ປີໃໝ່ 2024

34

ໃກ້ຈະໝົດປີ 2023 ແລ້ວ ຫຼາຍທ່ານໄດ້ຕັ້ງບັນຫາເລື່ອງການດຳລົງຊີວິດໃນຍຸກຝືດເຄືອງທາງເສດຖະກິດ ແລະ ບັນຫາສຸຂະພາບຮ່າງກາຍ.

ເວົ້າເລື່ອງການດຳລົງຊີວິດໃນຮອບປີ 2023 ແມ່ນໜັກໜາສາຫັດຫຼາຍ ມັນສະທ້ອນໄປທຸກຍ່ອມຫຍ້າ ແຕ່ດ້ວຍຄວາມພະຍາຍາມ ພວກເຮົາກໍສາມາດຫຼຸດພົ້ນມັນອອກມາໄດ້ ເຖິງແມ່ນວ່າຈະອອກມາແບບເຊຊ້າຍເຊຂວາກໍຕາມ. ຫຼາຍຄົນບອກວ່າ: ຫາກຕິດຕາມກອງປະຊຸມສະພາຄັ້ງຫຼ້າສຸດຈະກຳໄດ້ວ່າສະພາບການດ້ານເສດຖະກິດຢູ່ບ້ານເຮົາໃນປັດຈຸບັນ ແລະ ໃນອະນາຄົດຈະເປັນຢ່າງໃດ? ເພາະ ສສຊ ເພິ່ນມີຄຳເຫັນຈະແຈ້ງເບື້ອງຝ່າຍລັດຖະບານ ກໍມີການຕອບຄຳຖາມຢ່າງຈະແຈ້ງເຊັ່ນກັນ.
ຫັນມາເວົ້າເລື່ອງໄທເຮົາເຈົ້າຂ້ອຍເບິ່ງນໍ? ປີ 2023 ມັນໃຫ້ບົດຮຽນເຮົາຫຼາຍຢ່າງເປັນຕົ້ນແມ່ນລາຍຈ່າຍຕ້ອງໄດ້ຂຶ້ນແຜນວ່າອັນໃດຈຳເປັນ ໂດຍສະເພາະແມ່ນສະບຽງອາຫານ ນອກຈາກເຂົ້າທີ່ຂາດບໍ່ໄດ້ແລ້ວ ອາຫານກໍຕ້ອງໄດ້ຊັ່ງຊາຄິດໄລ່ວ່າຄວນກິນຫຍັງແດ່ໃນແຕ່ລະຄາບເຂົ້າ.

ຈາກການກິນຢູ່ແລ້ວກໍມາເວົ້າເລື່ອງສຸຂະພາບຕ້ອງຍອມຮັບວ່າບໍ່ມີເງິນລຳບາກຫຼາຍ ຈະໄປປິ່ນປົວຢູ່ໃສກໍໃຊ້ເງິນທັງນັ້ນ. ສະນັ້ນການຮັກສາສຸຂະພາບແມ່ນນໍ້າເບີໜຶ່ງ ເພາະຫາກມີການລົ້ມປ່ວຍລົງລະແມ່ນໂຄດລຳບາກແທ້ໆ..

ສຳລັບຜູ້ອາຍຸສູງແຮ່ງເຮັ່ງເນີ! ຕ້ອງໄດ້ຈັດການກັບວິຖີຊີວິດແບບໃໝ່ ເພາະຈະອາໄສລູກຫຼານຢ່າງດຽວບໍ່ຫຼ້ອນແລ້ວ… ຜ່ານມາພວກມີເງິນບຳນານກໍພໍຖູໄຖ ແຕ່ຍາມນີ້ລຳບາກໝົດ… ຫາກເປັນຜູ້ມີພະຍາດປະຈຳຕົວ ເຊັ່ນ: ເບົາຫວານ, ຕັງຊົງແລ້ວກໍເບິດແນວຊິວ່າ ມີແຕ່ຈ່າຍຢ່າງດຽວ.. ຈ່າຍເພີ່ມອີກ ເພາະລາຄາຢາປົວພະຍາດນີ້ແລ່ນຂຶ້ນນັບມື້.

ບາດນີ້ ປີ 2024 ເດ? ຮວ້າຍມັນກໍຕ້ອງໄດ້ຮັດສາຍແອວຄືເກົ່າ ເພາະຍັງແນມບໍ່ເຫັນວ່າມັນຊິເປັນໄປໃນທິດທາງໃດ? ສຳຄັນແມ່ນປີ 2023 ເຮົາຜ່ານມາໄດ້ເຮົາກໍຕ້ອງຖອດບົດຮຽນກຽມຮັບມືປີ 2024 ໄວ້… ເວົ້າແຈ້ງວ່າໃຜກຽມດີ.. ມີແຜນດີກໍຍ່ອມລຳບາກໜ້ອຍກວ່າຜູ້ບໍ່ວາງແຜນ ໂດຍສະເພາະແມ່ນແຜນລາຍຮັບ – ລາຍຈ່າຍ. ຜ່ານມາຜູ້ມີລາຍຮັບເປັນເງິນເດືອນບໍ່ຄ່ອຍກັງວົນປານໃດ? ແຕ່ດຽວນີ້ບໍ່ເປັນຈັ່ງວ່າແລ້ວ!.

ທາງອອກກໍມີແຕ່ສ້າງລາຍຮັບເພີ່ມ ຖ້າເຮັດໄດ້ໄປຄຽງຄູ່ກັບການປະຢັດ… ເວົ້າມາຮອດນີ້ກໍຄິດເຫັນເວລາປົດປ່ອຍໃໝ່ລຳບາກມື້ໜຶ່ງກິນເຂົ້າສອງຄາບ… ຍາມສົງຄາມແຮ່ງເຕັກ ກິນເຂົ້າເໝືອດມັນ ແຕ່ຍາມນັ້ນມັນເປັນຄືກັນແຕ່ດຽວນີ້ມັນຕ່າງໄລຍະຫ່າງ ຜູ້ຮັ່ງມີ – ຜູ້ທຸກຈົນນັບມື້ຍັບຫ່າງອອກຈາກກັນ.

ບຸກບືນສູ້ຊົນນຳກັນນໍ?.