ອົງການບໍລິຫານການບິນອາເມຣິກາ ສັ່ງຢຸດ ບໍລິການຂອງເຮືອບິນໂບອິງ 737 MAX9

26

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການບໍລິຫານການບິນແຫ່ງຊາດສະຫະລັດອາເມລິກາ ຫຼື FAA ໄດ້ສັ່ງໃຫ້ບໍລິສັດການບິນຕ່າງໆຢຸດຕິການບໍລິການຂອງເຮືອບິນໂບອິງ 737 MAX9 170ກວ່າລຳ. ພາຍຫຼັງເຮືອບິນໂດຍສານໂບອິງ 737 MAX9 ລຳໜຶ່ງຂອງບໍລິສັດການບິນອາລາສກາໄດ້ເກີດເຫດ ສ່ວນໜຶ່ງຂອງຫ້ອງເຮືອບິນຫຼຸດອອກ ຂະນະບິນຂຶ້ນບໍ່ດົນ.

อาจเป็นรูปภาพของ อากาศยาน

ຄຳສັ່ງຢຸດຕິການບໍລິການດ່ວນນີ້ ກະທົບເຖິງເຮືອບິນທີ່ກ່ຽວຂ້ອງປະມານ 171 ລຳໃນທົ່ວໂລກ.

ຖະແຫຼງການຂອງບໍລິສັດການບິນອາລາສກາໄດ້ລະບຸວ່າ: ເຮືອບິນໂດຍສານໂບອິງ 737 MAX9 ຖ້ຽວ1282 ຂອງບໍລິສັດດັ່ງກ່າວໄດ້ບິນຈາກນະຄອນປອດແລນລັດໂອເຣໂກນໄປສູ່ນະຄອນອອນຕາຣີໂອລັດຄາຣີໂຟເນຍ, ພາຍຫຼັງເຮືອບິນບິນຂຶ້ນບໍ່ດົນກໍເກີດອຸບັດເຫດ, ຊີ້ນສ່ວນໜຶ່ງຂອງຫ້ອງເຮືອບິນໂດຍສານໄດ້ຫຼຸດອອກຢູ່ເທິງທ້ອງຟ້າ ເມື່ອວັນທີ 5 ມັງກອນ ຜ່ານມາ.

ສາຍການບິນ ອາລາສກາ ລະບຸວ່າຜູ້ໂດຍສານປະມານ23.000ລາຍໄດ້ຮັບຜົນກະທົບຈາກການຍົກເລີກຖ້ຽວບິນ160ຖ້ຽວໃນວັນທີ 6 ມັງກອນ ແລະ ຄາດວ່າຈະມີການຍົກເລີກຖ້ຽວບິນເພີ່ມອີກ.

ສ່ວນສາຍການບິນຢູໄນເຕັດ ແອລາຍ ແລະ ສາຍການບິນ ເຕີກິດແອລາຍ ກໍລະງັບການໃຊ້ເຮືອນບິນ ໂບອິງ 737 MAX9 ເພື່ອກວດສອບຄວາມປອດໄພ.