍ່ລິດ

ສຳລັບສະຖານະການລາຄາມໍ້າມັນດິບໃນຕະຫຼາດໂລກກໍຍັງບໍ່ແນ່ນອນ ປັບຂຶ້ນແລະລົງເປັນແຕ່ລະໄລຍະ ໂດຍລາຄານໍ້າມັນດິບ ເວັດເທັກຊັດ ຫລື WTI ສໍາລັບການຈັດສົ່ງໃນເດືອນກຸມພາ ປິດໃນວັນອັງຄານ 9 ມັງກອນ ປັບຂຶ້ນ1,47 ໂດລາ ຫຼື 2,08% ປິດທີ່ 72,24 ໂດລາຕໍ່ບາເຣລ. ສ່ວນສັນຍານ້ຳມັນດິບ ເບຣນ (Brent) ເພີ່ມຂຶ້ນ 1,47 ໂດລາ ຫຼື 1,93% ປິດທີ່ 77,59 ໂດລາຕໍ່ບາເຣລ.

ສ່ວນປິດຕະຫຼາດໃນວັນທີ 10 ມັງກອນ ລາຄານໍ້າມັນດິບ (WTI) ຫຼຸດລົງ 87 ເຊັນ ມາຢູ່ທີ່ 71,37 ໂດລາຕໍ່ບາເຣລ. ສ່ວນນໍ້າມັນດິບBrent ທະເລເໜືອລອນດອນ ຈັດສົ່ງໃນເດືອນມີນາ ຫຼຸດລົງ 79 ເຊັນ ມາຢູ່ທີ່ທີ່ 76,80 ໂດລາຕໍ່ບາເຣລ.