ແຂວງຫົວພັນ ກໍານົດເອົາການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ເປັນກິດຈະກໍາລະ ດັບຊາດ

37

ເຈົ້າແຂວງຫົວພັນ ເປີດເຜີຍແຜນສໍາລັບ ປີທ່ອງທ່ຽວລາວ 2024 ຢູ່ແຂວງພັນ ຈະຈັດທັງໝົດ 8 ກິດຈະກໍາ ໂດຍກໍານົດເອົາການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ເປັນກິດຈະກໍາລະ ດັບຊາດ ຄຽງຄູ່ກັບການປົກປັກຮັກສາສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະທຳມະຊາດ ເປັນທ່າແຮງສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າໄປທ່ຽວຫົວພັນໃນໂອກາດປີທ່ອງທ່ຽວລາວ 2024.

ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍແສງແຫ່ງຊາດ ເມື່ອບໍ່ດົນມານີ້ວ່າ: ປີທ່ອງທ່ຽວລາວ 2024 ຢູ່ແຂວງພັນ ຈະຈັດທັງໝົດ 8 ກິດຈະກໍາ ໂດຍກໍານົດເອົາການທ່ຽວຊົມດອກຄາຍປ່າ ແລະ ດອກຊາກຸຣະ ເປັນກິດຈະກໍາລະ ດັບຊາດ ສ່ວນພິທີເປີດປີທ່ອງທ່ຽວລາວຂອງແຂວງຫົວພັນຈະຈັດຂື້ນຢ່າງເປັນທາງການໃນວັນທີ 12 ມັງກອນ 2024 ຊື່ງປະກອບມີຫລາຍກິດຈະກໍາທີ່ໜ້າສົນໃຈ ເພື່ອໃຫ້ນັກທ່ອງທ່ຽວໄດ້ສໍາຜັດ ແລະ ທ່ຽວຊົມ ເປັນຕົ້ນການສະແດງສິລະປະສະຫມັກຫຼິ້ນ, ຍ່າງມາຣາທອນເພື່ອສຸຂະພາບ, ງານປະກວດອາຫານຂອງບັນດາເຜົ່າ, ງານວາງສະແດງສິນຄ້າໂອດ໊ອບ ແລະ ງານຕະຫຼາດນັດ, ຖ່າຍຮູບຢູ່ສວນສາ ທາລະນະຫົວພັນ-ກວາງນິງ ແລະ ສວນດອກຊາກຸຣະ, ກິດຈະກຳແຂ່ງຂັນກິລາພື້ນເມືອງ, ບຸນກິນຈຽງເຜົ່າມົ້ງບ້ານຫົວຄັງ ແລະ ກິດຈະກຳອື່ນໆ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ເພື່ອຮອງຮັບນັກທ່ອງທ່ຽວໃນໂອກາດປີທ່ອງທ່ຽວລາວ 2024 ນີ້ ອົງການປົກຄອງແຂວງໄດ້ເອົາໃຈໃສ່ປັບປຸງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມຂົນສົ່ງໃຫ້ມີຄວາມສະດວກ, ປັບປຸງໂຮງແຮມ ເຮືອນພັກໃຫ້ໄດ້ມາດຕະຖານ ໂດຍໄດ້ອະນຸຍາດໃຫ້ບໍລິສັດເອກະຊົນຂອງຕ່າງປະເທດເຂົ້າມາພັດທະນາເພື່ອສ້າງໂຮງແຮມສູງ 12 ຊັ້ນໃນລະດັບ 5 ດາວຢູ່ເທດ ສະບານແຂວງ ຊື່ງຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້ ພ້ອມທັງເນັ້ນໜັກໃຫ້ອົງການປົກຄອງທ້ອງຖີ່ນ ກຽມຄວາມພ້ອມເປັນເຈົ້າພາບທີ່ດີຕ້ອນຮັບແຂກກໍ່ຄືນັກທ່ອງທ່ຽວດ້ວຍໄມຕີຈິດມິດຕະພາບ ເພື່ອໃຫ້ນັກທ່ຽວປະທັບໃຈທີ່ສຸດເມື່ອມາທ່ຽວຫົວພັນ.
ຂໍ້ມູນຈາກ: Lao National Radio
ຮູບຈາກ: ທ່ອງທ່ຽວຫົວພັນ Tourism Houaphanh, ຂະແໜງທ່ອງທ່ຽວແຂວງຫົວພັນ ແລະ Larh Creators