ລ້ານຊ້າງມີເນໂຣນໃຫ້ທຶນ 3 ຕື້ກວ່າກີບຍົກລະດັບເສັ້ນທາງຢູ່ເມືອງວິລະບູລີ

46

ບໍລິສັດລ້ານຊ້າງມີເນໂຣນສ໌ຈໍາກັດ ກໍ່ຄືບໍ່ຄຳເຊໂປນໄດ້ໃຫ້ທຶນພັດທະນາທ້ອງຖິ່ນທີ່ບໍລິສັດດຳເນີນທຸລະກິດຢູ່ ເພື່ອພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ ໂດຍສະເພາະແມ່ນສ້າງເສັ້ນທາງໃຫ້ສະດວກສະບາຍໃນການໄປມາຫາສູ່ຄ້າຂາຍ ປະຈຸບັນແມ່ນສ້າງສຳເລັດແລ້ວ ດ້ວຍມູນຄ່າຫຼາຍກວ່າ 3 ຕື້ກີບ.

May be an image of road
ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ຢູ່ເມືອງວິລະບູລີ ແຂວງ ສະຫວັນນະເຂດ ໂຄງການດັ່ງ ກ່າວແມ່ນແນໃສ່ປັບປຸງເສັ້ນທາງ B1 ເລີ່ມຈາກອະນຸສາວະລີປະທານໄກສອນ ພົມວິຫານ ຫາສີ່ແຍກ, ທາງເສັ້ນນີ້ແມ່ນຢູ່ຕໍ່ໜ້າ ຫ້ອງວ່າການປົກຄອງ ເມືອງວິລະບູລີໄດ້ປັບປຸງ-ກໍ່ສ້າງສໍາເລັດ ແລະ ປ່ຽນຊື່ມາເປັນຖະໜົນ ໄກສອນ ພົມວິຫານ.

May be an image of 15 people and wedding

ເສັ້ນທາງດັ່ງກ່າວ ມີຄວາມຍາວ 382 ແມັດ, ກວ້າງ 7 ແມັດ, ໂຄງການນີ້ແມ່ນຮັບເໝົາ ກໍ່ສ້າງໂດຍບໍລິສັດລາວມຸງຄຸນກໍ່ສ້າງຂົວ-ທາງຈຳກັດ, ມູນຄ່າ ການກໍ່ສ້າງເສັ້ນທາງທັງໝົດຂອງ ໂຄງການນີ້ແມ່ນ 142.487 ໂດລາສະຫະລັດ ຫຼືເທົ່າກັບ 3 ຕື້ 134 ລ້ານກວ່າກີບ ໂດຍໄດ້ຮັບການສະ ໜັບສະໜູນຈາກກອງທຶນພັດທະ ນາທ້ອງຖິ່ນ (TF) ຂອງບໍລິ ສັດລ້ານຊ້າງມີເນໂຣນສ໌ຈໍາກັດ (ລຊມລ).

May be an image of 11 people, dais and text

ເຂົ້າຮ່ວມພິທີມອບ-ຮັບ-ໂຄງການໃນຄັ້ງນີ້ມີບັນດາ ການນໍາຈາກສູນກາງ, ແຂວງສະ ຫວັນນະເຂດ ແລະເມືອງວິລະບູລີ ພ້ອມນີ້ເປັນກຽດເຂົ້າຮ່ວມເປັນສັກ ຂີພະຍານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ, ອະດີດເຈົ້າແຂວງສະ ຫວັນນະເຂດ ພ້ອມດ້ວຍຄະນະ ຈາກສູນກາງ, ທ່ານ ປອ ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນ ນະເຂດ, ທ່ານ ວາລິຍະ ສີຈັນ ທອງ ທິບ ເຈົ້າເມືອງວິລະບູລີ, ທ່ານ ໄພ ມະນີ ວົງໄຊຄຳ ຮອງເຈົ້າເມືອງ, ພ້ອມດ້ວຍພະນັກງານ-ລັດຖະ ກອນ ພາຍໃນເມືອງ, ທ່ານສະ ໝານ ອະເນກາ ຜູ້ອໍານວຍການໃຫຍ່ ແລະຮອງຜູ້ຈັດການໃຫຍ່ ບໍລິສັດ ລຊມລ ພ້ອມດ້ວຍພະນັກງານວິ ຊາການຈາກບໍລິສັດ, ຜູ້ຕາງໜ້າ ຈາກພາກລັດທີ່ກ່ຽວຂ້ອງ, ບໍລິສັດ ຜູ້ຮັບເໝົາ, ມີອຳນາດການປົກ ຄອງບ້ານ ແລະປະຊາຊົນພາຍໃນ ເມືອງເຂົ້າຮ່ວມ.

ຂ່າວຈາກ: ສະຫວັນພັດທະນາ