ປັດຈຸບັນມີ 400 ກວ່າບ້ານໃນແຂວງວຽງຈັນ ໄດ້ພົ້ນທຸກ, ແຕ່ຍັງຄອບຄົວທຸກຍາກເກືອບ 4 ພັນຄອບຄົວ

46

ອີງຕາມເປີດເຜີຍຂອງເຈົ້າແຂວງໆວຽງຈັນໃຫ້ຮູ້ວ່າ ມາຮອດປັດຈຸບັນ, ໃນຈໍານວນ 428 ບ້ານທີ່ມີພາຍໃນແຂວງວຽງຈັນ ໄດ້ພົ້ນທຸກໝົດແລ້ວ, ສ່ວນຄອບຄົວທຸກຍາກຍັງເຫລືອທັງໝົດ 3.720 ຄອບຄົວ, ເທົ່າກັບ4,72% ຂອງຄອບຄົວທັງໝົດທີ່ມີພາຍໃນແຂວງ.

ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໃນທົ່ວແຂວງວຽງຈັນ ມີ 428 ບ້ານ, ສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ, ມີບ້ານພັດທະນາ 163 ບ້ານ, ກວມເອົາ 37,91% ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວ, ເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ບັນລຸໄດ້ 3 ເມືອງ ຄື: ເມືອງວັງວ.ີຽງ, ເມືອງຫີນເຫີບ ແລະ ເມືອງທຸລະຄົມ.

ທ່ານເຈົ້າແຂວງໃຫ້ຮູ້ຕື່ມວ່າ: ສໍາລັບປີ 2024 ນີ້, ແຂວງວຽງຈັນ ຈະສຸມໃສ່ການພັດທະນາຊົນນະບົດ໑ິກຂ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດແລະພັດທະນາ, ວຽກ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ຍູ້ແຮງການເປັນເຈົ້າການຂອງຄອບຄົວເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ເພື່ອແກ້ໄຂໃຫ້ໄດ້ຄອບຄົວບໍ່ພົ້ນທຸກໃຫ້ລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.

ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ້ມຂື້ນ, ກວດກາປະເມີນຄືນການສ້າງເມືອງເຂັ້ມ ແຂງຮອບດ້ານຕາມ 16 ມາດຖານ ແລະ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫ່ຍໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງໃຫ້ບັນລຸໄດ້ຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ. ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບ ບອ່ນທຳມາຫາກີນຂອງ 3 ບ້ານທີ່ຖືກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມພາຍໃນເມືອງແມດ.
ຂໍ້ມູນຈາກ: FM90 ລາຍງານ