ເຊກອງ ສໍາເລັດການອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 54 ໂຄງການ

73

ຕາມການລາຍງານຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ທົ່ວແຂວງ ມີໂຄງການທີ່ແຂວງ ແລະ ສູນກາງອະນຸຍາດການສຶກສາ, ສໍາຫລວດ-ອອກແບບ ແລະ ກໍ່ສ້າງເຂື່ອນໄຟຟ້າທັງໝົດ 54 ໂຄງການ. ໃນນີ້, ໂຄງການທີ່ຢູ່ໃນຂັ້ນຕອນບັນທຶກຄວາມເຂົ້າໃຈ (MOU) 28 ໂຄງການ; ໂຄງການທີ່ຢູ່ໃນຂັ້ນຕອນສັນຍາພັດທະນາໂຄງການ (PDA) 15 ໂຄງການ ແລະ ໂຄງການທີ່ຢູ່ໃນຂັ້ນຕອນສັນຍາສໍາປະທານໂຄງການ (CA) 11 ໂຄງການ.

ສໍາລັບ ທົ່ວແຂວງຍັງມີແຫລ່ງຜະລິດພະລັງງານໄຟຟ້າ ທີ່ດຳເນີນການຜະລິດທັງໝົດ 3 ແຫ່ງ, ມີກໍາລັງຕິດຕັ້ງລວມ 353 MW, ສາມາດຜະລິດພະລັງງານໄຟຟ້າໄດ້ທັງໝົດ 1.383,35 GWh/ປີ ຄື: ເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ມີກຳລັງຕິດຕັ້ງ 88 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 370,6 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 0.67 GWh/ປີ, ຂາຍກະແສໄຟຟ້າໄດ້ 201,4 ຕື້ກີບ ຫລື ປະມານ 9,3 ລ້ານໂດລາ; ເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມມີກຳລັງຕິດຕັ້ງ 15 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 48,2 GWh/ປີ, ທຽບໃສ່ປີ 2022 ຫລຸດລົງ 12,2 GWh/ປີ, ຂາຍກະແສໄຟຟ້າໄດ້ 24,58 ຕື້ກີບ ຫລື ປະມານ 1,11 ລ້ານໂດລາ ແລະ ເຂື່ອນໄຟຟ້າເຊກະໜານ 3 ມີກຳລັງຕິດຕັ້ງ 250 MW, ສາມາດຜະລິດພະລັງງານໄຟຟ້າໄດ້ 964,55 GWh/ປີ, ທຽບໃສ່ປີ 2022 ເພີ່ມຂຶ້ນ 16,69 GWh/ປີ, ຂາຍກະແສໄຟຟ້າໄດ້ 1.170 ຕື້ກີບ ຫລື ປະມານ 54,20 ລ້ານໂດລາ.
ທີ່ມາ: ປະເທດລາວ