ແຂວງຫົວພັນ ສະຫຼອງປີທ່ອງທ່ຽວລາວ 2024, ພ້ອມຕັ້ງເປົ້າສ້າງລາຍຮັບ 50 ຕື້ກ່ວາກີບ

54

ແຂວງຫົວພັນ ຈັດພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແລະ ງານທ່ຽວຊົມດອກຄາຍປ່າ ແລະດອກຊາກຸຣະທີ່ແຂວງຫົວພັນ ຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2024, ທີ່ສວນແກ້ວຫລັກເມືອງ ເມືອງຊໍາເໜືອ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ນາງ ກ້ຽວທິ ຮັງຟຸກ ຫົວໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳພາກເໜືອ, ທ່ານ ຕ່ຽວ ໝິງ ຮອງຫົວໜ້າກົງສຸນໃຫຍ່ຈີນ ປະຈຳພາກເໜືອລາວ ພ້ອມດ້ວຍບັນດາທ່ານເຈົ້າແຂວງ, ຮອງ ເຈົ້າແຂວງທົ່ວປະເທດ, ຄະນະປະຈຳພັກແຂວງ, ເຈົ້າເມືອງ, ພະແນກການ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນຊາວແຂວງຫົວພັນເຂົ້າຮ່ວມ

ພິທີດັ່ງກ່າວ ທ່ານ ນາງ ໝັ້ນ ເພັງຄັດທິຍະ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ໄດ້ກ່າວຍົກໃຫ້ເຫັນບັນດາກິດຈະກຳປີທ່ອງທ່ຽວລາວ 2024 ໃນແຕ່ລະເດືອນ ພ້ອມທັງໂຄສະນາເຜີຍແຜ່ບັນດາກິດຈະກຳທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໂດຍສະເພາະແຂວງທີ່ມີຊາຍແດນຕິດຈອດກັນ ເປັນຕົ້ນງານວາງສະແດງສິນຄ້າ, ການໂຄສະນາການທ່ອງທ່ຽວ, ງານປະກວດນາງສາວດອກຄາຍປ່າ, ການຊິມອາຫານ 9 ເຜົ່າຂອງແຂວງຫົວພັນ, ກິດຈະກຳຍ່າງເພື່ອສຸຂະພາບ, ກິດ ຈະກຳຖ່າຍຮູບຢູ່ສວນສາທາລະນະຫົວພັນ-ກວາງນິງ ແລະ ສວນດອກຊາກຸຣະທີ່ເມືອງວຽງໄຊ, ແຂ່ງ ຂັນກິລາພື້ນເມືອງ, ບຸນກິນຈຽງເຜົ່າມົ້ງບ້ານຫົວຄັງ ແລະກິດຈະກຳອື່ນໆຕະຫລອດປີ 2024 ແນໃສ່ເພື່ອດຶງດູດນັດທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາທ່ຽວແຂວງຫົວພັນຫລາຍຂື້ນ.

ຈາກນັ້ນທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນໄດ້ມີຄໍາເຫັນ ແລະກ່າວເປີດງານຢ່າງເປັນທາງການ ໂດຍທ່ານຊີ້ໃຫ້ເຫັນວ່າ: ການຈັດປີທ່ອງທ່ຽວລາວ2024 ຂອງແຂວງຫົວພັນ ເພື່ອໂຄສະນາດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ມາທ່ຽວແຂວງຫົວພັນນັບມື້ຫຼາຍຂຶ້ນເທື່ອ ທັງເປັນການສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນເທື່ອລະກ້າວ. ໃນປີ 2023 ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ ຈຳນວນ 45.000 ກວ່າເທື່ອຄົນ ສາມາດສ້າງລາຍຮັບໄດ້ຫຼາຍກ່ວາ 32 ຕື້ກ່ວາກີບ. ຄາດວ່າປີ 2024 ນີ້ຈະມີນັກທ່ອງທ່ຽວເຂົ້າມາ ທ່ຽວ ແຂວງຫົວພັນ ຫຼາຍກວ່າ 47 ພັນກວ່າຄົນ ແລະ ສ້າງລາຍຮັບໃຫ້ໄດ້ 50 ຕື້ກ່ວາກີບ.

ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ແລະ ງານທ່ຽວຊົມດອກຄາຍປ່າ ແລະດອກຊາກຸຣະທີ່ແຂວງຫົວພັນ ຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິນລະປະບັນດາເຜົ່າ, ການວາງສະແດງສິນ ຄ້າໜື່ງເມືອງໜື່ງຜະລິດຕະພັນຂອງບັນດາເມືອງພາຍໃນແຂວງ, ຊິມອາຫານ 9 ເຜົ່າຕື່ມອີກ ຊື່ງແຕ່ລະ ລາຍການລ້ວນແຕ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ.