ສື່ມວນຊົນລາວໄດ້ເຂົ້າຮ່ວມແລກປ່ຽນບົດຮຽນວຽກງານຄວບຄຸມຢາສູບຢູ່ໄທ

34

 

ຄະນະສື່ມວນຊົນລາວ ໄດ້ຮັບການຍົກລະດັບຄວາມຮູ້ກ່ຽວກັບວຽກງານຄວບຄຸມຢາສູບ ໂດຍສະຫະພັນຄວບຄຸມຢາສູບອາຊຽນ (SEATCA ) ຮ່ວມກັບມູນນິທິປຸກລະດົມ ເພື່ອການບໍ່ສູບຢາ ປະຈຳປະເທດໄທ ໄດ້ຈັດກອງປະຊຸມສໍາມະນາໃຫ້ແກ່ສື່ມວນຊົນລາວ ຢູ່ປະເທດໄທ ເປັນເວລາ 2 ວັນ.

ກອງປະຊຸມສໍາມະນາແລກປ່ຽນບົດຮຽນດັ່ງກ່າວຈັດຂຶ້ນລະຫວ່າງວັນທີ 19-20 ທັນວາ 2023 ນີ້, ທີ່ ໂຮງແຮມປະຈັກຕຣາ ແຂວງ ອຸດອນທານີ ປະເທດໄທ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄັດທະນະພອນ ພັນດວງສີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ສປປ ລາວ, ມີ ທ່ານ ນາງ ບັງອອນ ຣິດທິພັກດີ ທີ່ປຶກສາກິດຕິມະສັກສະຫະພັນຄວບຄຸມຢາສູບອາຊຽນ ປະເທດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No description available.
ທ່ານ ນາງ ບັງອອນ ຣິດທິພັກດີ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ແມ່ນແນໃສ່ໃຫ້ສື່ມວນຊົນລາວ ໄດ້ແລກປ່ຽນຮຽນຮູ້ກ່ຽວກັບວຽກງານການຄວບຄຸມຢາສູບ, ຄວາມອັນຕະລາຍຂອງຢາສູບທຳມະດາ ແລະ ຢາສູບໄຟຟ້າ ຊຶ່ງເປັນວຽກງານໜຶ່ງສຳຄັນຫຼາຍ ຕໍ່ ສປປ ລາວ ແລະ ໄທ ໃນປັດຈຸບັນ ແລະ ເຊື່ອວ່າຂໍ້ມູນໃໝ່ໆທີ່ໄດ້ຮັບໃນຄັ້ງນີ້ຈະເປັນປະໂຫຍດຕໍ່ ສປປ ລາວ ກໍຄືສື່ມວນຊົນລາວ ເນື່ອງຈາກວ່າ ສປປ ລາວ ກໍໄດ້ຫ້າມຊື້-ຂາຍ ຢາສູບໄຟຟ້າຄືກັນກັບປະເທດໄທ.

No description available.
ປັດຈຸບັນຢາສູບໄຟຟ້າຍັງມີການລັກລອບຊື້-ຂາຍ ແລະ ມີການນຳໃຊ້ເປັນຈຳນວນຫຼາຍໃນກຸ່ມເດັກນ້ອຍ, ໄວໜຸ່ມ. ສະນັ້ນ, ສື່ມວນຊົນລາວຕ້ອງໄດ້ເຂົ້າມາມີບົດບາດໃນວຽກງານດັ່ງກ່າວນີ້ ເພື່ອເຜີຍ ແຜ່ຂໍ້ມູນທີ່ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວທັນກັບສະຖານະການ ແລະ ສາມາດຊ່ວຍໃຫ້ສັງຄົມໄດ້ເຂົ້າໃຈ-ຮັບຮູ້ກ່ຽວກັບບັນຫາຕ່າງໆກ່ຽວກັບຢາສູບ. ພ້ອມນັ້ນຕ້ອງໄດ້ມີການບັງຄັບໃຊ້ກົດໝາຍ, ບັງຄັບໃຊ້ນະໂຍບາຍທີ່ໄດ້ກຳນົດອອກມາຢ່າງຈິງຈັງ ຊຶ່ງຖ້າຫາກເດັກນ້ອຍໄປນຳໃຊ້ຢາສູບໄຟຟ້າແລ້ວ ຈະພາໃຫ້ຕິດງ່າຍ, ຕິດແລ້ວຈະເລີກຍາກ.

No description available.
ການສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍເວົ້າເຖິງຄວາມອັນຕະລາຍຂອງຢາ ສູບໄຟຟ້າ, ການລາຍງານກ່ຽວກັບການປະຕິບັດວຽກງານຄວບຄຸມຢາສູບໄຟຟ້າຂອງມູນນິທິປຸກລະດົມ ເພື່ອການບໍ່ສູບຢາ ປະຈຳປະເທດໄທ, ໄດ້ມີການສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ມີຖາມ-ຕອບກ່ຽວກັບວຽກງານຢາສູບ. ພ້ອມນີ້ສື່ມວນຊົນລາວແຕ່ລະສຳນັກງານກໍໄດ້ມີການແລກປ່ຽນບົດຮຽນປະສົບການດ້ານການໂຄສະນາຕ່າງໆກ່ຽວກັບຢາສູບໃນສື່ຂອງຕົນ.
ໂອກາດດັ່ງກ່າວ ທີມງານຈາກລາວ ຍັງໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຢູ່ຫ້ອງວ່າການແຂວງອຸດອນ ເຊິ່ງການເຄື່ອນໄຫວຄັ້ງນີ້ ກົມສື່ມວນຊົນ ກະຊວງ ຖະແຫຼງຂ່າວ, ວັດທະນະນໍາ ແລະ ທ່ອງທ່ຽວ ແມ່ນໄດ້ເປັນຜູ້ນໍາພາທີມນັກຂ່າວລາວໄປດ້ວຍຕົນເອງ.