ເທສະການອາຫານລາວ 2024 ຈະມີຂຶ້ນ 23 – 27 ມັງກອນນີ້

59

ເທສະການອາຫານລາວ 2024 ຈະຈັດຂຶ້ນລະຫວ່າງວັນທີ 23 – 27 ມັງກອນ 2024 ທີ່ສວນເຈົ້າອະນຸວົງແຄມຂອງ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ອະນຸຮັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ທັງເປັນການໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກທັງພາຍໃນ, ຕ່າງປະເທດ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ວັນທີ 9 ມັງກອນ 2024 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວກ່ຽວກັບເທສະການອາຫານລາວ 2024 ເຂົ້າຮ່ວມຖະແຫຼງຂອງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາອຸດສາຫະກຳແລະການຄ້າ(ສຄອຊ) ທັງເປັນ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານເທສະການອາຫານລາວ 2024, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ພ້ອມດ້ວຍຄະນະກຳມະການຈັດງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ເທສະການອາຫານລາວ 2024 ແມ່ນຈັດຂຶ້ນເປັນຄັ້ງທີ 19 ພາຍໃຕ້ຄໍາຂວັນ: “ຊີມອາຫານລາວ ທ່ອງທ່ຽວລາວ ປີ 2024” (Tasting Lao food Visit Laos Year 2024) ເຊິ່ງງານຄັ້ງນີ້ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 23-27 ມັງກອນ 2024 ທີ່ສວນເຈົ້າອະນຸວົງແຄມຂອງເຊິ່ງເປັນບ່ອນດຽວກັບທີ່ເຮົາຈັດມາໃນທຸກປີ.

อาจเป็นรูปภาพของ 13 คน, แท่นบรรยาย และ ข้อความ

ການຈັດງານເທສະການອາຫານລາວ 2024 ແມ່ນເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ທັງເປັນການໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກທັງພາຍໃນ, ຕ່າງປະເທດແລະກ້າວຂຶ້ນຂາຍໃນລະບົບອອນລາຍ; ເພື່ອສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການທາງດ້ານອາຫານ ກ້າວໄປເຖິງສາມາດສ້າງເປັນ ແບຣນ (BRAND) ອາຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນໄດ້; ສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃຫ້ແກ່ກັບສະມາຊິກພາຍໃນສະມາຄົມນັກທຸລະກິດຍິງ ແລະຜູ້ປະກອບການດ້ວຍກັນທົ່ວປະເທດແລະເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາຊີມ, ຊື້ແລະ ຖືກັບບ້ານໄດ້.

ນອກນັ້ນຍັງເປັນການສ້າງວຽກເຮັດງານທໍາໃຫ້ແມ່ຍິງທີ່ມີພອນສະຫວັນໃນການປຸງແຕ່ງອາຫານ, ເຂົ້າໜົມລາວ ແລະອາ ຫານແບບປະສົມ; ພ້ອມທັງແນໃສ່ການອະນຸລັກອາຫານພື້ນເມືອງທີ່ເປັນເອກະລັກຂອງລາວ, ພືດຜັກຜົນຜະລິດກະສິກໍາປອດສານພິດໃຫ້ໄດ້ຈໍາໜ່າຍອອກສູ່ສັງຄົມໄດ້ກິນຢູ່ແບບສະອາດ ແລະປອດໄພ, ໃນປີທ່ອງທ່ຽວລາວຕາມທິດທາງຂອງລັດຖະບານ ທີ່ກະກຽມເປັນເຈົ້າພາບໃນການຈັດກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມໃນປີ 2024.

ພາຍໃນງານດັ່ງກ່າວ ຈະຈັດໃຫ້ມີຮ້ານອາຫານລາວ, ອາຫານປະຍຸກ ແລະອາຫານນາໆຊາດມາວາງຂາຍເຖິງ 180 ຮ້ານ; ໃນນັ້ນ,ອາຫານເອກກະລັກຈາກທຸກແຂວງໃນທົ່ວປະເທດ ແລະ ຈາກຜູ້ສະໜັບສະໜູນງານລວມ 165 ຮ້ານ, ຂາຍເຄື່ອງຫັດຖະກໍາແລະກະສິກໍາ 15 ຮ້ານ.

ສ່ວນກິດຈະກໍາໃນງານ ລວມມີສະແດງສິລະປະພື້ນເມືອງລາວ ມື້ເປີດພິທີຢ່າງເປັນທາງການ; ຂາຍອາຫານລາວເອກະລັກຂອງ 18 ແຂວງໃນລາວ; ສາທິດ ການເຮັດເຂົ້າໜົມລາວ ທຸກມື້ຢູ່ເວທີກາງ.

ມີສໍາມະນາຫົວຂໍ້ ການບໍລິຫານທຸລະກິດຂະໜາດນ້ອຍ (ການວາງແຜນການຕະຫຼາດ); ມີປະກວດ ແກະສະຫລັກໝາກໄມ້ນາໆພັນພ້ອມຂາຍເຂົ້າໜົມແບບລາວໆ (ມີ 3 ລາງວັນ); ສະແດງສິລະປະ ພື້ນເມືອງລາວ ແບບມວນຊົນ ແຕ່ລະຄືນ ແລະ ໄລ້ສົດ (Live) ໃຫ້ເບິ່ງອາຫານຈາກແຕ່ລະແຂວງ ແລະ ບັນຍາກາດໃນງານທຸກໆວັນ.