ການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ເຂດອ່າງນໍ້າງື່ມ 1 ດໍາເນີນໄດ້ 60%

85

ຄວາມຄືບໜ້າການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ຊຶ່ງມາຮອດປັດຈຸບັນ ສໍາເລັດແລ້ວຫລາຍກວ່າ 60%, ພາຍຫລັງເລີ່ມລົງມືປັບປຸງນັບແຕ່ເດືອນກໍລະກົດ ປີ 2021 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ (ADB).

ວັນທີ 4 ມັງກອນ 2024, ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂອງແຂວງວຽງຈັນ ໃຫ້ຮູ້ກ່ຽວກັບຄວາມຄືບໜ້າການປັບປຸງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກພາຍໃນສະຖານທີ່ທ່ອງທ່ຽວເຂດອ່າງນໍ້າງື່ມ 1, ເມືອງແກ້ວອຸດົມ, ຊຶ່ງມາຮອດປັດຈຸບັນ ສໍາເລັດແລ້ວຫລາຍກວ່າ 60%, ພາຍຫລັງເລີ່ມລົງມືປັບປຸງນັບແຕ່ເດືອນກໍລະກົດ ປີ 2021 ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ (ADB).

ການເປີດການທ່ອງ ທ່ຽວໜ້າເຂື່ອນໍ້າງື່ມ 1 ເມືອງແກ້ວອຸດົມ ແມ່ນ 1 ໃນຈໍານວນ 7 ກິດຈະກໍາທ່ອງທ່ຽວລະດັບແຂວງ ແລະ ແມ່ນ 1 ໃນ 20 ກິດຈະກໍາທ່ອງທ່ຽວຂອງແຂວງວຽງຈັນ ໃນໂອກາດປີທ່ອງທ່ຽວລາວ 2024.
ຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ)