ອິນເດຍ ກາຍເປັນປະເທດເສດຖະກິດຂະຫຍາຍຕົວໄວທີ່ສຸດໃນໂລກ

38

Fitch Rattings ບໍລິສັດຈັດອັນດັບຄວາມໜ້າເຊື່ອຖືລາຍໃຫຍ່ ຂອງໂລກ ຄາດການວ່າ ອິນເດຍຈະກາຍເປັນຫນຶ່ງໃນປະເທດທີ່ເສດຖະກິດຂະຫຍາຍຕົວໄວທີ່ສຸດໃນໂລກ ໂດຍ GDP ຂອງອິນເດຍໃນປີງົບປະມານ 2023-2024 ຈະຂະຫຍາຍຕົວ 6,9%, ສ່ວນປີງົບປະມານ 2024-2025 ຄາດວ່າຈະຂະຫຍາຍຕົວ 6,5%.

ໃນບົດລາຍງານ ຂອງບໍລິສັດ Fitch ລະບຸວ່າ: “ອຸປະສົງຂອງຜະລິດຕະພັນຊີມັງ, ໄຟຟ້າ ແລະ ຜະລິດຕະພັນປີໂຕຣລຽມ ຍັງເຂັ້ມແຂງ ໂດຍໃນປີ 2023 ຍັງຢູ່ລະດັບສູງກວ່າກ່ອນການເກີດແຜ່ລະບາດຂອງພະຍາດໂຄວິດ-19, ການໃຊ້ຈ່າຍດ້ານພື້ນຖານໂຄງລ່າງຂອງອິນເດຍເພີ່ມຂຶ້ນ ເຊິ່ງຈະຊ່ວຍເພີ່ມຂຶ້ນຂອງຄວາມຕ້ອງການເຫຼັກ, ສ່ວນຍອດຂາຍລົດຍົນອາດຈະຍັງເພີ່ມຂຶ້ນອີກຕໍ່ໄປ ເຖິງວ່າ ພວກເຮົາຄາດການວ່າ ອາດຈະສະລໍຕົວລົງ ຫຼັງຈາກຂະຫຍາຍຕົວຢ່າງແຂງແກ່ນໃນປີ 2023 ກໍຕາມ.

ປັດຈຸບັນ ອິນເດຍມີຂະໜາດເສດຖະກິດໃຫຍ່ອັນດັບ 5 ຂອງໂລກ ຮອງຈາກ ສະຫະລັດອາເມຣິກາ, ຈີນ, ເຢຍລະມັນ ແລະ ຍີ່ປຸ່ນ ເຊິ່ງຄາດວ່າ ໃນປີ 2030 ເສດຖະກິດອິນເດຍຈະແຊງໜ້າຍີ່ປຸ່ນ ເຊິ່ງຈະເຮັດໃຫ້ອິນເດຍມີຂະໜາດ ໃຫຍ່ທີ່ສຸດເປັນອັນດັບ 2 ຂອງອາຊີ-ປາຊີຟິກ. ບໍລິສັດ Fitch ລະບຸວ່າ ການຂະຫຍາຍຕົວທາງເສດຖະກິດທີ່ແຂງແກ່ນຂອງອິນເດຍຈະຍູ້ອຸປະສົງໃນພາກທຸລະກິດ ເຖິງວ່າ ຄວາມອ່ອນແອຈາກການຂະຫຍາຍຕົວທີ່ສະລໍຕົວລົງໃນຕະຫຼາດຕ່າງປະເທດທີ່ສຳຄັນກໍຕາມ.

ທັງນີ້ ເມື່ອບໍ່ດົນມານີ້ IMF ໄດ້ຄາດການວ່າ ເສດຖະກິດອິນເດຍຈະຂະຫຍາຍຕົວ 6,3% ໃນປີນີ້ ແລະ ປີໜ້າ ແລະ ຄາດວ່າການຂະຫຍາຍຕົວຂອງເສດຖະກິດອິນເດຍຍັງແຂງແກ່ນໂດຍໄດ້ແຮງຍູ້ຈາກຄວາມມີສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ການເງິນ.

ດ້ານໂກແມນແຊັກ (Gold Sachs) ຄາດການວ່າ ເສດຖະກິດອິນເດຍຈະຂະຫຍາຍຕົວ 6,2% ໃນປີນີ້ ເຊິ່ງສູງທີ່ສຸດໃນບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ 13 ແຫ່ງ, ສ່ວນຈີນຕາມມາເປັນອັນດັບ 2 ຄາດວ່າຈະຂະຫຍາຍຕົວ 4,8% ໃນປີນີ້. ສ່ວນ S&P ຄາດການວ່າ ເສດຖະກິດຂອງອິນເດຍຈະຂະຫຍາຍຕົວ 6-7,1% ໃນປີ 2024-2026, ຂະນະທີ່ທະນາຄານກາງຂອງອິນເດຍ ຄາດການວ່າ ເສດຖະກິດຂອງປະເທດຈະຂະຫຍາຍຕົວໃນລະດັບ 7% ໃນປີນີ້.