ຮຽນໃຫ້ໄດ້ນຳໃຊ້ໃຫ້ເປັນ ພາກມວຍວິຊາສະເພາະ ຂອງນັກສຶກສາ ປກສ ຊັ້ນສູງເລກ 3 ສະຫວັນນະເຂດ

14

ໃນອາທິດແລ້ວນີ້ໂຮງຮຽນ ປກສ ຊັ້ນສູງ ເລກ3 ແຂວງສະຫວັນນະເຂດ ໄດ້ຈັດພິທີສອບເສັງ ຈົບພາກວິຊາມວຍວິຊາສະເພາະຂຶ້ນ ໂດຍເປັນປະທານຂອງ ທ່ານ ພັທ ບຸນເພັງ ວິຈິດຕີ ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ 3, ມີບັນດາພະນັກງານຄູ-ອາຈານ ແລະ ນັກນຶກສາລະບົບກໍ່ສ້າງຮຸ່ນທີ 06 ເຂົ້າຮ່ວມ.

May be an image of 5 people and people dancing
ພັທ ບຸນເພັງ ວິຈິດຕີ ຮອງຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນສູງເລກ 3 ໄດ້ກ່າວວ່າ:, ຈຸດປະສົງ ກໍ່ເພື່ອໃຫ້ນັກສຶກສາຮັບຮູ້, ເຕັກນິກ, ຍຸດທະວີທີໃນການເຂົ້າຈັບກຸມເປົ້າໝາຍ, ແລະ ກ່ອນລົງປະຕິບັດຕົວຈິງ ກ່ຽວກັບພາກວິຊາມວຍວິຊາສະເພາະ ແມ່ນໄດ້ມີການຮຽນຮູ້ພາກທິດສະດີມາແລ້ວ, ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບທິດສະດີທີ່ໄດ້ຮຽນມາ ຈຶ່ງໄດ້ມີການສອບເສັງປະຕິບັດຕົວຈິງ ເພື່ອທົດສອບຄວາມຮັບຮູ້, ຄວາມສາມາດຂອງນັກສຶກສາແຕ່ລະສະຫາຍ.

May be an image of 8 people
ເຊິ່ງການຮຽນມວຍວິຊາສະເພາະໃນຄັ້ງນີ້ແມ່ນກຳນົດເວລາ 20 ວັນ(ນັບແຕ່ວັນທີ 13 ພະຈິກ ຫາ ວັນທີ 14 ທັນວາ 2023) ເຊິ່ງມີ ນັກສຶກສາທັງໝົດຈຳນວນ 200 ສະຫາຍ, ຍິງ 41 ສະຫາຍ, ການສອບເສັງ ແມ່ນເປັນຮູບແບບການກວດກາ ຕີລາຄືນຂອງການໄດ້ຮັບຮູ້ແລະ ການສິດສອນ.

May be an image of 7 people and people practicing yoga

ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ ນັກສຶກສາທຸກສະຫາຍ ຈົ່ງເອົາໃຈໃສ່ໃນການສອບເສັງ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຕັ້ງໃຈກັບການສະແດງ ບັນດາສິນລະປະມວຍຕ່າງໆ ໃຫ້ຖືກຕ້ອງ ພ້ອມທັງກຳແໜ້ນທາງດ້ານທິດສະດີ,ຫຼັກການ ແລະ ເນື້ອໃນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ແຕ່ລະຈັງຫວະ, ທຸກທ່າທາງເຄື່ອນໄຫວເໜັງຕິງເປັນຕົ້ນແມ່ນຈັງຫວະ ແລະ ສິນລະປະມວຍຕ່າງໆໃຫ້ອອກມາໄດ້ດີ, ງົດງາມ ແລະ ແຂງແຮງຖືກຕ້ອງຕາມຫຼັກການທີ່ວາງອອກ, ປະເມີນຜົນການສອບເສັງແມ່ນໄດ້100 %.

May be an image of 9 people

ຂ່າວຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ