ຖັກແສ່ວຊຸດຊົນເຜົ່າແລນແຕນ ໄດ້ຮັບການໝາຍສິນຄ້າໂອດັອບແຫ່ງຊາດ

38

ອາທິດແລ້ວນີ້ທີ່ສະໂມສອນເມືອງຫຼວງນໍ້າທາ ໄດ້ຈັດພິທີ ເປີດນໍາໃຊ້ກາໝາຍສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນ(ໂອດັອບ)ແຫ່ງຊາດ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ບ້ານວຽງເໜືອ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ ບ້ານຕາຫວ່ານ ເມືອງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ, ມີທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີຄະນະກໍາມະການຄັດເລືອກສິນຄ້າໜຶ່ງເມືອງ,ໜຶ່ງຜະລິດຕະພັນ ມີຫົວໜ້າຫ້ອງ, ຮອງຫ້ອງ,ບ້ານ ແລະ ເຈົ້າຂອງວິສາຫະກິດ ສິນຄ້າໂອດັອບພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

May be an image of 4 people and text
ໃນພີທີ ທ່ານ ນາງແອ່ງ ພົມມະຈັນ ຫົວໜ້າກຸ່ມສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ປີ 2015 ໄດ້ລົງທຶນຈັດຊື້ອຸປະກອນເຮັດຫູກ ຈໍານວນ 550.000 ກີບ ຜະລິດໄດ້ສິ້ນ 2 ຜືນ ສາມາດສ້າງລາຍຮັບໄດ້ 1.600.000 ກີບ ຕໍ່ມາກໍໄດ້ຂະຫຍາຍກີ່ຕໍາຫູກເພີ່ມຂຶ້ນເລື້ອຍໆ ປີ 2022 ໄດ້ສ້າງຕັ້ງເຮືອນ 1 ຫຼັງ ເພື່ອເປັນບ່ອນວາງສະແດງຜະລິດຕະພັນ ແລະ ໄດ້ເປີດສູນເຮືອນຫູກມິຖຸນາຢ່າງເປັນທາງການ ມາຮອດປັດຈຸບັນ ມີ 51 ກີ່, ມີ 6 ບ້ານ, 3 ເມືອງພາຍໃນແຂວງທີ່ເຂົ້າຮ່ວມຕໍ່າຫູກໃຫ້ເຮືອນຫູກມິຖຸນາ ຜະລິດຕະພັນລວມມີ 17 ລາຍການ: ສິ້ນໄຕ໋ດໍາໄໝມ້ອນສົດ, ສິ້ນໄຕ໋ເຄືອຝ້າຍຕໍາໄໝ, ສິ້ນໄຕ໋ດໍາຝ້າຍຕໍ່າຝ້າຍ, ສິ້ນໝີ່ລ້ວນ, ສິ້ນເຜົ່າຍວນ, ສິ້ນເຜົ່າລື້, ສິ້ນເຜົ່າຂະມຸ, ແພເສື້ອ, ຜ້າປູໂຕະ, ຜ້າບ່ຽງ, ຜ້າປ່ຽວ, ຜ້າຂັ້ນເຟື້ອງ, ຜ້າປູໄຕ໋ດໍາ, ຖົງໄຕ໋ດໍາ, ຜ້າເຊັດມື, ຜ້າຂັນລາຍ ແລະ ຜ້າຮອງຈານ. ຕະຫຼາດແມ່ນຂາຍພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບໄດ້ 100 ກວ່າລ້ານກີບຕໍ່ປີ.

May be an image of 2 people and text
ພ້ອມນັ້ນ, ທ່ານ ນາງ ມະໄລຄໍາ ດັ່ງວັນຄໍາ ຫົວໜ້າກຸ່ມຖັກແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ກໍໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງກຸ່ມຖັກແສ່ວເຜົ່າແລນແຕນ,ບ້ານຕາຫວ່ານ ມີ 202 ຫຼັງຄາ, ມີ 249 ຄອບຄົວ, ມີພົນລະເມືອງ 1.339 ຄົນຍິງ 647 ຄົນ, ປະກອບມີ 8 ຊົນເຜົ່າຢູ່ຮ່ວມກັນ, ຊົນເຜົ່າແລນແຕນມີປະຫວັດຄວາມເປັນມາທີ່ຍາວນານ ປະຊາຊົນມີຄວາມມັກຮັກໃນການຜະລິດຫັດຖະກໍາຕິດພັນກັບການດໍາລົງຊີວິດ ເປັນຕົ້ນແມ່ນ ການຖັກແສ່ວ, ເຄື່ອງນຸ່ງຫົ່ມ, ອຸປະກອນການຂີດຂຽນ, ເຄືື່ອງມືທໍາການຜະລິດເພື່ອຮັບໃຊ້ຊີວິດປະຈໍາວັນ.

May be an image of 4 people and text

ປັດຈຸບັນ ກຸ່ມຖັກແສ່ວເຜົ່າແລນແຕນ ບ້ານຕາຫວ່ານ ມີສະມາຊິກທັງໝົດ 35 ຄົນຍິງ 35 ຄົນ ມີເງິນທຶນທັງໝົດ 50 ລ້ານກີບ ຜະລິດຕະພັນລວມມີ 8 ລາຍການ: ຖົງ, ຜ້າຮອງຈອກ, ພວງກະແຈ, ໜ້າໝອນ, ເຈ້ຍໜໍ່ໄມ້, ແຜ່ນແພ, ແພບ່ຽງ ແລະ ຊຸດເຄື່ອງຊົນເຜົ່າແລນແຕນ. ຕະຫຼາດຈໍາໜາຍຂາຍແມ່ນ ພາຍໃນເມືອງ ແລະ ແຂວງຫຼວງນໍ້າທາ ໃນງານເທດສະການ, ງານວາງສະແດງສິນຄ້າ ແລະ ງານບຸນຕ່າງໆ ພ້ອມນັ້ນກໍຍັງໄດ້ສົ່ງອອກຂາຍຕ່າງແຂວງຕື່ມອີກ ສາມາດສ້າງລາຍຮັບໄດ້ 50 ລ້ານກວ່າກີບຕໍ່ປີ.

May be an image of 8 people and text
ຈາກນັ້ນ, ພິທີ ຍັງໄດ້ມອບປ້າຍສິນຄ້າໂອດັອບແຫ່ງຊາດ ແລະ ມອບໃບອະນຸຍາດນໍາໃຊ້ກາໝາຍໂອດັອບແຫ່ງຊາດ ໃຫ້ເມືອງຫຼວງນໍ້າທາ ໂດຍໃຫ້ກຽດມອບຂອງທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ໃຫ້ກຽດຮັບຂອງທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ພ້ອມທັງ ມອບຕໍ່ໃຫ້ເຈົ້າຂອງກິດຈະການ ສູນສົ່ງເສີມຫັດຖະກໍາເຮືອນຫູກມິຖຸນາ ບ້ານວຽງເໜືອ ແລະ ກຸ່ມຖັກແສ່ວເຄື່ອງຊົນເຜົ່າແລນແຕນ ບ້ານຕາຫວ່ານ ຢ່າງເປັນທາງການ.

May be an image of 3 people, scarf, batik-print clothing and text