ຫວຽດນາມ ກຽມປັບຄ່າແຮງງານຂັ້ນຕ່ຳ ຄາດເລີ່ມຕົ້ນປີໜ້າ

58

ສຳນັກຂ່າວຊິນຫົວລາຍງານວ່າ ມະຕິຂອງສະພາຄ່າຈ້າງແຫ່ງຊາດຫວຽດນາມ ລະບຸວ່າ ຫວຽດນາມກຽມປັບຂຶ້ນຄ່າແຮງງານຂັ້ນຕ່ຳ ແຕ່ການປັບຂຶ້ນດັ່ງກ່າວຈະແຕກຕ່າງກັນລະຫວ່າງເຂດຕົວເມືອງໃຫຍ່ ແລະ ເຂດຊົນນະບົດ, ກ່ອນຈະສະເໜີໃຫ້ລັດຖະບານອະນຸມັດ ຄາດວ່າ ຈະເລີ່ມປັບຂຶ້ນໃນວັນທີ 1 ມັງກອນ 2024.

ລາຍງານລະບຸວ່າ ຄ່າແຮງງານຂັ້ນຕ່ຳລະດັບທີ 1 ໄດ້ແກ່ ເຂດຕົວເມືອງຂອງນະຄອນຫຼວງຮາໂນ້ຍ ແລະ ນະຄອນໂຮຈິມິນ ຈະປັບຂຶ້ນເປັນ 4,96 ລ້ານດົງຕໍ່ຄົນຕໍ່ເດືອນ. ຂະນະທີ່ລະດັບທີ 2 ໄດ້ແກ່ເຂດຊານເມືອງໃນນະຄອນຫຼວງຮາໂນ້ຍ ແລະ ນະຄອນໂຮຈີ່ມິນ ລວມທັງຕາມຕົວເມືອງໃຫຍ່ໄດ້ແກ່ ເກີນເທີ, ດານັງ ແລະ ຮາຍຟອງ ຈະປັບເພີ່ມເປັນ 4,41 ລ້ານດົງຕໍ່ຄົນຕໍ່ເດືອນ, ສ່ວນລະດັບທີ 3 ໄດ້ແກ່ ບັນດາຕົວເມືອງ ແລະ ເຂດຕ່າງໆ ຂອງແຂວງບັກນິງ, ບັກຢາງ, ຮ້າຍເຢືອງ ທາງພາກເໜືອຈະປັບຂຶ້ນເປັນ 3,86 ລ້ານດົງຕໍ່ຄົນຕໍ່ເດືອນ, ສ່ວນລະດັບ 4 ບັນດາແຂວງ ແລະ ທ້ອງຖິ່ນທີ່ເຫຼືອ ຈະປັບເພີ່ມເປັນ 3,45 ລ້ານດົງຕໍ່ຄົນຕໍ່ເດືອນ.

ທັງນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫວຽດນາມ ລະບຸວ່າ ການປັບຂຶ້ນຄ່າແຮງງານຂຶ້ນຕ່ຳດັ່ງກ່າວ ສະແດງເຖິງຄ່າຄອງຊີບ ແລະ ລາຍຮັບຂອງຜູ້ປະກອບ ແລະ ແຮງງານແຕ່ລະທ້ອງຖິ່ນ ໂດຍມີການປະເມີນຕາມຄວາມເຫມາະສົມທາງດ້ານເສດຖະກິດ ແລະ ຄຳນຶງເຖິງຄວາມຫຍຸ້ງຍາກຂອງແຮງງານ.

ໄລຍະຜ່ານມາ ຫວຽດນາມໄດ້ປັບຂຶ້ນຄ່າແຮງງານຂັ້ນຕ່ຳຫຼາຍຄັ້ງ ໂດຍປີ 2017 ປັບຂຶ້ນ 7,3%, ປີ 2018 ປັບຂຶ້ນ 6,5%, ປີ 2019 ປັບຂຶ້ນ 5,3% ແລະ ປີ 2022 ປັບຂຶ້ນ 6% ແລະ ການປະກາດປັບຂຶ້ນຄັ້ງນີ້ ຈະປັບຂຶ້ນປະມານ 6%.