ສະຫວັນນະເຂດ ເກັບລາຍຮັບໄດ້ເກີນແຜນ 36,39%

29

ທ່ານ ນາງ ບົວສະຫວັນ ລຸຍບົວທອງ ຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນຄັ້ງວັນທີ 9 ມັງກອນ 2024 ວ່າ: ໃນປີ 2023 ທົ່ວແຂວງສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3.066,52 ຕື້ກີບ ເກີນແຜນ 36,39% ເປັນເງິນ 818,19 ຕື້ກີບ, ທຽບໄລຍະດຽວເພີ່ມຂຶ້ນ 45,78%.

ໃນນີ້ ລາຍຮັບພູດສູນກາງ ປະຕິບັດໄດ້ 1.479 ຕື້ກວ່າກີບ ເທົ່າກັບ 134,54% ຂອງແຜນປີ ເກີນແຜນ 34,54% ເປັນເງິນ 379,99 ຕື້ກີບ. ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1.586ຕື້ກວ່າກີບເກີນແຜນ 38,16% ເປັນເງິນ 438,19 ຕື້ກີບ, ຖ້າທຽບໄລຍະດຽວເພີ່ມຂຶ້ນ 68,62%.

ໃນນີ້ ທັງ 14 ເມືອງ ແລະ ນະຄອນ ສາມາດປະຕິບັດໄດ້ເກີນແຜນ ເປັນຕົ້ນ: ນະຄອນໄກສອນ ພົມວິຫານ ປະຕິບັດໄດ້ 18,38 ຕື້ກີບເກີນແຜນ 3,57 ຕື້ກີບ; ເມືອງ ອຸທຸມພອນ ປະຕິບັດໄດ້ 8,72 ຕື້ກີບເກີນແຜນ 1,41 ຕື້ກີບ; ເມືອງ ອາດສະພັງທອງ ປະຕິບັດໄດ້ 5,08 ຕື້ກີບເກີນແຜນ 1,03 ຕື້ກີບ; ເມືອງ ພີນ ປະຕິບັດໄດ້ 6,31 ຕື້ກີບເກີນແຜນ 2,18 ຕື້ກີບ; ເມືອງ ເຊໂປນ ປະຕິບັດໄດ້ 14,36 ຕື້ກີບເກີນແຜນ 6,74 ຕື້ກີບ; ເມືອງ ນອງ ປະຕິບັດໄດ້ 2,09 ຕື້ກີບ ເກີນແຜນ 0,36 ຕື້ກີບ; ເມືອງ ທ່າປາງທອງ ປະຕິບັດໄດ້ 2,47 ຕື້ເກີນແຜນ 0,47 ຕື້ກີບ; ເມືອງ ສອງຄອນປະຕິບັດໄດ້ 9,48 ຕື້ກີບ ເກີນແຜນ 1,23 ຕື້ກີບ; ເມືອງ ຈຳພອນ ປະຕິບັດໄດ້ 6,71 ຕື້ກີບ ເກີນແຜນ 0,23 ຕື້ກີບ; ເມືອງ ຊົນນະບູລີ ປະຕິບັດໄດ້ 2,18 ຕື້ກີບ ເກີນ ແຜນ 0,52 ຕື້ກີບ; ເມືອງ ໄຊບູລີ ປະຕິບັດໄດ້ 5,87 ຕື້ກີບ ເກີນແຜນ 1,25 ຕື້ກີບ; ເມືອງວິລະບູລີ ປະຕິບັດໄດ້ 2,89 ຕື້ກີບ ເກີນແຜນ 0,37 ຕື້ກີບ; ເມືອງ ອາດສະພອນ ປະຕິບັດໄດ້ 2,51 ຕື້ກີບ ເກີນແຜນ 0,61 ຕື້ກີບ; ເມືອງ ໄຊພູທອງ ປະຕິບັດໄດ້ 4,62 ຕື້ກີບ ເກີນແຜນ 0,43 ຕື້ກີບ ແລະ ເມືອງ ພະລານໄຊ ປະຕິບັດໄດ້ 2,85 ຕື້ກີບ ເກີນແຜນ 0,99 ຕື້ກີບ.
ສ່ວນການປະຕິບັດລາຍຈ່າຍ ຮອດປັດຈຸບັນ ສາມາດປະຕິບັດໄດ້ 1.064,79 ຕື້ກີບ ເທົ່າກັບ 98,68% ຂອງແຜນການປີ.
ສາເຫດທີ່ຈັດເກັບລາຍຮັບໄດ້ລື່ນແຜນການກໍຍ້ອນວ່າລັດຖະບານ, ກະຊວງການເງິນ, ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ, ພະແນກການເງິນແຂວງ, ສາມຂະແໜງສາຍຕັ້ງ, ບັນດາພະແນກການຕ່າງໆອອ້ມຂ້າງແຂວງ, ອົງການປົກຄອງເມືອງ-ນະຄອນ, ຫ້ອງການການເງິນເມືອງ ໄດ້ເອົາໃຈໃສ່ນໍາພາ ຊີ້ນໍາຢ່າງໃກ້ຊິດ, ໃຫ້ຄວາມມື, ໃຫ້ການສະໜັບສະໜູນ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ ຂະແໜງການເງິນ ຂັ້ນຕ່າງໆ ຈຶ່ງເຮັດໃຫ້ການປະຕິບັດແຜນ ງົບປະມານແຫ່ງລັດ ປີ 2023 ບັນລຸຄາດໝາຍຫລາຍດ້ານ ທີ່ໄດ້ກຳນົດໄວ້.