ອີຢູ ຂະຫຍາຍເວລາໂຈະການເກັບພາສີຕອບໂຕ້ ອາເມຣິກາ

35

ເວບໄຊ https://bnews.vn/ ລາຍງານວ່າ: ເມື່ອວັນທີ 19 ທັນວາຜ່ານມາ, ສະຫະພາບເອຣົບ (EU) ປະກາດວ່າ ອີຢູ ຈະຂະຫຍາຍເວລາການໂຈະພາສີຕອບໂຕ້ ສຳລັບສິນຄ້າຂອງອາເມຣິກາ ຫຼັງຈາກທີ່ທັງສອງຝ່າຍບັນລຸຂໍ້ຕົກລົງໃນຂໍ້ຂັດແຍ່ງກ່ຽວກັບ ເຫຼັກ ແລະ ອາລູມິນຽມ.

ຄະນະກຳມາທິການເອີຣົບ (EC) ໄດ້ອອກຖະແຫຼງການໂດຍລະບຸວ່າ: ຈະລະງັບການເກັບພາສີຕອບໂຕ້ ຈົນເຖິງວັນທີ 31 ມີນາ 2025 ຫຼັງຈາກທີ່ຝ່າຍອາເມຣິກາ ກ່າວວ່າຈະສະເໜີການຍົກເວັ້ນພາສີເພີ່ມຕື່ມສຳລັບຜູ້ສົ່ງອອກໃນ EU ເຊິ່ງທ່ານ Valdis Dombrovskis ກຳມາທິການການຄ້າຂອງ EU ໄດ້ກ່າວກ່ຽວກັບການຕັດສິນໃຈນີ້ວ່າ ເປັນການຂະຫຍາຍເວລາທີ່ສຳຄັນ ຄືຜົນຮັບຂອງຄວາມມຸ່ງໝັ້ນຢ່າງເລິກເຊິ່ງກັບອາເມຣິກາ.

ທ່ານ Valdis Dombrovs kis ກ່າວວ່າ: ການໂຈະເກັບພາສີ ເຮັດໃຫ້ຝ່າຍ EU ມີພື້ນທີ່ ທີ່ຈໍາເປັນໃນການຂໍໃຫ້ຍົກເລີກພາສີ 232 ລາຍການ ທີ່ອາເມຣິກາ ຮຽກເກັບຈາກການສົ່ງອອກຂອງ EU ໂດຍສົມບູນ ພາຍໃຕ້ກົດລະບຽບພາສີທີ່ອອກໂດຍ ອະດີດປະທານາທິບໍດີ ໂດໂນ ທຣໍາ ທີ່ອອກໃນປີ 2018.

ໃນປີ 2024, ອາເມຣິກາ ຈະດຳເນີນການເລືອກຕັ້ງປະທານາທິບໍດີ ແລະ ບາງລັດທີ່ມີການຜະລິດເຫຼັກສູງ ກໍເປັນລັດທີ່ສາມາດຊ່ວຍຕັດສິນຜົນການລົງຄະແນນໄດ້ ທ່ານ ໂດນັລ ທຣໍາ.

ໃນປີ 2024 ທີ່ຈະມາເຖິງ, EU ກໍຈະເລືອກຄະນະກຳມາທິການຊຸດໃໝ່ ເຊິ່ງທ່ານ Valdis Dombrovskis ກ່າວວ່າ: EC ໄດ້ມຸ່ງເນັ້ນທີ່ຈະບໍ່ບິດເບືອນການຄ້າເຫຼັກ ແລະ ອາລູມີນຽມ ຂ້າມມະຫາສະໝຸດແອັດແລນຕິກ ແລະ ຜູ້ສົ່ງອອກໃນເອີຣົບ ຈະໄດ້ຮັບການປະຕິບັດຢ່າງຍຸຕິທໍາ.