ປີ 2023 ສາລະວັນ ເກັບລາຍຮັບ ໄດ້ ເກີນແຜນ27%

34

ທ່ານ ພອນປະເສີດ ລາຊາໂພ ວ່າການຫົວໜ້າພະແນກການເງິນ ແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມອົງການປົກຄອງແຂວງ ວ່າ: ໃນປີ 2023 ແຂວງສາລະວັນ ສາມາດເກັບລາຍຮັບບັນລຸໄດ້ທັງໝົດ 227 ຕື້ກວ່າກີບ ເທົ່າກັບ 125,78% ຂອງແຜນປີ.

อาจเป็นรูปภาพของ 1 คน และ แท่นบรรยาย

ແຜນຈັດເກັບລາຍຮັບຂອງແຂວງໃນປີ 2023 ຈໍານວນ 181 ຕື້ກວ່າກີບ, ໃນນັ້ນ ພູດສູນກາງ 60 ຕື້ກີບ, ພູດທ້ອງຖິ່ນ 121 ຕື້ກວ່າກີບ ສາມາດປະຕິບັດໄດ້ຕົວຈິງ 227,7 ຕື້ ກວ່າກີບ ເທົ່າກັບ 125,78%. ໃນນັ້ນພູດສູນກາງ ປະຕິບັດໄດ້ 70 ຕື້ກວ່າກີບ ເທົ່າກັບ 117,18%, ພູດທ້ອງຖິ່ນ ປະຕິບັດໄດ້ 130%, ການຈັດເກັບລາຍຮັບຂອງບັນດາເມືອງ ໃນທົ່ວແຂວງ ສາມາດປະຕິບັດໄດ້ 50 ຕື້ ກວ່າກີບ ເທົ່າ 105%, ພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ 14 ຕື້ກວ່າກີບ ເທົ່າກັບ 101%.

ພ້ອມນັ້ນ ກໍໄດ້ເອົາໃຈໃສ່ໃນການຄຸ້ມຄອງດ້ານລາຍຈ່າຍ ຕາມແຜນ 500 ຕື້ກວ່າກີບ ສາມາດປະຕິບັດ 489 ຕື້ກວ່າກີບ ເທົ່າກັບ 97,66%; ເປັນຕົ້ນ ເງິນເດືອນ, ເງິນນະໂຍບາຍຕ່າງໆ, ເງິນບໍລິຫານ, ດັດສົມສົ່ງເສີມ, ເງິນແຮ, ເງິນຊື້ຊັບສົມບັດຄົງທີ່ ແລະ ເງິນລົງທຶນ, ຊຶ່ງໄດ້ວາງມາດຕະການຈັດຕັ້ງປະຕິບັດ ເປັນຕົ້ນ: ການນໍາໃຊ້ລະບົບເຄື່ອງທັນສະໄໝໃນການເບິກຈ່າຍງົບປະມານ, ສາມາດຮັບປະກັນການຮົ່ວໄຫຼໄດ້ເປັນຢ່າງດີ, ທັງປະຫຍັດເວລາ, ປະຢັດງົບປະມານ ແລະ ຂອດການບໍລິການຕ່າງໆໄດ້ດີ. ເຊີ່ງຖືເອົາບັນດາຜົນສໍາລັດໄປເຜີຍແຜ່, ເສີມຂະຫຍາຍ, ນໍາເອົາຂໍ້ຂາດຕົກບົກຜ່ອງ, ປັບປຸງ, ແກ້ໄຂ ແລະ ສືບຕໍ່ເອົາໃຈໃສ່ປະສານສົມທົບກັບພະແນກການ, ອົງການ, ເມືອງ ໃຫ້ມີ ຄວາມກົມກຽວ, ເປັນເອກະພາບກັນ.

อาจเป็นรูปภาพของ 1 คน, เครื่องเกี่ยวนวด และ ข้อความ

ປັດຈຸບັນ, ດ້ານຖານຂໍ້ມູນຕ່າງໆທີ່ສໍາຄັນ ແມ່ນມີຄວາມລະອຽດ, ຊັດເຈນ ກວມເປັນສ່ວນຫຼາຍ ແລະ ສາມາດຫັນຫົວໜ່ວຍວິສາຫະກິດ ເຂົ້າສູ່ລະບົບທັນສະໄໝ (Taxris) ໃນທົ່ວແຂວງໄດ້ 100%, ເຊື່ອມໂຍງລະບົບຄັງເງິນແຫ່ງຊາດ ແລະ ທະນາຄານ ໃນການແຈ້ງ-ມອບ ພັນທະເຂົ້າງົບປະມານ ມີທັງໝົດ 3.355 ຫົວໜ່ວຍ ທຽບໃສ່ປີ 2022 ເພີ່ມຂຶ້ນ 412 ຫົວໜ່ວຍ, ໃນນັ້ນຂັ້ນແຂວງ ຄຸ້ມຄອງ 744 ຫົວໜ່ວຍ, ຂະແໜງຊີບການຄ້າ 368 ຫົວໜ່ວຍ, ຂະແໜງຊີບການຜະລິດ 174 ຫົວ ໜ່ວຍ ແລະ ຂະແໜງຊີບບໍລິການ 203 ຫົວໜ່ວຍ ແລະ ຂັ້ນເມືອງຄຸ້ມຄອງ 2.611 ຫົວໜ່ວຍ, ໃນນັ້ນຂະແໜງຊີບການຄ້າ ກວມເອົາ 1.398, ການບໍລິການ 1.057 ແລະ ການຜະລິດ 156 ຫົວໜ່ວຍ.

ຂ່າວ – ຮູບ: ວິໄລວອນ ສິດທິໄຊ