ໄປເບິ່ງ 4 ວຽກງານຈຸດສຸມຂອງ ຄະນະບໍລິຫານງານພັກ ອອປສ ຕົ້ນປີ 2024

32

ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສະໄໝທີ V ໄດ້ດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງຕົນຂຶ້ນເມື່ອວັນທີ 8 ມັງກອນ 2024 ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍ ກຳມະການຄະນະບໍລິຫານງານພັກ ເຂົ້າຮ່ວມ

ການປະຊຸມ ຄັ້ງນີ້, ແມ່ນໄດ້ສະຫລຸບຕີລາຄາຄືນການຊີ້ນຳ – ນຳພາ ວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໂດຍສະເພາະບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຜ່ານມາ. ພ້ອມນັ້ນ, ບັນດາສະຫາຍຄະນະບໍລິຫານງານພັກ ກໍໄດ້ເອກະພາບກັນປະກອບຄຳເຫັນ ວາງທິດທາງ 4 ວຽກງານຈຸດສຸມ ປະຈຳໄຕມາດ I ຂອງປີ 2024 ຄື:
1.ກະກຽມສ້າງແຜນ ການຫັນລົງທ້ອງຖິ່ນເພື່ອຊີ້ນຳ-ນຳພາ ບັນດາອົງການໄອຍະການປະຊາຊົນພາກ, ແຂວງ ແລະ ເຂດ ຢ່າງໃກ້ຊິດ.
2.ສຸມໃສ່ປັບປຸງແບບແຜນການຊີ້ນຳ-ນຳພາ ໃຫ້ມີຮູບປະທຳ ແລະ ເຂັ້ມແຂງກ່ອນເກົ່າ
3.ກະກຽມຄວາມພ້ອມຮອບດ້ານໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
4.ປັບປຸງ ລະບົບກົງຈັກຂອງອົງການໄອຍະການປະຊາຊົນ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ.

ໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ເນັ້ນໃຫ້ ຄະນະນຳແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີໃນການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ກັບແຕ່ລະໄລຍະ ແລະ ນຳເອົາເນື້ອໃນຈິດໃຈຂອງ ກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ເພື່ອເຮັດໃຫ້ອົງການໄອຍະການປະຊາຊົນ ນັບມື້ເຕີບໃຫຍ່ເຂັ້ມແຂງ, ໄດ້ຮັບການພັດທະນາຮອບດ້ານ ແລະ ຮັບປະກັນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ຕາມທີ່ໄດ້ກຳນົດໃນກົດໝາຍ, ເຮັດໃຫ້ກົດໝາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງພົນລະເມືອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.
ຂ່າວ: ອອປສ