ປະກາດຖອນ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນ, ດ່ານ ຕມ ສາກົນສອງແຫ່ງໃນແຂວງສະຫວັນນະເຂດ

148

ຕາມຂ່າວຈາກທ້ອງຖິ່ນລາຍງານວ່າ: ໃນວັນທີ 22 ທັນວາ 2023 ນີ້; ຢູ່ທີ່ຫ້ອງປະຊຸມດ່ານສາກົນ ຂົວມິດຕະພາບ2 ສະຫວັນນະເຂດ-ມຸກດາຫານ ໄດ້ຈັດພິທີ ປະກາດຖອນ ແລະ ການແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນສະຫວັນນະເຂດ, ດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ2 ແລະ ດ່ານ ຕມ ສາກົນແດນສະຫວັນ, ໂດຍການເຂົ້າຮ່ວມຂອງທ່ານ ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມກວດຄົນເຂົ້າ-ອອກເມືອງ, ທ່ານ ພັອ ກອງມີ ມຽງມະນີ ຮອງຫົວໜ້າກອງບັນຊາການ, ທັງເປັນຫົວໜ້າຫ້ອງສັນຕິບານ ປກສ ແຂວງສະຫວັນນະເຂດ, ມີຄະນະຮັບຜິດຊອບ ປັບປຸງກົງຈັກດ່ານຈາກກົມໃຫຍ່ສັນຕິບານ, ມີຫົວໜ້າຄະນະຄຸ້ມຄອງດ່ານ, ພ້ອມດ້ວຍຄະນະພະແນກການທີ່ກ່ຽວທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

May be an image of 3 people, dais and text
ພັອ ສີທັນ ຄຳຊົມພູ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2588/ປກສ ລົງວັນທີ 27 ພະຈິກ 2023 ວ່າດ້ວຍການຖອນ ນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 2594 / ປກສ ລົງວັນທີ 27 ພະຈິກ 2023, ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ ໃນນີ້: ຖອນທ່ານ ພັທ ແພງພະໄທ ສອນສຳເລັດ ຈາກດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ II ແຂວງສະຫວັນນະເຂດ ຜູ້ເກົ່າ, ກັບຄືນກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນສິບານ, ຖອນ ທ່ານ ພັທ ຄຳພຽງ ສາລາພູວັນ ຈາກດ່ານ ຕມ ສະໜາມບິນສາກົນວັດໄຕ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ II ແຂວງສະຫວັນນະເຂດ, ຖອນ ທ່ານ ພັທ ມະໂນລັກ ວົງສີສຸກ ຈາກດ່ານ ຕມ ສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າດ່ານ ຕມ ສະໜາມບິນ ສາກົນສະຫວັນນະເຂດ, ຖອນ ພັຕ ໄຊຊະນະ ວັນທານຸວົງ ຈາກດ່ານ ຕມ ສະໜາມບິນສາກົນສະຫວັນນເຂດ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າດ່ານ ຕມ ສາກົນ ແດນສະຫວັນ ແຂວງສະຫວັນນະເຂດ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

May be an image of 13 people and text
ພ້ອມກັນນີ້ ທ່ານ ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມກວດຄົນເຂົ້າ-ອອກເມືອງ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕຳຫຼວດທີ່ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້, ທ່ານຍັງເນັ້ນໃຫ້ບັນດາສະຫາຍທີ່ຖືກມອບໝາຍ, ຈົ່ງພ້ອມກັນເພີ່ມທະວີ ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ແລະ ການຊີ້ນຳຂອງຂັ້ນເທິງ ພ້ອມທັງເອົາໃຈໃສ່ກໍ່ສ້າງ-ປັບປຸງກຳລັງພາຍໃນດ່ານ, ມີຄວາມສາມັກຄີພາຍໃນ, ມີຄວາມຮັບຜິດຊອບວຽກງານວິຊາສະເພາະຂອງຕົນ, ມີການປະສານງານ,ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງເປັນປົກກະຕິ ແລະມີແບບແຜນວິທີເຮັດວຽກແລະມີຄຸນນະພາບສູງຂຶ້ນ.

May be an image of 1 person and text