ຮອງອະທິການບໍດີ ມວສ (ລາວ) ໄດ້ຮັບນາມມະຍົດ ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ

123

ມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ຈັດພິທີມອບຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ).

ພິທີດັ່ງກ່າວຈັດຂຶ້ນ ໃນວັນທີ 8 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ມີອາດີດການນຳກະຊວງສາທາລະນະສຸກ ທ່ານ ສຈ ດຣ ທີໂອ ອິກອິງ ຄະນະບໍດີໂຮງຮຽນຊໍສະວີຮ໋ອກ ສາທາລະນະສຸກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ການມອບ-ຮັບນາມມະຍົດວິທະຍາຖານະທາງວິຊາການ ສາສະດາຈານພິເສດ “Visiting Professor” ຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ ໃຫ້ແກ່ທ່ານ ຮສ ດຣ ມາຍຟອງ ມາຍຊາຍ ເຊິ່ງຜ່ານມາທ່ານ ຮສ ດຣ ມາຍຟອງ ມາຍຊາຍ ກໍເຄີຍໄດ້ຮັບຕຳແໜ່ງວິທະຍາຖານະ ສາດສະດາຈານພິເສດຈາກມະຫາວິທະຍາໄລ ອ໋ອກຝອດ ປະເທດອັງກິດ ໃນເດືອນ ມີນາ 2020 ຄັ້ງນີ້ເປັນຄັ້ງທີ 2 ທີ່ໄດ້ຮັບນາມມະຍົດດັ່ງກ່າວ ໂດຍໄດ້ຮັບຈາກມະຫາວິທະຍາໄລແຫ່ງຊາດສິງກະໂປ ປະເທດສິງກະໂປ.
ທີ່ມາ: VientianeMai