ກະຊວງ ສສກ ຈັດພິທີຍ້ອງຍໍ WIG NAGA ພ້ອມມອບເງິນສະໜັບສະໜູນ 10 ລ້ານກີບ ກຽມລຸຍຮອບສຸດທ້າຍ

49

ກະຊວງສຶກສາທິການ ແລະ ກີລາ ( ສສກ ) ມອບໃບຍ້ອງຍໍ ແລະ ມອບເງິນສະໜັບສູນຈຳນວນ 10 ລ້ານກີບ ໃຫ້ແກ່ຫຼານນ້ອຍນັກກີລາ ສະໂມສອນ W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ທີ່ສ້າງຜົນງານຢ່າງໂດດເດັ່ນຄວ້າແຊັມຮອບຄັດເລືອກລາຍການ TAR Asia Qualifiers ທີ່ນະຄອນຫຼວງ ບາງກອກ ປະເທດໄທ ເຮັດໃຫ້ຄວ້າສິິດໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນເດືອນເມສາ 2024.

ພິທີມອບ-ຮັບໃບຍ້ອງຍໍໃນຄັ້ງນີ້ ຈັດຂຶ້ນ ເມື່ອວັນທີ 29 ທັນວາ ຜ່ານມາ ທີ່ຫ້ອງການປະສານງານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນປະທານ ຄອລ ໃນນັ້ນກໍໄດ້ມີຕາງໜ້າມອບໂດຍ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ຕາງໜ້າຮັບໂດຍທ່ານ ຄອນສະຫວັນ ສິດທິໄທ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນຫົວໜ້າຄະນະນໍາທີມຂອງ W.I.G NAGA, ພ້ອມດ້ວຍບັນດາຄະນະກົມ, ຄະນະນຳ, ຄູຝຶກ ແລະ ນັກກີລາ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບ W.I.G NAGA ມາຮອດປັດຈຸບັນແມ່ນໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ເພື່ອກຽມຄວາມພ້ອມໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ໃນເດືອນເມສາ 2024 ໂດຍຫຼາຍພາກສ່ວນທີ່ກ່າວມາປະກອບມີ:
1.ການຕ້ອນຮັບຢ່າງອົບອຸ່ນຈາກທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຕາງໜ້າມອບເງິນສະໜັບສະໜູນ 10 ລ້ານກີບຈາກທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ
2.ຮ້ານອາຫານຊີ້ນດາດ ໂຕໝູ ຈັດພາເຂົ້າລ້ຽງອາຫານແລງ ດາດໂຕໝູ
3.ທະນາຄານ ພັດທະນາລາວ ຫຼື LDB BANK ສະໜັບສະໜູນ 150 ລ້ານກີບ
4.Miss ann kavanh ເປັນຄົນລາວໃນ ອາເມຣິກາ ( ຣັດຟໍຣິດ້າ FLORIDA ) ( ເມື່ອງ ຕຳປາເບ້ TAMPA BAY ) ຈາກສະຫະລັດອາເມລິກາ ມອບໃຫ້ 100 ໂດລາ.

5. Mr huang bo ຈຳນວນ 1 ລ້ານບາດ
6.ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ມອບນໍ້າດື່ມ 200 ແພັກ
7.ກະຊວງ ສສກ ມອບເງິນ 10 ລ້ານກີບ
ຂ່າວ-ຮູບຈາກ: Larh Creators