ເສດຖະກິດຂອງເກຣັກດີຂຶ້ນ ແຕ່ຄ່າຄອງຊີບຍັງສູງ

36

ສຳນັກຂ່າວ AFP ລາຍງານວ່າ ວາລະສານ The Economist ໄດ້ຈັດອັນດັບໃຫ້ເກຣັກຢູ່ໃນກຸ່ມ 35 ປະເທດທີ່ມີຜົນງານດ້ານເສດຖະກິດດີຂຶ້ນຕໍ່ເນື່ອງ ເປັນປີທີ່ສອງຕິດຕໍ່ກັນ.

ແນວໃດກໍຕາມ ສະຖານະການທາງເສດຖະກິດຂອງເກຣັກ ໂດຍພາບລວມ ຖືວ່າອ່ອນແອ ເຖິງວ່າໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນມາແລ້ວ 3 ຄັ້ງ ຈາກເຈົ້າຫນີ້ຕ່າງປະເທດນັບແຕ່ປີ 2010 ເປັນຕົ້ນມາ ດ້ວຍມູນຄ່າ 289 ລ້ານເອີໂຣ. ປັດຈຸບັນຫນີ້ສາທາລະນະຂອງເກຣັກກວມເອົາ 160% ຂອງ GDP, ໃນຂະນະທີ່ຄ່າຕອບແທນ ຫຼື ລາຍຮັບຂອງປະຊາຊົນຍັງຕ່ຳກວ່າຄ່າສະເລ່ຍຂອງທະວີບເອີຣົບ, ສົ່ງຜົນຕໍ່ກຳລັງຊື້ຂອງປະຊາຊົນ ເຊິ່ງກົງກັນຂ້າມກັບຄ່າຄອງຊີບໃນ ເກຣັກ ທີ່ສູງກວ່າຄ່າສະເລ່ຍຂອງສະຫະພາບເອີຣົບປະມານ 5,5% ໃນປີ 2022.

ຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດເອີຣົບລະບຸວ່າ: ອັດຕາເງິນເຟີ້ລາຍປີຂອງເກຣັກຫຼຸດລົງ 3% ເມື່ອເດືອນພະຈິກຜ່ານມາ, ຈາກທີ່ເຄີຍສູງເຖິງ 9,65% ໃນຊ່ວງດຽວກັນຂອງປີຜ່ານມາ, ແນວໃດກໍຕາມ ລາຄາອາຫານເມື່ອເດືອນພະຈິກຜ່ານມາເພີ່ມຂຶ້ນ 9% ເມື່ອທຽບໃສ່ຊ່ວງດຽວກັນຂອງປີຜ່ານມາ.