ລາວໂທລະຄົມ ເປີດຕົວບໍລິການ 5G

122

ຕອນເຊົ້າວັນທີ 10 ມັງກອນ 2024 ໃນງານສັບປະດາດີຈີຕອນລາວ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ເປີດໃຊ້ບໍລິການ 5G ຢ່າງເປັນທາງການ.

อาจเป็นรูปภาพของ 8 คน, ฝูงชน และ ข้อความ

ໃຫ້ກຽດກົດເປີດບໍລິການ 5G ຂອງລາວໂທລະຄົມ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ຕສ ), ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ.

ພາຍໃນງານທີ່ບູທຂອງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແມ່ນໄດ້ມີກິດຈະກໍາຫຼາກຫຼາຍໃນການສາທິດການນໍາໃຊ້ເຕັກໂນໂລຊີ 5G ບໍ່ວ່າຈະເປັນ V irtual Reality (VR) ທ່ອງທ່ຽວໂລກສະເຫມືອນຈິງ, ເຕັກໂນໂລຊີສໍາຫຼວດພື້ນທີ່ໂດຍນໍາໃຊ້ Drone, iFarm Solution, Cyber Security, Cloud Computing, HR Platform, M-MoneyX, ການທົດລອງນໍາໃຊ້ອິນເຕີເນັດຄວາມໄວສູງ 5G ແລະ ອີກຫຼາຍບໍລິການທີ່ໄດ້ມີການວາງສະແດງພາຍໃນງານ.

อาจเป็นรูปภาพของ 10 คน, ห้องข่าว และ ข้อความ

ປັດຈຸບັນ ລາວ ໂທລະຄົມ ໄດ້ເປີດນໍາໃຊ້ລະບົບ 5G ໃນນະຄອນຫຼວງວຽງຈັນ ຈໍານວນ 28 ຈຸດ ໂດຍກວມເອົາຂົງເຂດຕົວເມືອງ, ສະຖານທີ່ສໍາຄັນ, ແຫຼ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວປະເທດ. ພວກເຮົາຮູ້ດີວ່າ ເຕັກໂນໂລຊີ 5G ແມ່ນເຕັກໂນໂລຊີທີ່ທັນສະໄໝ ນໍາ ຄວາມກ້າວໜ້າມາສູ່ສັງຄົມ ແລະ ໃນຂົງເຂດອາຊີ ແມ່ນໄດ້ນໍາໃຊ້ເຕັກໂນໂລຊີ 5G ໃນຫຼາຍຂົງເຂດວຽກງານເຊັ່ນ: ທາງດ້ານທຸລະກິດ online, E-commerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫຼາຍຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ຊຶ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີວິຖີຊີວິດທີ່ນັບມື້ນັບສະດວກສະບາຍຂຶ້ນ, ວ່ອງໄວ, ມີຄວາມປອດໄພສູງ.

ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ກໍຄືວຽກງານຂອງ ກະຊວງ ຕສ ໃນການຫັນເປັນດີຈີຕອນ ຂອງ ສປປ ລາວ ໂດຍປະກອບມີ 3 ເສົາຄໍ້າຄື: ລັດຖະບານດີຈີຕອນ, ສັງຄົມດີຈີຕອນ ແລະ ເສດຖະກິດດີຈີຕອນ. ລາວ ໂທລະຄົມ ກໍໄດ້ສຸ່ມໃສ່ໃນການນໍາເອົາເຕັກໂນໂລຊີໃໝ່ໆ ເຂົ້າມາພັດທະນາສິນຄ້າ ແລະ ບໍລິການ ເພື່ອຮອງຮັບກັບຄວາມຕ້ອງການຂອງລູກຄ້າ ແລະ ສັງຄົມ ພ້ອມທັງຮັບປະກັນຄຸນນະພາບການໃຫ້ບໍລິການ ແລະ ກຽມຄວາມພ້ອມການໃຫ້ບໍລິການດ້ານໂທລະຄົມມະນາຄົມ ເພື່ອສະໜັບສະໜູນວຽກງານແຜນຍຸດທະສາດການພັດທະນາປະເທດຊາດ ແລະ ເພື່ອປະກອບສ່ວນເຂົ້າໃນວຽກງານການເປັນເຈົ້າພາບຈັດກອງປະຊຸມ ສໍາຄັນຕ່າງໆຂອງລັດຖະບານ ໃນປິ 2024 ເຊັ່ນ: ກອງປະຊຸມ ASEAN Summit, ASEAN Tourist Forum ແລະ ງານອື່ນໆ ໃນຕໍ່ໜ້າ.

ລາວ ໂທລະຄົມ ຍັງສືບຕໍ່ມຸ່ງໝັ້ນໃນການພັດທະນາ ນໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລ, ທັນສະໄໝໃນຍຸກດີຈີຕອນ ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂວັນທີ່ວ່າ ລາວ ໂທລະຄົມ ໂທລະຄົມຂອງຄົນລາວ ເພື່ອສັງຄົມລາວ.